ທ່ານ​ປູ​ຕິນຢ້ຽມຢາມ​ອີຣານ ​ແລະ​ສະໜັບສະໜູນ​ສັນຍາ​ນິວ​ເຄຼຍອີຣານ
2017-11-02 17:16:21  cri 
ວັນ​ທີ 1 ພະຈິກ​ນີ້, ທ່ານ​ວຣະດິ​ເມຍ ປູ​ຕິນ ປະທານາທິບໍດີຣັດ​ເຊຍ​ໄດ້​ຢ້ຽມຢາມ​ອີຣານ ​ແລະ​ພົບ​ປະ​ກັບ​ທ່ານຮາ​ຊັນ ​ຣູຮາ​ນີ ປະທານາທິບໍດີ​ອີຣານ ​ແລະ​ທ່ານອາ​ຢາ​ໂຕ​ລາ ​ໄຊ​ອິດ ອາ​ລິ ຣາ​ເນ​ອີ ຜູ້ນຳ​ສູງ​ສຸດ​ອີຣານ. ທ່ານ​ປູ​ຕິນ​ໄດ້​ສະ​ແດງ​ຄວາມສະໜັບ​ສະ​ໜູນ​ສັນຍາ​ຮອບດ້ານ​ກ່ຽວ​ກັບບັນຫາ​ນິວ​ເຄຼຍອີຣານ ​ແລະ​ສອງ​ຝ່າຍ​ຈະ​ສືບ​ຕໍ່ຮ່ວມ​ມື​ໃນ​ບັນຫາ​ຊີຣີ.
ທ່ານ​ປູ​ຕິນກ່າວ​ວ່າ: ສັນຍາ​ຮອບດ້ານ​ບັນຫາ​ນິວ​ເຄຼຍອີຣານມີ​ຜົນ​ດີ​ຕໍ່​ສັນຕິພາບ ​ແລະ​ຄວາມ​ໝັ້ນ​ທ່ຽງ​ຂອງ​ສາກົນ. ອົງການ​ພະລັງງານ​ປະລະມານູ​ສາກົນ​ແມ່ນອົງການພຽງ​ໜຶ່ງ​ດຽວ​ທີ່​ມີ​ສິດ​ຢືນຢັນ​ອີຣານ​ໄດ້ປະຕິ​ບັດ​ຕາມ​ສັນຍາ​ຫຼື​ບໍ່. ທ່ານ​ກ່າວຕື່ມ​ວ່າ: ປະ​ເທດ​ຕົນ​ບໍ່​ຮັບ​​ເອົາ​ການ​ກະທຳ​ຂອງບາງ​ປະ​ເທດທີ່​ບໍ່​​ຮັບຮອງ​ສັນຍາ​ນີ້ ​ແລະຄັດຄ້ານ​ກິດຈະກຳ​ຝ່າຍ​ດຽວຕ່າງໆ​ທີ່​ປ່ຽນ​ສັນຍາ​ຫຼາຍ​ຝ່າຍ​ດັ່ງກ່າວ. ທ່ານ​ຢັ້ງຢືນ​ວ່າ: ຣັດ​ເຊຍຄັດຄ້ານ​ການ​ເອົາ​ບັນຫາ​ນິວ​ເຄຼຍອີຣານ​ພົວພັນ​ກັບ​ກິດ​ຈະ​ກຳ​ປ້ອງ​ກັນຊາດ ​ແລະ​ວຽກ​ງານ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ