ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ​ຊົມ​ເຊີຍ​ຕໍ່​ຄວາມ​ຄືບ​ໜ້າ​ຂອງ​ການ​ກໍ່​ສ້າ​ງ​ທາງ​ລົດ​ໄຟ​ລາວ​ຈີນ
2017-11-05 16:01:56  cri 
ວັນ​ທີ 4 ພະ​ຈິກ​ນີ້, ທ່ານ​ທອ​ງ​ລຸນ ສີ​ສຸ​ລິດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ​ໄດ້​ລົງ​ສຳຫຼວດ​ໂຄງ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ລາວ​ຈີນ​ຢູ່​ແຂວງ​ອຸ​ດົມ​ໄຊ​ທາງ​ພາກ​ເໜືອ​ຂອງ​ປະ​ເທດ​ລາວ, ແລະ​ໄດ້​ຊົມ​ເຊີຍ​ຢ່າງ​ສູງ​ຕໍ່​​ຄວາມຄືບ​ໜ້າ​ຂອງ​ການ​ກໍ່​ສ້າງ.
ກອງ​ບັນ​ຊາ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ລາວ​ຈີນ​ຂອງ​ບໍ​ລິ​ສັດ​ທາງ​ລົດ​ໄຟຈີນ​ໃຫ້​ຮູ້​ໃນ​ວັນ​ທີ 5 ພະ​ຈິກ​ນີ້​ວ່າ, ຫຼັງ​ການ​ລົງ​ສຳຫຼວດ, ທ່ານ​ທອງ​ລຸນ ສີ​ສຸ​ລິດ​ກ່າວ​ວ່າ, ທາງ​ລົດ​ໄຟ​ລາວ​ຈີນ​ເປັນ​ໂຄງ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ​ສອງ​ປະ​ເທດ​ລາວ​ຈີນ, ເປັນ​ສາຍ​ເຊື່ອມ​ຕໍ່ແຫ່ງ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ ແລະ​ພັດ​ທະ​ນາ​ພ້ອມ​ກັນ​ຂອງ​ສອງ​ປະ​ເທດ​ລາວ​ຈີນ, ​ເມື່ອທາງ​ລົດ​ໄຟ​ລາວ​ຈີນ​ສ້າງ​ສຳ​ເລັດ​ແລ້ວ​ຈະ​ກາຍ​ເປັນ​ພະ​ລັງ​ແຮງ​​ທີ່​ແຂງ​ແຮງໃນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ລາວ, ກໍ​ຈະ​ສ້າງ​ຜົນ​ປະ​ໂຫຍດ​ຫຼາຍກວ່າ​ເກົ່າໃຫ້​ແກ່​ປະ​ຊາ​ຊົນ​ສອງ​ຊາດ, ຫວັງ​ວ່າ​ຈະ​ສ້າງ​ທາງ​ລົດ​ໄຟ​ລາວ​ຈີນ​ໃຫ້​ເປັນ ​ທາງ​ລົດ​ໄຟ​ແບບ​ສີ​ຂຽວ​ທີ່​ມີ​ຄຸນ​ນະ​ພາບ​ດີ ແລະ​ປະ​ສິດ​ທິ​ຜົນ​ສູງ, ທັງ​ມີ​ຄວາມ​ໝາຍ​ຂ້າມ​ຍຸກ​ສະ​ໄໝ.

ທາງ​ລົດ​ໄຟ​ລາວ​ຈີນ​ທິດ​ເໜືອ​ໄປ​ຮອດ​ດ່ານ​ບໍ່​ຫານ-ບໍ່​ເຕນ​ຕາມເຂດ​ຊາຍ​ແດນ​ລາວ-ຈີນ, ທິດ​ໃຕ້​ໄປ​ຮອດ​ນະ​ຄອນຫຼວງວຽງ​ຈັນ, ລວງ​ຍາວ​ທັງ​ໝົດ 400 ກວ່າ​ກິ​ໂລ​ແມັດ, ລົງ​ທຶນ​ທັງ​ໝົດ​ເກືອບ 40 ຕື້ຢວນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ