ບໍ​ລິ​ສັດຫຼັກ​ຊັບ​ລາວ-ຈີນ​ຊ່ວຍ​ລັດ​ວິ​ສາ​ຫະ​ກິດ​ລາວ​ໂທ​ລະ​ຄົມ​ຫັນ​ເປັນ​ບໍ​ລິ​ສັດ​ຮຸ້ນ​ສ່ວນ
2017-11-01 10:03:51  cri 
ບໍ​ລິ​ສັດຫຼັກ​ຊັບ​ລາວ-ຈີນ​ໄດ້​ລົງ​ນາມ​ໃນ​ຂໍ້​ຜູກ​ພັນ​ໃຫ້​ຄຳ​ປຶກ​ສາ​ດ້ານ​ການ​ເງິນ​ກັບ​ລັດ​ວິ​ສາ​ຫະ​ກິດ​ລາວ​ໂທ​ລະ​ຄົມ​ຢູ່​ນະ​ຄອນຫຼວງວຽງ​ຈັນ​ໃນ​ວັນ​ທີ 30 ຕຸ​ລາ​ຜ່ານ​ມາ​ນີ້, ຫວັງ​ຊ່ວຍ​ລັດ​ວິ​ສາ​ຫະ​ກິດ​ລາວ​ໂທ​ລະ​ຄົມ​ເຂົ້າ​ຕະຫຼາດ​ຮຸ້ນ​ລາວ​ໃນ​ປີ 2018.

ລັດ​ວິ​ສາ​ຫະ​ກິດ​ລາວ​ໂທ​ລະ​ຄົມ​ສ້າງ​ຕັ້ງ​ຂຶ້ນ​ໂດຍ​ການ​ຮ່ວມ​ທຶນ​ລະ​ຫວ່າງ​ລາວ​ແລະ​ສິງ​ກະ​ໂປ​, ໃນ​ນີ້ ກະ​ຊວງ​ການ​ເງິນ​ລາວ​ຖື​ຮຸ້ນ 51%, ເປັນ​ບໍ​ລິ​ສັດ​ໂທ​ລະ​ຄົມ​ທີ່​ໃຫຍ່ກວ່າ​ໝູ່ ແລະ ມີ​ຜົນ​ກຳ​ໄລ່​ທີ່​ດີກວ່າ​ໝູ່​ໃນ​ປະ​ເທດ​ລາວ ​ໂດຍ​ບັນ​ລຸ​ຜົນ​ກຳ​ໄລສຸດ​ທິ 38 ລ້ານ​ໂດ​ລາ​ໃນ​ປີ 2016. ທັງ​ນີ້ຖ້າ​ເຂົ້າ​ຕະຫຼາດ​ຮຸ້ນ​ເປັນ​ຈິງ, ລັດ​ວິ​ສາ​ຫະ​ກິດ​ລາວ​ໂທ​ລະ​ຄົມ​ຈະ​ກາຍ​ເປັນ​ບໍ​ລິ​ສັດ​ຮຸ້ນ​ສ່ວນ​ແຫ່ງ​ທີ 3 ທີ່​ຄຸມ​ຮຸ້ນ​ໂດຍ​ລັດ​ຖະ​ບານ​ລາວ ແລະ ຂະ​ໜາດ​ຮຸ້ນ​ສາ​ມັນ​ເພີ່ມ​ທຶນ​ໃຫ້​ແກ່ມວນ​ຊົນ​ທົ່ວ​ໄປ​ຄັ້ງ​ທຳ​ອິດ (IPO) ຈະຫຼາຍກວ່າ 100 ລ້ານ​ໂດ​ລາ.
ບໍ​ລິ​ສັດຫຼັກ​ຊັບ​ລາວ-ຈີນ​ສ້າງ​ຕັ້ງ​ຂຶ້ນ​ທີ່​ນະ​ຄອນຫຼວ​ງ​ວຽງ​ຈັນເມື່ອ​ເດືອນ​ພະ​ຈິກ​ປີ 2013, ເປັນ​ບໍ​ລິ​ສັດຫຼັກ​ຊັບ​ຮ່ວມ​ທຶນ​ລະ​ຫວ່າງ​ຈີນ​ກັບ​ຕ່າງ​ປະ​ເທດ​ແຫ່ງ​ທຳ​ອິດ​ທີ່​ສ້າງ​ຕັ້ງ​ຂຶ້ນ​ຢູ່​ນອກ​ປະ​ເທດ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ