ມອບ​ຮັບ​ໄຟ​ສັກສິດໂອລິມປິກ​ລະດູ​ໜາວພຽງ​ຊາງ
2017-11-01 16:10:28  cri 
ວັນ​ທີ 31 ຕຸລາ​ຜ່ານ​ມາ ຢູ່​ນະຄອນຫຼວງ​ອາ​ແຕນ​ປະ​ເທດເກຼັກ, ​ໄດ້​ຈັດ​ພິທີ​ມອບ​ຮັບ​ໄຟ​ສັກສິດ​ຂອງ​ໂອ​ລິ​ມປິກ​ລະດູ​ໜາວພຽງຊາງ​ໂດຍທ່ານ​ຫລີຮີ​ບຽມ ປະທານຄະນະ​ກຳມະການ​ວັດ​ງານ​ໂອ​ລິມປິກ​ລະດູ​ໜາວ​ພຽງ​ຊ​າງ​ໃຫ້​ກຽດຮັບ​ໄຟ​ສັກສິດຈາກ​ທ່ານສະ​ໄປໂຣສ ກາ​ປຣາ​​ໂລ​ສ ປະ​ທານຄະນະ​ກຳມະການ​ໂອ​ລິມປິກ​ເກຼັກ.

ວັນ​ທີ 24 ຕຸລາ​ນີ້, ​ໄດ້​ຈັດພິທີ​ເກັບ​​ເມັດ​ໄຟ​ສັກສິດ​ຂອງ​ໂອ​ລິມ​ປິກພຽງ​ຊາງ​ຢູ່​ແຫຼມ​ເປ​ໂລປອນ​ເນ​ດຊຽນ​ທີ່​ເປັນ​ແຫຼ່ງກຳ​ເນີ​ດ​ໂອ​ລິມປິກ ​ໂດຍ​ຈາກ​ນັ້ນ​ກໍມີ​ຜູ້​ຖື​ທວນ​ໄຟ 505 ຄົນ​ເຂົ້າ​​ແລ່ນ​ມອບສົ່ງ​​ທວນ​​ໃນ​ໄລຍະ​ທາງ 2129 ກິ​ໂລ​ແມັດ​ໃນປະ​ເທດ​ເກຼັກ ​ແລະ​ໄດ້​ຈັດ​ພິທີ​ມອບ​ຮັບ​ເມື່ອ​ມາ​ເຖິງ​ສະໜາມ​ກິ​ລາປັນ​ອາ​ແຕນ​ທີ່​ເປັນ​ເຈົ້າພາບ​ຈັດ​​ໂອ​ລິມປິກ​ຄັ້ງ​ທຳ​ອິດ.

ທັງ​ນີ້ພາຍຫຼັງ​ໄຟ​ສັກສິດ​ເຖິງ​ສ. ​ເກົາຫຼີ​ແລ້ວ​, ກໍຈະ​​ໃຊ້​ເວ​ລາ 100 ມື້​ແລ່ນ​ທວນ​ໄຟ​ສັກສິດ​ໃນ​​ໄລຍະ​ທາງເຖິງ 2018 ກິ​ໂລ​ແມັດ​ ​ແລະທວນ​ໄຟ​ດັ່ງກ່າວ​ຈະ​ມາ​ເຖິງ​ສະໜາມກິລາຫຼັກ​ໃນວັນ​ຈັດພິທີເປີດ​​ໂອລິມ​ປິກ​ລະດູ​ໜາວ​ພຽງ​ຊາງ​ຄື​ວັນ​ທີ 9 ກຸມພາ​ປີ 2018.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ