ທູດ​ພິ​ເສດ​ທ່ານ​ສີ​​ຈິ້ນ​ຜິງ​ເຂົ້າ​ຢ້ຽມ​ຄຳ​ນັບ​ທ່ານ​ບຸນ​ຍັງ​ວໍ​ລະ​ຈິດ
2017-11-03 10:24:46  cri 

ນັບແຕ່ວັນ​ທີ 2-3 ພະ​ຈິກ​ນີ້,  ທ່ານ​ຊົ້ງ​ທ່າວ ​ຫົວ​ໜ້າຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ,ທູດ​ພິ​ເສດ​ຂອງ​ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ເດີນ​ທາງ​​ຢ້ຽມ​ຢາມ​ລາວ​ເພື່ອ​ແຈ້ງ​ຜົນ​ສຳ​ເລັດກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ​ໂດຍໃນ ວັນ​ທີ 2 ພະ​ຈິກ, ທ່ານ​ບຸນ​ຍັງ​ວໍ​ລະ​ຈິດ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ​ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ທ່ານ​ຊົ້ງ​​ທ່າວ.

ໂອ​ກາດ​ດັ່ງ​ກ່າວ, ທ່ານ​ຊົ້ງ​​ທ່າວ​ໄດ້​ສົ່ງ​ຂໍ້​ຄວາມ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສີ​ຈິ້ນ​ຜິງ​ເຖິງ​ທ່ານ​ບຸນ​ຍັງ​ວໍ​ລະ​ຈິດ​ໂດຍ​ໄດ້​ເນັ້ນ​ວ່າ ຈາກ​ການ​ຊີ້​ນຳ​ຕາມ​ເນື້ອ​ໃນ​ຈິດ​ໃຈ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19, ພັກ​ແລະ​ປະ​ຊາ​ຊົນ​ຈີນ​ຈະ​ປະ​ກອບ​ສ່ວນ​ໃໝ່ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ກໍ່​ສ້າງ​ສາຍ​ພົວ​ພັນ​ສາ​ກົນ​ແບບ​ໃໝ່, ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ມວນ​ມະ​ນຸດ​ໃຫ້ຫຼາຍກວ່​າ​ເກົ່າ. ແນວ​ໃດ​ກໍ​ດີ, ຈີນ​ຍິນ​ດີ​ຮ່ວມ​ກັບ​ລາວ​ສືບ​ຕໍ່​ຍຶດ​​ໝັ້ນ​ທິດ​ທາງ "ໝັ້ນ​ຄົງ​ຍາວ​ນານ,ມິດ​ຕະ​ພາບ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ,ໄວ້​ເນື້ອ​ເຊື່ອ​ໃຈ​ກັນ,ຮ່ວມ​ມື​ຮອບ​ດ້ານ" ແລະ​ຈິດ​ໃຈ "ເພື່ອນ​ບ້ານ​ທີ່​ດີ, ໝູ່​ເພື່ອນ​ທີ່​ດີ, ສະ​ຫ​າຍ​ທີ່​ດີ​ແລະ​ຄູ່​ຮ່ວມ​ມື​ທີ່​ດີ", ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ-ລາວ​ຢ່າງ​ໝັ້ນ​ແກ່ນ, ຊຸກ​ຍູ້​ພາ​ລະ​ກິດ​ສັງ​ຄົມ​ນິ​ຍົມ​ໃຫ້​ກ້າວ​ເຂົ້າ​ສູ່​ສະ​ພາບ​ໃໝ່. ຂະ​ນະ​ດຽວ​ກັນ, ທ່ານ​ຊົ້ງ​ທ່າວ​ຍັງ​ໄດ້​ແຈ້ງ​​ເນື້ອ​ໃນ​ຈິດ​ໃຈ​ສຳ​ຄັນ​ຂອງກອງ​ປະ​ຊຸມ​ໃຫຍ່​​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງພັກ​ກອ​ມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ໃຫ້​ຊາບອີກ​ດ້ວຍ.

ທ່ານ​ບຸນ​ຍັງ​ວໍ​ລະ​ຈິດ​ຢືນ​ຢັນ​ວ່າ ລາວ​ຕີ​ລາ​ຄາ​ສູງ​ຕໍ່​ຜົນ​ສຳ​ເລັດ​ທີ່​ຍິ່ງ​ໃຫຍ່​ຂອງກອງ​ປະ​ຊຸມ​ໃຫ​ຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງພັກ​ກອ​ມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ກໍ​ຄື​ແນວ​ຄິດ​ສີ​ຈິ້ນ​ຜິງ​ກ່ຽວ​ກັບ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່​ທີ່​ໄດ້​ປະ​ກອບ​ສ່ວນ​ດ້ານ​ທິດ​ສະ​ດີ​ເພື່ອ​ພາ​ລະ​ກິດ​ສັງ​ຄົມ​ນິ​ຍົມ​ຂອງ​ໂລກ ແລະ​ຍິນ​ດີ​ຖອດ​ຖອນ​ບົດ​ຮຽນ​ທິດ​ສະ​ດີ​​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ​ກໍ​ຄືຜົນ​ສຳ​ເລັດ​ໃໝ່​ໃນ​ການ​ປະ​ຕິ​ບັດ​ຕົວ​ຈິງ​ແລະ​ການ​ປະ​ດິດ​ສ້າງ​ກໍ​ຄື​ການເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ພັກ​ເພື່ອ​ຮ່ວມ​ກັນ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ລາວ-ຈີນ.

 

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ