ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງພັກ ແລະ ນາ​ຍົ​ກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ​ຕ້ອນ​ຮັບ​ການ​ເຂົ້​າ​ຢ້ຽມ​​ຄຳ​ນັບ​ຂອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ
2017-11-04 14:21:47  cri 
ວັນ​ທີ 3 ພະ​ຈິກ​ນີ້, ທ່ານ​ຫງວຽນ​ຟູ​ຈອງ, ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ, ແລະ​ທ່ານ​ຫງວຽນ​​ຊວນ​ຟຸກ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ​ຕ່າງ​ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​​ຄຳ​ນັບ​ຂອງ​ທ່ານ​ຫວາງ​ອີ້, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ.

ທ່ານ​ຫງວຽນ​ຟູ​ຈອງ ແລະ ທ່ານ​ຫງວຽນ​ຊວນ​ຟຸກ ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຢ່າງ​ສຸດ​ໃຈ​ຕໍ່​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ, ແລະ​ຊົມ​ເຊີຍ​ແນວ​ຄິດ​ສີ​ຈິ້ນ​ຜິງ​ກ່ຽວ​ກັບ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່​ໄດ້​ຖືກ​ກຳ​ນົດ​ປັນ​ແນວ​ຄິດ​ຊີ້​ນຳ​ນຳ​ພາ​ຂອງ​ພັກ​ກອ​ມ​ມູ​ນິດ​ຈີນ, ໂດຍ​ກ່າວ​ວ່າ ຫວຽດ​ນາມ​ຈະ​ຮ່ຳ​ຮຽນ ແລະຊາບ​ຊຶມ​ໃຈ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 19 ຂອງ​ພັກ​ກອມມູ​ນິດ​ຈີນ, ​ຖອດ​ຖອນ​ບົດ​ຮຽນ​ທີ່​ດີ ແລະ​ໄດ້​ຮັບ​ຜົນ​ສຳ​ເລັດ​ມາ​ແລ້ວເພື່ອ​ຊຸກ​ຍູ້​ພັດ​ທະ​ນາ​ພາ​ລະ​ກິດ​ສັງ​ຄົມ​ນິ​ຍົມ​ຂອງ​ຕົນ. ຫວຽດ​ນາມ​ໃຫ້​ຄວາມ​ສຳ​ຄັນສູງ​ຕໍ່​ທ່ານ​ສີ​ຈິ້ນ​ຜິງ, ເລ​ຂາ​ທິ​ການ​ໃຫຍ່​​ສູນ​ກາງພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ​ຈະ​ໄປ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ທີ່​ບໍ່​ເປັນ​ທາງ​ການ​ຂອງ​ຜູ້​ນຳ​ອົງ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊີ​ປາ​ຊີ​ຟິກ​ຢູ່​ຫວຽດ​ນາມ, ທັງ​ຢ້ຽມ​ຢາມ​ຫວຽດ​ນາມ​ທາງ​ລັດ​ຖະ​ກິດ​, ຫວຽດ​ນາມ​ຈະສຸມ​ທຸກ​ຄວາມ​ພະ​ຍາ​ຍາມ ແລະ​ກະ​ກຽມ​ຢ່າງ​​ຕັ້ງ​ໜ້າ ເພື່ອ​ຮັບ​ປະ​ກັນ​ການ​ຢ້ຽມ​ຢາມ​​ຂອງ​ທ່ານ​ສີ​ຈິ້ນ​ຜິງຄັ້ງ​ນີ້​ໃຫ້​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ.

ທ່ານ​ຫວາງ​ອີ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ຝ່າຍ​ຫວຽດ​ນາມ​ທີ່​ສົນ​ໃຈ​ໃນ​ລະ​ດັບ​ສູງ ແລະ​ຊົມ​ເຊີຍ​ຢ່າງ​ສຸດ​ໃຈ​ຕໍ່​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິ​ດ​ຈີນ, ຈາກ​ນັ້ນ​ກໍໄດ້​ແຈ້ງ​ຈິດ​ໃຈຫຼັກ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ​ໃຫ້​ຊາບ, ທັງ​ກ່າວ​ວ່າ ທ່ານ​ສີ​ຈິ້ນ​ຜິງ​ໄປ​ຢ້ຽມ​ຢາມ​ຫວຽດ​ນາມ ​ເຊິ່ງ​ເປັນ​​ປະ​ເທດ​ທຳ​ອິດ​ທີ່​ທ່ານ​ອອກ​ເດີນ​ທາງ​ຢ້ຽມ​ຢາມຫຼັງ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ, ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ ຈີນ​ໃຫ້​ຄວາມ​ສຳ​ຄັນ​ສູງ​ຕໍ່​ສາຍ​ພົວ​ພັນ​ຈີນ-ຫວຽດ​ນາມ. ຫວັງ​ວ່າ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້​ຈະ​ແລກ​ປ່ຽນ​ດ້ານ​ຍຸດ​ທະ​ສາດ, ເສີມ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ການ​ເມືອງ, ອອກ​ແບບ ແລະ ວາງ​ແຜນ​ລວມ​ເພື່ອ​ຂະ​ຫຍາຍ​ສາຍ​ພົວ​ພັນ​ຄູ່​ຮ່ວ​ມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ຈີນ​ກັບ​ຫວຽດ​ນາມ, ຊຸກ​ຍູ້​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ພັກສອງ​ລັດ​ໃຫ້​ຂຶ້ນ​ສູ່​ລະ​ດັບ​ສູງກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ