ວັນທີ 1 ພະຈິກນີ້, ພິທີປິດຊຸດອົບຮົມການກູ້ລະເບີດບໍ່ທັນແຕກທີ່ລັດຖະບານຈີນຊ່ວຍລາວ ແລະກຳປູເຈຍແບບມະນຸດສະທຳນັ້ນໄດ້ຈັດຂຶ້ນຢູ່ມະຫາວິທະຍາໄລວິສະວະກຳທະຫານບົກກອງທັບປົດປ່ອຍປະຊາຊົນຈີນ(ນານກິ່ງ).
ນັກວິຊາການກູ້ລະເບີດ 59 ຄົນຈາກລາວ ແລະກຳປູເຈຍໄດ້ຍົກລະດັບຊຸດ ການກູ້ລະເບີດເປັນເວລາ 6 ອາທິດ, ເປັນຕົ້ນການຮຽນຮູ້ແກ້ໄຂໝາກມິນ ແລະວັດຖຸລະເບີດ, ການນຳໃຊ້ອຸປະກອນສຳຫຼວດ ແລະກູ້ລະເບີດ, ຮູ້ມາດຕະຖານ, ຂັ້ນຕອນການກູ້ລະເບີດ, ວິທີຈັດຕັ້ງ ແລະບັນຊາການກູ້ລະເບີດແບບມະນຸດສະທຳ, ແລະໄດ້ດຳເນີນການເຝິກຊ້ອມຕົວຈິງ.
ໃນໂອກາດດັ່ງກ່າວ, ຜູ້ແທນລາວ ແລະກຳປູເຈຍໄດ້ຊົມເຊີຍວ່າ ຊຸດອົບຮົມຄັ້ງນີ້ມີຜົນດີຕໍ່ການເສີມສ້າງຂີດຄວາມສາມາດໃນການກູ້ລະເບີດ ແລະສະແດງຄວາມຂອບໃຈຕໍ່ລັດຖະບານ ແລະປະຊາຊົນຈີນທີ່ຊ່ວຍເຫຼືອດັ່ງກ່າວ.
ນັບແຕ່ປີ 1998 ເປັນຕົ້ນມາ, ຈີນໄດ້ນຳໃຊ້ຮູບການຈັດຊຸດອົບຮົມການກູ້ລະເບີດ, ສົ່ງຊ່ຽວຊານໄປຊ່ວຍຊີ້ນຳການກູ້ລະເບີດກັບທີ່, ສະໜອງອຸປະກອນກູ້ລະເບີດ ແລະອື່ນໆ ຊ່ວຍ 40 ກວ່າປະເທດ ຢູ່ອາຊີ, ອາຟຣິກາ ແລະອາເມລິກາລາຕິນ.