ອະດີດ​ເຈົ້າໜ້າ​ທີ່​ລັດຖະບານ​ອາ​ເມ​ລິ​ກາ​ກ່າວ​ວ່າ ຈະ​ສົນ​ໃຈ​ຕໍ່​ການ​ເຕີບ​ໂຕ​ຢ່າງ​ປອດ​ໃສ​ແລະ​ຄວາມ​ຕໍ່​ເນື່ອງ​ຂອງ​ເສດຖະກິດ​ຈີນ
2017-11-02 17:01:38  cri 

ທ່ານ​ເຮ​ນຣີ ປາວ​ເຊິ​ນ ອະດີດ​ລັດຖະມົນຕີ​ກະຊວງ​ການ​ເງິນ​ອາ​ເມ​ລິ​ກາ, ປະທານ​ມູນ​ນິທິ​ປາວ​ເຊິ​ນ ​ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ຢູ່​ນະຄອນຫຼວງປັກ​ກິ່ງ​ໃນ​ວັນ​ທີ 1 ພະຈິກ​ນີ້​ວ່າ: ​ເມື່ອ​ທຽບ​​ໃສ່​ຈັງຫວະ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ແລ້ວ, ຕົນ​ສົນ​ໃຈ​ຕໍ່​ການ​ເຕີບ​ໂຕ​ຢ່າງ​ປອດ​ໃສ​ແລະ​ຄວາມ​ຕໍ່​ເນື່ອງ​ຂອງ​ເສດຖະກິດ​ຈີນ​ທີ່​ສຸດ.

ທ່ານ​ປາວ​ເຊິ​ນ ຊີ້​​ໃຫ້​ເຫັນວ່າ: ​ແຕ່​ກ່ອນ, ​ເສດ​ຖະກິດ​ຈີນ​ຕົ້ນຕໍ​ອາ​ໄສ​ການ​ລົງທຶນ​ຈາ​ກ ລັດຖະບານ​ເພື່ອບັນລຸ​ເປົ້າໝາຍ​ການເຕີບ​ໂຕ, ​ແຕ່​ປັດຈຸບັນ​ໄດ້ກ້າວ​ມ​າສູ່​ການ​ອາ​ໄສ​ການ​ບໍລິ​ໂພ​ກນັບ​ມື້ຫຼາຍຂຶ້ນ​ແລ້ວ. ຂະນະ​ທີ່​ການ​ບໍລິ​ໂພ​ກກວມ​ອັດຕາ GDP ຫຼາຍກວ່າ​ການ​ສົ່ງ​ອອກ​ນັ້ນ ກໍ​ເປັນຄວາມ​ຄືບ​ໜ້າ​ທີ່​ຕັ້ງໜ້າ​ທີ່​ສຸດ. ​ແນວ​ໃດ​ກໍ​ດີ, ຈີນ​ເປີດ​ກວ້າງ​ການ​ເປີດ​ປະຕູ​ສູ່​ພາຍ​ນອກ ​ແລະຫຼຸດຜ່ອນ​ເງື່ອນ​ໄຂ​ການ​​ເຂົ້າຕະຫຼາດປະ​ເທດ​ຕົນ​ຢ່າງຫຼວງຫຼາຍນັ້ນ ຈະ​ຊຸ​ກຊູ້​ສາຍ​ພົວພັນ​ລະຫວ່າງ​ອາ​ເມ​ລິ​ກາ-ຈີນ ທີ່​ເປັນ​ສາຍ​ພົວພັນ​ສອງ​ຝ່າຍ​ສຳຄັນທີ່​ສຸດ​ໃນ​ໂລກ​ ​ໃຫ້​ຂະຫຍາຍຕົວ. ບໍ່​ວ່າ​ປະ​ເທດ​ໃດ​ກໍຕາມ ​ເຊິ່ງບໍ່​ພຽງ​ແຕ່​ຈີນ​ເທົ່າ​ນັ້ນ ຖ້າ​ປິດ​ຕະຫຼາດປະ​ເທດ​ຕົນ​ແລ້ວ​ກໍ​ຈະ​ບໍ່​ມີ​ຜົນ​ດີ​ແຕ່​ຢ່າງ​ໃດ. ສະນັ້ນ, ຈີນ ​ແລະ ອາ​ເມ​ລິ​ກາ​ຕ່າງ​ກໍ​ຕ້ອງ​ເປີດ​ປະຕູ​ປະ​ເທດ​ຕົນຈຶ່ງ​ຈະ​ໄດ້​ຮັບຜົນ​ປະ​ໂຫຍດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ