ເປີດ​ໂທ​ລະ​ສັບ​ສາຍ​ດ່ວນ​ການ​ຊ່ວຍ​ເຫຼືອ​ທາງ​ທະ​ເລ​ຈີນ-ກຳ​ປູ​ເຈຍ
2017-11-01 16:47:38  cri 
ໂທ​ລະ​ສັບ​ສາຍ​ດ່ວນ​ການ​ຊ່ວຍ​ເຫຼືອ​​ສຸກ​ເສີນທາງ​ທະ​ເລ​ຈີນ-ກຳ​ປູ​ເຈຍ​ໄດ້​ເປີດ​ບໍ​ລິ​ການ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 31 ຕຸ​ລາ​ຜ່ານ​ມາ. ​ຫວັງ​ເຮັດ​ໃຫ້ພາກ​ສ່ວນ​​ນີ້​ຂອງ​ສອງ​ປະ​ເທດ​​ບັນ​ລຸ​ການ​​ສື່​ສານເຊື່ອມ​ຈອດ​ກັນ​ທັງ​ໂທ​ລະ​ສັບ, ວີ​ດີ​ໂອ​ແລະ​ຂໍ້​ມູນ​ຫຼ້າ​ສຸດ​ຕະ​ຫຼອດ 24 ຊົ່ວ​ໂມງ​ໃນ​ອະ​ນາ​ຄົດ, ​ແລະເພື່ອ​ສະ​ໜອງ​ຄວາມ​ຮັບ​ປະ​ກັນ​ທາງ​ໂທ​ລະ​ຄົມ​ໃຫ້​ແກ່​ການ​ຊ່ອຍກອບ​ກູ້​ທາງ​ທະ​ເລ​ສຸກ​ເສີນ.

ໃນ​ພິ​ທີ​ເປີດ​ສາຍ​ດ່ວນ​ດັ່ງ​ກ່າວ, ​ລວມທັງ​​ເປີດ​ເວ​ທີ​ຂໍ້​ມູນ​ຊ່ວຍກອບ​ກູ້​ທາງ​ທະ​ເລ​ຈີນ-ປະ​ເທດ​ອາ​ຊຽນ. ສູນ​ໂທ​ລະ​ຄົມ​ຂໍ້​ມູນ​ຂ່າວ​ສານ​ຈີນ​ໄດ້​ເຊັນ​ສັນ​ຍາ​ການ​ກໍ່​ສ້າງ​ໂທ​ລະ​ສັບ​ສາຍ​ດ່ວນ​ການ​ຊ່ວຍ​ເຫຼືອ​ສຸກ​ເສີນ​ທາງ​ທະ​ເລ​ແລະ​ທາງ​ອາ​ກາດ​ກັບສຳ​ນັກ​ງານ​ເລ​ຂາ​ບໍ​ລິ​ສັດ​ການ​ບິນ​​ພົນ​ລະ​ເຮືອນກຳ​ປູ​ເຈຍ​ແລະກົມ​ການ​ບິນ​ພົນ​ລະ​ເຮືອນ​ກະ​ຊວງ​ໂຍ​ທາ​ທິ​ການ​ແລະ​ຂົນ​ສົ່ງ​ລາວ, ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນວ່າ​ໂຄງ​ການ​ໂທ​ລະ​ສັບ​ສາຍ​ດ່ວນ​ການ​ຊ່ວຍ​ເຫຼືອ​ສຸກ​ເສີນ​ທາງ​ທະ​ເລ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ມີ​ຄວາມ​ຄືບ​ໜ້າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ