ຕອນຄ່ຳວັນທີ 31 ຕຸລານີ້ ຢູ່ເຮືອນຮັບແຂກລັດຖະບານໃນນະຄອນຫຼວງປັກກິ່ງ, ທ່ານ ຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນໄດ້ພົບປະກັບທ່ານ ດີມີຕຼີ ເມັດເວເດັຟ ນາຍົກລັດຖະມົນຕີຣັດເຊຍໃນໂອກາດເດີນທາງຢ້ຽມຢາມຈີນຢ່າງເປັນທາງການແລະເຂົ້າຮ່ວມກອງປະຊຸມພົບປະແບບປະຈຳຄັ້ງທີ 22 ລະຫວ່າງນາຍົກຈີນແລະຣັດເຊຍ.
ທ່ານ ຫຼີເຄີ້ສຽງ ກ່າວວ່າ: ທ່ານນາຍົກ ດີມີຕຼີ ເມັດເວເດັຟ ແມ່ນຜູ້ນຳຕ່າງປະເທດຄົນທຳອິດທີ່ມາຢ້ຽມຢາມຈີນຫຼັງສຳເລັດກອງປະຊຸມໃຫຍ່ຂອງພັກກອມມູນິດຈີນຄັ້ງທີ 19 ເຊິ່ງເປັນການສະແດງໃຫ້ເຫັນວ່າການພົວພັນລະຫວ່າງຈີນ-ຣັດເຊຍມີຄວາມແໜ້ນແຟ້ນແລະມີລະດັບສູງຢ່າງເຕັມສ່ວນ. ທັງນີ້ຈີນຍິນດີຮ່ວມກັບຣັດເຊຍເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈກັນ,ເປີດກວ້າງການຮ່ວມມືແລະການແລກປ່ຽນ ເພື່ອຊຸກຍູ້ສາຍພົວພັນລະຫວ່າງສອງປະເທດໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ,ໝັ້ນທ່ຽງແລະປອດໃສດ້ວຍການພົບປະປະຈຳລະຫວ່າງນາຍົກແລະກົນໄກການຮ່ວມມືໃນຂົງເຂດຕ່າງໆລະຫວ່າງສອງປະເທດ,ຮ່ວມກັນປົກປັກຮັກສາສັນຕິພາບ,ສະຖຽນລະພາບ,ການພັດທະນາແລະຄວາມຈະເລີນຮຸ່ງເຮືອງຂອງໂລກ.
ທ່ານ ດີມີຕຼີ ເມັດເວເດັຟ ໄດ້ຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຂອງພັກກອມມູນິດຈີນຄັ້ງທີ 19 ພ້ອມທັງກ່າວວ່າ: ການພົວພັນຄູ່ຮ່ວມປະສານງານຍຸດທະສາດຮອບດ້ານລະຫວ່າງຣັດເຊຍ-ຈີນມີລະດັບສູງແລະຫັນໜ້າໄປສູ່ອະນາຄົດ. ຣັດເຊຍຍິນດີຮ່ວມກັບຈີນສືບຕໍ່ສຸມທຸກຄວາມພະຍາຍາມເພື່ອຊຸກຍູ້ສາຍພົວພັນແລະການຮ່ວມມືລະຫວ່າງສອງປະເທດໃຫ້ໄດ້ຮັບການພັດທະນາໃຫຍ່ຫຼວງກວ່າເກົ່າ.