ຫົວ​ໃຈ​ຄວາມ​ເປັນ​ພໍ່​ທີ່​ບໍ່​ຍອມ​ໃຫ້​ລູກ​ຕາຍ
2017-11-03 15:50:26  cri 

ເວ​ລາ​ປະ​ມານ 9 ໂມງ​ຂອງວັນ​ທີ 1 ພະ​ຈິກ​ນີ້, ໄດ້​ເກີດ​ເຫດ​ການ​ທີ່​ບໍ່​ຄາດ​ຝັນ​ຂຶ້ນ​ຢູ່​ຂົວ​ລິວ​ຟູ​ເມືອງ​ຈີ​ນານ​ແຂວງ​ຊ່ານ​ຕຸ້ງ ສ​ປ ຈີນ ​ເມື່ອ​ມີຊາຍ​ທີ່ໜັກ 115 ກິ​ໂລ​ ​ຕົກ​ນ້ຳ​ຂະ​ນະ​ທີ່​ຍ່າງ​ເລາະແຄມ​ໜອງ​ແລະຮາວ​ຂົວ​ຫັກ​ກະ​ທັນ​ຫັນ. ຂະ​ນະ​ນັ້ນ, ພໍ່​ຂອງ​ລາວ​ທີ່​ອາ​ຍຸກວ່າ 60 ປີ​ໄດ້​ໂດດ​ລົງ​ນ້ຳ​​ເພື່ອ​ຊ່ວຍທັນ​ທີ​ແລະ​​ໃນ​ເວ​ລາ​ດຽວ​ກັນ​ກໍ​ມີ​ຜູ້​ຕຶກ​ເບັດຫຼາຍ​ຄົນ​​ໄດ້​ໂດດ​ລົງ​ເພື່ອ​ຊ່ວຍ​ຊ່ວຍ​ອີກ​ແຮງ​ໜຶ່ງ​ເປັນ​ເວ​ລາ 20 ນາ​ທີ. ຈາກ​ນັ້ນ​ກໍ​ມີເຈົ້າ​ໜ້າ​ທີ່​ຕຳຫຼວດ​ໄດ້​ຊ່ວຍ​ສອງ​ພໍ່​ລູກ​​ໄດ້​ຢ່າງ​ປອດ​ໄພ. ຂ່າວ​ແຈ້ງວ່າ: ​ຊາຍ​ທີ່ຕົກ​ນ້ຳ​ຄົນ​ນັ້ນ​ບໍ່​ໄດ້​ຮັບ​ບາດ​ເຈັບ​ແຕ່​ຢ່າງ​ໃດ ແລະ​ກຳ​ລັງນອນ​ພັກ​ຟື້ນ​ຈິດ​ໃຈ​ຢູ່​ເຮືອນ.

1  2  3  4  5  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ