ນາ​ຍົກ​ຈີນ​ຈະ​ເດີນ​ທາງ​ໄປ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ຕ່າງໆ​ກ່ຽວ​ກັບການ​ຮ່ວມ​ມື​ອາ​ຊີ​ຕາ​ເວັນ​ອອກ​ແລະ​ຢ້ຽມ​ຢາມ​ຟີ​ລິ​ບ​ປິນ​ຢ່າງ​ເປັນ​ທາງ​ການ
2017-11-05 10:27:53  cri 
ວັນ​ທີ 5 ພະ​ຈິກນີ້, ທ່ານ​ນາງ​ຮ​ວ້າ​ຊຸ່ນ​ຢິງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ເປີດ​ເຜີຍ​ວ່າ: ໂດຍ​ຕອບ​ສະ​ໜອງ​ຕາມ​ການ​ເຊື້ອ​ເຊີນຈາກ​ທ່ານ​ຣົດ​ຣິ​ໂກ ດູ​ເຕີ​ເຕ ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປິນ ປະ​ເທດ​ປະ​ທານ​ໝູນ​ວຽນ​ຂອ​ງ​ອາ​ຊຽນ, ທ່ານ​ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ຈະ​ເດີນ​ທາງ​ໄປ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ຈີນ-ອາ​ຊຽນ(10+1)ຄັ້ງ​ທີ 20, ກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ​ກັບ​ຈີນ ຍີ່​ປຸ່ນ​ ແລະ​ສ.ເກົາ​ຫຼີ(10+3)ຄັ້ງ​ທີ 20 ແລະ​ກອງ​ປະ​ຊຸມ​ສຸດຍອດ​ອາ​ຊີ​ຕາ​ເວັນ​ອອກ​ຄັ້ງ​ທີ 12 ຢູ່​ນະ​ຄອນ​ຫຼວງ​ມາ​ນີ​ລາ​ຂອງ​ຟີ​ລິບ​ປິນ​ແຕ່​ວັນ​ທີ 12 ຫາ 16 ພະ​ຈິກນີ້, ພ້ອມ​ທັງ​ຢ້ຽມ​ຢາມ​ຟີ​ລິບ​ປິນ​ຢ່າງ​ເປັນ​ທາງ​ການ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ