ຜູ້​ແທນ​ຈີນ ແລະ​ຕ່າງ​ປະ​ເທດ 300ກວ່າ​ທ່ານ​ຮ່ວມ​ກັນ​ຫາ​ລື​ຄວາມ​ກົມ​ກຽວ​ລະ​ຫວ່າງ​ອະ​ລິ​ຍະ​ທຳ​ຕ່າງໆ ແລະ ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງຮ່ວມ​ກັນ​ຢູ່​ປັກ​ກິ່ງ
2017-11-04 16:34:10  cri 
ວັນ​ທີ 3 ພະ​ຈິກ​ນີ້, ກອງ​ປະ​ຊຸມເວ​ທີ​ປຶກ​ສາ​ຫາ​ລື​ປັກ​ກິ່ງ​ຄັ້ງ​ທີ 14 (2017)ໄດ້​ຈັດ​ຂຶ້ນ​ຢູ່​​ຫໍ​ຮັບ​ແຂກ​ເມືອງ​ຕ້ຽວ​ອີ​ໄທ​ທີ່ນ​ະ​ຄອນຫຼວງ​ປັກ​ກິ່ງ ໂດຍເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ, ບຸກ​ຄົນ​ສຳ​ຄັນ​ທາງ​ການ​ເມືອງ ແລະ​​ຜູ້​ຊ່ຽວ​ຊານ ​ນັກ​ວິ​ຊາ​ການທັງ​ໝົດ 300 ກວ່າ​ທ່ານ​ທີ່​ມາ​ຈາກ 50 ກວ່າ​ປະ​ເທດ ແລະ​ເຂດ​ແຄ​ວ້ນ, ເຊັ່ນ: ​ຈີນ, ຣັດ​ເຊຍ, ຍີ່​ປຸ່ນ, ເອ​ຢິບ, ປາ​ກິ​ສະ​ຖານ ແລະ​ອື່ນໆ​ເຂົ້າ​ຮ່ວມ ເພື່ອສຸມ​ໃສ່​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຄຸນ​ຄ່າ ແລະ​ລະ​ບຽບ​ການ​ໃນ​​ຂະ​ບວນ​ການ​ພັດ​ທະ​ນາ ແລະ​ປ່ຽນ​ແປງຂອງ​ສັງ​ຄົມ​ມະ​ນຸດ, ​ແລະ​ຄົ້ນ​ຄວ້າ​ວິ​ທີ​ການ​ໃໝ່​ຂອງ​ການ​ແລກ​ປ່ຽນ​ລະ​ຫວ່າງ​ອະ​ລິ​ຍະ​ທຳ​ຕ່າງໆ, ທັງ​ຊອກ​ຫາ​ຊ່ອງ​ທາງການ​ພັດ​ທະ​ນາ ແລະ​​ກ້າວ​ໜ້າ​ໃໝ່ຂອງ​ສັງ​ຄົມ​ມະ​ນຸດ.

ຫົວ​ຂໍ້​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ຄັ້ງ​ນີ້​ແມ່ນ "ຄວາມ​ກົມ​ກຽວ​ລະ​ຫວ່າງ​ອະ​ລິ​ຍະ​ທຳ​ຕ່າງໆ ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ພ້ອມ​ກັນ - ຄຸນ​ຄ່າ ແລະ​ລະ​ບຽບ​ການ​ໃນ​ຂະ​ບວນ​ການ​ປ່ຽນ​ແປງ". ໃນ​ໄລ​ຍະ​ກອງ​ປະ​ຊຸມ​​ທີ່​ຈະ​ດຳ​ເນີນ​ເປັນ​ເວ​ລາ 3 ມື້, ຜູ້​ເຂົ້າ​ຮ່ວມກອງ​ປ​ະ​ຊຸມ​ຈະ​ຄົ້ນ​ຄວ້າ​ຫາ​ລື​ກ່ຽວ​ກັບ​ຫົວ​ຂໍ້​ຕ່າງໆ​ໃນ 8 ​ເວ​ທີ​ປຶກ​ສາ​ຫາ​ລືຍ່ອຍ, ເຊັ່ນ: "ການ​ຫັນ​ປ່ຽນ​ຮູບ​ແບບ​ຂອງ​ສັງ​ຄົມ​ໃນ​ວິ​ໄສ​ທັດປະ​ຫວັດ​ສາດ ແລະ ​ທົ່ວ​ໂລກ", "'ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ' ໃນ​​ແງ່ມູມການ​ສືບ​ທອດ​ ແລະ​ແລກ​ປ່ຽນ​​ ອະ​ລິ​ຍະ​ທຳ" "ກຳ​ລັງ​ຊຸກ​ດັນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ໃນ​ສະ​ພາບ​ການ​ທີ່​ພວມ​ເກີດ​ການ​ປ່ຽນ​ແປງ" ແລະ​ ອື່ນໆ.

ທ່ານ​ຫວາງ​ເຈ່ຍ​ຣຸ້ຍ, ຮອງ​ປະ​ທານ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນແຫ່ງ​ຊາດ​ຈີນ​ໄດ້​ປາ​ໄສ ໂດຍຫວັງ​ວ່າ​ເວ​ທີ​ປຶກ​ສາ​ຫາ​ລື​ປັກ​ກິ່ງ​ຈະ​ສື​ບ​ຕໍ່​ຄົ້ນ​ຄວ້າ​ຫາ​ລື​ຫົວ​ຂໍ້​ຕ່າງໆ​ຢ່າງ​ຮອບ​ດ້ານ ແລະ​ຫຼາຍ​ລະ​ດັບ, ສືບ​ຕໍ່ສົ່ງ​ເສີມ​ທັດ​ສະ​ນະ "ຄວາມ​ກົມ​ກຽວ​ລະ​ຫວ່າງ​ອະ​ທິ​ຍະ​ທຳ ແລະຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຮ່ວມ​ກັນ", ເພື່ອ​ຊອກ​ຫາວິ​ທີ​ໃໝ່​ຂອງ​ການ​ແລກ​ປ່ຽນ​ລະ​ຫວ່າງ​ອະ​ລິ​ຍະ​ທຳ​ຕ່າງໆ, ​ຄົ້ນ​ຄວ້າຊ່ອງ​ທາງ​ໃໝ່​ສຳ​ລັບ​ການ​ພັດ​ທະ​ນາ ​ກ້າວ​ໜ້າ​ຂອງ​ສັງ​ຄົມ​ມະ​ນຸດ, ປະ​ກອບ​ສ່ວນຫຼາຍກວ່າ​ເກົ່າ​ເຂົ້າ​ໃນ​ການ​ສ້າງ​ປະ​ຊາ​ຄົມ​ຮ່ມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ ແລະພາ​ລະ​ກິດ​ສູງ​ສົ່ງ​ແຫ່ງ​ສັນ​ຕິ​ພາບ ແລະ​ການ​ພັດ​ທະ​ນາ​ຂອງມວນ​ມະ​ນຸດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ