ປະ​ທານ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ອາ​ເມ​ລິ​ກາ-ຈີນກ່າວ​ວ່າ, ການ​ຮ່ວມ​ມື​ລະ​ຫວ່າງ​ອາ​ເມ​ລິ​ກາ​ກັບ​ຈີນ​ມີ​ຜົນ​ດີ​ຕໍ່​ການ​ຊຸກ​ຍູ້​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ​ຂອງ​ໂລກ
2017-11-05 17:05:19  cri 
ກ່ອນທ່ານໂດ​ນັນ ທ​ຣຳ​ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​​ຈະ​ເດີນ​ທາງມາ​ຢ້ຽມ​ຢາມ​ຈີນ​​ເປັນ​ຄັ້ງທຳ​ອິດ, ໃນ​ເວ​ລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ, ທ່ານ​ຊາ​ເລ​ສ໌ ຟົ​ສ໌​ເຕີ ປະ​ທານ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ອາ​ເມ​ລິ​ກາ-ຈີນ​ກ່າວ​ວ່າ, ໃນ​​ຊຸມປີ​ມໍ່ໆ​ມາ​ນີ້, ການ​ພົວ​ພັນ​ລະ​ຫວ່າງ​ອາ​ເມ​ລິ​ກາ​ກັບ​ຈີນ​ໄດ້​ມີ​ການ​ຂະ​ຫຍາຍ​ຕົວ​ເປັນ​ຢ່າງ​ດີ, ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ​​ທີ່ນັບ​ມື້​ນັບກ້າວ​ສູ່​ລວງ​ເລິກເລິກນັ້ນ​ມີ​ຜົນ​ດີ​ຕໍ່​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ​ຂອງ​ໂລກ.

ທ່ານ​ຊາ​ເລ​ສ໌ ຟົ​ສ໌​ເຕີ ກ່າວ​ວ່າ, ການ​ພົວ​ພັນລະ​ຫວ່າງ​ອາ​ເມ​ລິ​ກາ​ກັບ​ຈີນ​ແມ່ນ​ການ​ພົວ​ພັນ​ສອງ​ຝ່າຍ​ທີ່​ສຳ​ຄັນທີ່​ສຸດໃນ​ໂລກ, "ບໍ່​ວ່າ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ທ່ານ​ໃດ​ເຂົ້າ​​ປະ​ຈຳທຳ​ນຽບ​ຂາວ, ກໍ່​ຈະ​ມີ​ຄວາມ​ຮັບ​ຮູ້​ຕໍ່​ຄວາມ​ສຳ​ຄັນ​ແຫ່ງ​ການ​ພົວ​ພັນ​ລະ​ຫວ່າງ​ອາ​ເມ​ລິ​ກາ​ກັບ​ຈີນ, ​ຜູ້​ໃດ​ກໍ່​ຕ້ອງ​ໃຫ້​ຄວາມສຳ​ຄັນ​ສູງ, ແລະ​ປັບ​ປຸງ​ໃຫ້ການ​ພົວ​ພັນ​ດັ່ງ​ກ່າວ​ດີ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ."

ທ່ານຊາ​ເລ​ສ໌ ຟົ​ສ໌​​ເຕີ ຊີ້​ອອກວ່າ, ຜ່ານ​ການ​​ຂະ​ຫຍາຍ​ຕົວ​ເປັນເວ​ລາ​ເກືອບ 40 ປີ, ການ​ພົວ​ພັນ​ລະ​ຫວ່າງ​ອາ​ເມ​ລິ​ກາ​ກັບ​ຈີນ​ໄດ້​ມີ​ເນື້ອ​ໃນ​ທີ່​ກວ້າງ​ຂວາງ​ແລະ​ອຸດົມ​ສົມ​ບູນກວ່າ​ເກົ່າ, ​ກາ​ນ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ໃນ​ຫຼາຍ​ລະ​ດັບ​ແລະ​ຫຼາຍ​ຂົງ​ເຂດ​ເຮັດ​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ຍິ່ງ​ແໜ້ນ​ແຟ້ນ​ຂຶ້ນກວ່າ​ເກົ່າ. ທ່ານ​ກ່າວ​ວ່າ: "ບົນ​ເສັ້ນ​ທາງ​ກ້າວ​ໄປ​ໜ້າ, ສອງ​ປະ​ເທດ​ແນ່ນອນ​ຈະ​ມີ​ຄວາມ​ຂັດ​ແ​ຍ້ງ​ກັນ​ຈຳ​ນວນ​ໜຶ່ງ ເຊິ່ງ​ເປັນ​ສິ່ງ​ທີ່​ຫຼີກ​ເວັ້ນ​ບໍ່​ໄດ້. ແຕ່​ເມື່ອ​ພິ​ຈາ​ລະ​ນາ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ກາ​ນ​ພົວ​ພັນ​ລະ​ຫວ່າງ​ອາ​ເມ​ລິ​ກາ​ກັບ​ຈີນ, ​ໃນ​ທີ່ສຸດ, ສອງ​ຝ່າຍກໍ່​ຈະ​ຊອກວິ​ທີທີ່​ບັງ​ເກີດ​ຜົນ​ເພື່ອ​ແກ້​ໄຂຄວາມ​ຂັດ​ແຍ່ງ​ກັນ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ