ຂະ​ບວນ​ລົດ​ໄຟ​ໃຕ້​ດິນ​ທີ່​ຜະ​ລິດ​ໂດຍ​ຈີນ​ຢູ່ບອ​ສ​ຕັນ
2017-11-02 16:49:35  cri 



ກ່ອນໜ້າ​​ນີ້​ບໍ່​ດົນ, ຂະ​ບວນ​ລົດ​ໄຟ​ໃຕ້​ດິນຊຸດ​ທຳ​ອິດ​ທີ່​ຄົ້ນ​ຄວ້າ​ຜະ​ລິດ​ໂດຍ​ບໍ​ລິ​ສັດ​ຮຸ້ນ​ສ່ວນ ລົດ​ລາງ​ຊາງ​ຊຸ່ນ​ຈົ່ງ​ເຊີ່​ຈີນ ​ຈຳ​ກັດ ເພື່ອແລ່ນ​ບໍ​ລິ​ການ​ຕາມ​ເສັ້ນ​ທາງ​ລົດ​ໄຟ​ສີ​​ມ່ວງ​​ໃນເມືອງບອ​ສ​ຕັນ​ອາ​ເມ​ລິ​ກາ​ໄດ້​ສຳ​ເລັດ​ການ​ຜະ​ລິດ​ແລ້ວ ເຊິ່ງ​ເປັນ​ຂະ​ບວນ​ລົດ​ໄຟ​ໃຕ້​ດິນ​ຊຸດ​ທຳ​ອິດ​ທີ່​ຈີນ​ຜະ​ລິດ​ຕາມ​ມາດ​ຕະ​ຖານ​ອາ​ເມ​ລິ​ກາ ແລະ​ຜົນ​ສຳ​ເລັດ​ດັ່ງ​ກ່າວບໍ່​ພ​ຽງ​ແຕ່​ໄດ້​ຕອບ​ສະ​ໜອງ​ຕາມ​ຄວາມ​ຕ້ອງ​ການ​​ໃນ​ດ້ານ​ເຕັກ​ນິກ, ການດຳ​ເນີນ​ທຸ​ລະ​ກິດ, ຄວາມ​ນິ​ຍົມ, ​ກົດ​ໝາຍ ແລະ​ອື່ນ​ຂອງ​ອາ​ເມ​ລິ​ກາ​ເທົ່າ​ນັ້ນ, ຍັງ​ໄດ້​ເຮັດ​ໃຫ້​ຜູ້​ໂດຍ​ສານ​​ເກີດ​ຄວາມ​ຮູ້​ສຶກ​​ວ່າ ມີ​ຄວາມສະ​ດວກ​ສະ​ບາຍ​ດີ​ຂຶ້ນ​ເນື່ອງ​ຈາກ​ການ​ອອກ​ແບບທີ່​ດີ​ເລີດ.


ເສັ້ນ​ທາງ​ລົດ​ໄຟ​ບອ​ສ​ຕັນ​ເປັນ​ເສັ້ນ​ທາງ​ລົດ​ໄຟ​ສາຍ​ທຳ​ອິດ​ຂອງ​ອາ​ເມ​ລິ​ກາ ເຊິ່ງ ເລີ່ມ​ເປີດ​ການ​ບໍ​ລິ​ການ​ແຕ່​ປີ 1897 ແລະມາ​ຮອດ​ປັດ​ຈຸ​ບັນ​​ມີອາ​ຍຸ 100 ກວ່າ​ປີ​ແລ້ວ.

1  2  3  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ