ທ່ານຫຼີ​ເຄີ້​ສຽງ​ຕ້ອ​ນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ທ່ານ​ບິ​ລ ເກັ​ສ
2017-11-05 15:17:11  cri 

ວັນ​ທີ 3 ພະ​ຈິກ​ນີ້, ທ່ານຫຼີ​ເຄີ້​ສຽງ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ຕ້ອ​ນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ທ່ານ​ບິ​ວ ເກັ​ສ, ​ຜູ້​ອຳ​ນວຍ​ການ​ໃຫຍ່​ບໍ​ລິ​ສັດ​ພະ​ລັງ​ງານ​ເທ​ຣາ ທັງ​ເປັນ​ຜູ້​ປະ​ດິດ​ສ້າງ​ບໍ​ລິ​ສັດ​ມິກ​ໂຣ​ຊອບ​ຂອງ​ອາ​ເມ​ລິ​ກາ​ຢູ່​ທຳ​ນຽບ​ຈົ່ງ​ນານ​ໄຫ​ທີ່​ນະ​ຄອນຫຼວງ​ປັກ​ກິ່ງ.


ທ່ານຫຼີ​ເຄີ້​ສຽງ​ກ່າວ​ວ່າ, ຈີນ​ ແລະ​ອາ​ເມ​ລິ​ກາ​ໄດ້​ຮ່ວມ​ມື​ເປັນ​ຢ່າງ​ດີ​ໃນ​ຂົງ​ເຂດ​ຄົ້ນ​ຄວ້າ​ພັດ​ທະ​ນາ​ເຕັກ​ໂນ​ໂລ​ຊີ​ໄຟ​ຟ້າ​ນິວ​ເຄຼຍ​ລຸ້ນ​ໃໝ່, ວິ​ສາ​ຫະ​ກິດ​ສອງ​ປະ​ເທດ​ໄດ້​ສ້າງ​ບໍ​ລິ​ສັດ​ຮ່ວມ​ທຶນ ໂດຍ​ຖື​ຮຸ້ນ​ຝ່າຍ​ລະ 50%, ແລະ​ເປັນ​ເຈົ້າ​ຂອງ​ສິດ​ຊັບ​ສິນ​ທາງ​ປັນ​ຍາ​ຮ່ວມ​ກັນ. ນີ້​ເປັນ​ຜົນ​ງານ​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ​ຂອງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ໄຮ​ເທັກລະ​ຫວ່າງ​ສອງ​ປະ​ເທດ, ເປັນ​ການ​ຮ່ວ​ມ​ມື​ບົນ​ພື້ນ​ຖານ​ແຫ່ງ​ຄວາມ​ສະ​ໝັກ​ໃຈ, ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ​ທັງ​ສອງ​ຝ່າຍ​ມີ​ທ່າ​ທີ​ເປີດ​ປະ​ຕູ. ອາ​ເມ​ລິ​ກາ​ມີ​ເຕັກ​ໂນ​ໂລ​ຊີ​ທີ່​ນຳ​ໜ້າ​ໃນ​ປັດ​ຈຸ​ບັນ, ຈີນ​ມີ​ກຳ​ລັງ​ບົ່ມ​ຊ້ອນ​ດ້ານ​ສະ​ຕິ​ປັນ​ຍາ, ເຊື່ອ​ວ່າ​ຈະ​ເປັນ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ.

ທ່ານ​ບິ​ວ ເກັ​ສ​ກ່າວ​ວ່າ, ພະ​ລັງ​ງານ​ນິວ​ເຄຼຍ​ລຸ້ນ​ໃໝ່​ມີ​ຄວາມ​ສຳ​ຄັນ​ເປັນ​ພິ​ເສດ​ຕໍ່​ການ​ພັດ​ທະ​ນາ​ເຕັກ​ໂນ​ໂລ​ຊີ​ພະ​ລັງ​ງານ​ຂອງມວນ​ມະ​ນຸດ​ໃນ​ອະ​ນາ​ຄົດ, ຕ້ອງ​ຮັບ​ປະ​ກັນໃຫ້​ການ​ສະ​ໜອງ​ພະ​ລັງ​ງານ​​ມີ​ຄວາມ​ສະ​ອາດ, ປອດ​ໄພ ແລະ​ໄວ້​ວາງ​ໃຈ​ໄດ້. ພວກ​ເຮົາ​ທະ​ນຸ​ຖະ​ໜອມ​ທີ່​ສຸດ​ຕໍ່​ການ​ຮ່ວມ​ມື​ກັບ​ວິ​ສາ​ຫະ​ກິດ​ຈີນ​ໃນ​ຂົງ​ເຂດ​ທີ່​ກ່ຽວ​ຂ້ອງ, ໃຫ້​ຄວາມ​ສຳ​ຄັນ​ສູງ ແລະ​ຫວັງ​ວ່າ​ຈະ​ນຳ​ໃຊ້​ທ່າ​ແຮງ​ດ້ານ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ຂອງ​ຈີນ​ໃຫ້​ດີຢ່າງ​ເຕັມ​ສ່ວນ, ຍິນ​ດີ​ຖື​ທ່າ​ທີ​ເປີດ​ປະ​ຕູ​ຕໍ່​ໄປ, ເພື່ອເຮັດ​ໃຫ້​ວິ​ໄສ​ທັດ​ແຫ່ງ​ການ​ຮ່ວມ​ມື​ກາຍ​ເປັນ​ຄວາມ​ຈິງ​ທີ່​ດີ​ງາມ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ