ຮອງ​ນາ​ຍົກ​ຈີນ​ເນັ້ນ​ການ​ຮ່ວມ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ມວນ​ມະ​ນຸດ​ໃນ​ພິ​ທີ​ເປີດກອງ​ປະ​ຊຸມ​ສະ​ຫະ​ພາບ​ວິ​ທະ​ຍຸ​ອາ​ຊີ​ປາ​ຊີ​ຟິກ​ຄັ້ງ​ທີ 54
2017-11-04 14:20:21  cri 

ວັນ​ທີ 3 ພະ​ຈິກ​ນີ້, ທ່ານ​ນາງ​ລິວ​ຢຽນ​ຕຸ່ງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ປາ​ໄສ​ໃນ​ພິ​ທີ​ເປີດກອງ​ປະ​ຊຸມ​ສະ​ຫະ​ພາບ​ວິ​ທະ​ຍຸ​ອາ​ຊີ​ປາ​ຊີ​ຟິກ​ຄັ້ງ​ທີ 54 ທີ່​ຈັດ​ຂຶ້ນ​ຢູ່​ເມືອງ​ເສິງ​ຕູ່​ແຂວງ​ເສ​ສວນ ສ​ປ ຈີນ​ໂດຍ​ເນັ້ນ​ວ່າ ສື່ມວນ​ຊົນ​ບັນ​ດາ​ປະ​ເທດ​ຄວນ​ກ້າ​​ແບກຫາບໜ້າ​ທີ່ຮັບ​ຜິດ​ຊອບ​ທາງ​ສັງ​ຄົມ,ເພີ່ມ​ທະ​ວີ​ການ​ເຊື່ອມ​ສານ​ດ້ານ​ຈິດ​ໃຈ​ແລະ​ຄວາມ​ເຂົ້າ​ໃຈ​ກັນ​ລະ​ຫວ່າງ​ປະ​ຊາ​ຊົນ, ຮັດ​ແໜ້ນ​ສາຍ​ພົວ​ພັນແບບ​ໃໝ່​ລະ​ຫວ່າງ​ຊາດ​ແລະ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ເພື່ອ​ປະ​ກອບ​ສ່ວນ​ໃໝ່​ເຂົ້າ​ໃນ​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊ​າ​ຕາ​ກຳ​ມວນ​ມະ​ນຸດ, ຊຸກ​ຍູ້​ການ​ຄຸ້ມ​ຄອງ​ທົ່ວ​ໂລກ​ຮ່ວມ​ແລະ​ສົ່ງ​ເສີມ​ສັ​ນ​ຕິ​ພາບ​ແລະ​ຄວາມ​ຈະ​ເລີ​ນ​ຮຸ່ງ​ເຮືອງ​ຂອງ​ໂລກ.

ໂອ​ກາດ​ພົບ​ປະ​ກັບ​ຜູ້​ຮັບ​ຜິດ​ຊອບ​ຂອງ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ຕ່າງໆ​ເປັນ​ຕົ້ນ​ສະ​ຫະ​ພາບ​ວິ​ທະ​ຍຸ​ອາ​ຊີ​ປາ​ຊີ​ຟິກ,ສະ​ຫະ​ພາບ​ວິ​ທະ​ຍຸ​ປະ​ເທດ​ອາ​ຣັບ,ສ​ະ​ຫະ​ພາບ​ວິ​ທະ​ຍຸ​ອາ​ຟ​ຣິກ​ກາ​, ສະ​ຫະ​ພາບ​ວິ​ທະ​ຍຸ​ເອີ​ຣົບ​ແລະ​ອື່ນໆ, ທ່ານ​ນາງ​ລິວ​ຢຽນ​ຕຸ່ງ​ຊີ້​ໃຫ້​ເຫັນ​ວ່າ: ການ​ພັດ​ທະ​ນາ​ຂອງ​ຈີນ​ແຍກ​ອອກ​ຈາກ​ໂລກ​ບໍ່​ໄດ້, ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ໂລກ​ກໍ​ຕ້ອງ​ການ​ຈີນ​ເຊັ່ນ​ດຽວ​ກັນ. ສື່ມວນ​ຊົນ​ບັນ​ດາ​ປະ​ເທດ​ແລະ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ຄວນ​ຍຶດ​ໝັ້ນ​ທັດ​ນະ​ນະ​ຄະ​ຕິ​ປຶກ​ສາ​ຮ່ວມ, ກໍ່​ສ້າງ​ຮ່ວມ​ແລະ​ແບ່ງ​ປັນ​ຮ່ວມ​ເພື່ອ​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ເປັນ​ເວ​ທີ​ແລະ​ຂົວ​ຕໍ່​ໃຫ້​ມີ​ປະ​ສິດ​ທິ​ຜົນຫຼາຍ​ຂຶ້ນ.

ທ່ານ​ນາງ​ລິວ​ຢຽນ​ຕຸ່ງ​ມີ​ຂໍ້​ລິ​ເລີ່ມ​ວ່າ ສື່ມວນ​ຊົນ​ບັນ​ດາ​ປະ​ເທດ​ຄວນ​ນຳ​ສະ​ເໜີ​ຂໍ້​ມູນ​ຂ່າວ​ສານ​ທີ່​ແທ້​ຈິງ,ຖືກ​ຕ້ອງ,ຮອບ​ດ້ານ​ແລະ​ນອກ​ຕົວ​ເພື່ອ​ສົ່ງ​ສຽງ​ຍຸກ​ສະ​ໄໝ​ທີ່​ພັດ​ທະ​ນາ​ໂດຍ​ສັນ​ຕິ​, ເຕົ້າ​ໂຮມ​ກຳ​ລັງ​ທຸກ​ຝ່າຍ​ເພື່ອ​ຮ່ວມ​ກັນ​ບັນ​ລຸ​ຄວາມ​ຝັນ​ໃຫ້​ເປັນ​ຄວາມ​ຈິງ, ​ຂະ​ຫຍາຍ​ການ​ຮ່ວມ​ມື​ລະ​ຫວ່າງ​ສື່ມວນ​ຊົນ​ໃຫ້ກວ້າງ​ອອກ​ແລະ​ເລິກ​ເຊິ່ງ​ຍິ່ງ​ຂຶ້ນ, ສົ່ງ​ເສີມ​ການ​ແລກ​ປ່ຽນ​ແລະ​ຖອດ​ຖອນ​ບົດ​ຮຽນ​ເຊິ່ງ​ກັນ​ແລະ​ກັນ​ລະ​ຫວ່າງ​ອ​ະ​ລິ​ຍະ​ທຳ​ຕ່າງໆ​​ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ສ້າງ​ໂລກ​ໃຫ້​ມີ​ສັນ​ຕິ​ພາບ​ຖາ​ວອນ, ໝັ້ນ​ຄົງ​ທົ່ວ​ໄປ,ຈະ​ເລີນ​ຮຸ່ງ​ເຮືອງ​ຮ່ວມ​ກັນ, ເປີດ​ປະ​ຕູ,ກວມ​ລວມ,ສະ​ອາດ​ແລະ​ສວຍ​ງາມ​ໃຫ້ຫຼາຍກວ່າ​ເກົ່າ.

ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ນີ້​ມີ​ຫົວ​ຂໍ້​ວ່າ ສື່ມວນ​ຊົນ​ໃນ​ຍຸກ​ປ່ຽນ​ແປງ​ໃໝ່ ເຊິ່ງ​ມີ​ຜູ້​ຕາງ​ໜ້າ​ 600 ກວ່າ​ທ່ານ​ມາ​ຈາກ 60 ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ​ພ້ອມ​ດ້ວຍ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ 9 ແຫ່ງ​ເຂົ້າ​ຮ່ວມ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ