ລະ​ບົບ​ນຳ​ທາງ​ເປີຍ​ໂຕຈີນ​ກ້າວ​ເຂົ້າ​ສູ່​​ຍຸກ​ໃໝ່
2017-11-06 17:26:42  cri 

ເວ​ລາ 19 ໂມງ 45 ນາ​ທີ​ຂອງວັນ​ທີ 5 ພະ​ຈິກ 2017 ນີ້ຢູ່​ຖານ​ສົ່ງດາ​ວ​ທຽມ​ຊີ່​ຊ່າງ, ຈີນ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ສົ່ງດາວ​ທຽມ​ "ເປີຍ​ໂຕ 3" ສອງ​ໜ່ວຍ​ຂຶ້ນ​ສູ່​ອະ​ວະ​ກາດ​ດ້ວຍ​ຈະຫຼວດ​ສົ່ງຍານ​ "ສາງ​ເຈິ່ງ 3B" ແລະ​ການ​ທີ່​ຈີນ​ສົ່ງ​ດາວ​ທຽມ "​ເປີຍ​ໂຕ3" ​ຂຶ້ນ​ເປັນ​ເທື່​ອຳ​ທ​ອິດ​ນີ້ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ ລະ​ບົບ​ນຳ​ທາງດາວ​ທຽມ​​ເປີຍ​ໂຕ​ຈີນ​ໄດ້​ກ້າວ​ເຂົ້າ​ສູ່​ຍຸກ​ໃໝ່​ແຫ່ງ​ການ​ປະ​ກອບ​ເຄືອ​ຂ່າຍ​ດາວ​ທຽມ​ທົ່ວ​ໂລກ.

ທ່ານ​ຢາງ​ສາງ​ເຟີງ ຊ່າງ​ອອກ​ແບ​ບ​ໃຫຍ່​ລະ​ບົບນຳ​ທາງ​ດາວ​ທຽມ​ເປີຍ​ໂຕ​ຈີນ​ກ່າວ​ວ່າ: ຫຼັງຈາກຂຶ້ນ​ສູ່​ວົງ​ໂຄ​ຈອນ​ແລ້ວ, ດາວ​ທຽມ​ຈະ​ປະ​ຕິ​ບັດ​ການກວດ​ກາ​ທີ່​ກ່ຽວ​ຂ້ອງ​ແລະ​​ທົດ​ສອບ​ການເຂົ້າ​ເຄືອ​ຂ່າຍ ທັງ​ຈະ​ເປີດ​ບໍ​ລິ​ການ​ໃນ​ເວ​ລາ​ອັນ​ເໝາະ​ສົມ. ຄວາມ​ຖືກ​ຕ້ອງ​ໃນ​ການ​ກຳ​ນົດ​ຕຳ​ແໜ່ງ​ຂອງ​ດາວ​ທຽມ "​ເປີຍ​ໂຕ 3"ຈະ​ລັນ​ລຸ​​ໃນລະ​ດັບ 2,5-5 ແມັດ ທັງ​ສາ​ມາດ​ຍົກ​ລະ​ດັບ​ກ່ຽວ​ຂ້ອງ​ຂະ​ນະ​ທີ່​ສະ​ຫງວນ​ບົດ​ບາດ​ສົ່ງ​ຂໍ້​ຄວາມ​ສັ້ນ.

ຈີນ ກາຍ​ເປັນ​ປະ​ເທດ​ທີ 3 ໃນ​ໂລກ​ທີ່​ມີ​ລະ​ບົບ​ນຳ​ທາງດາວ​ທຽມ​ຂອງ​ຕົນ ຖັດ​ຈາກ​ອາ​ເມ​ລິ​ກາ​ແລະ​ຣັດ​ເຊຍ. ຕາມ​ແຜນ​ການ, ກ່ອນຫຼືຫຼັງ​ທ້າຍ​ປີ 2018, ຈີ​ນ​ຈະ​ສົ່ງ​ດາວ​ທຽມ "​ເປີຍ​ໂຕ 3" 18 ໜ່ວຍ​ຂຶ້ນ​ສູ່​ວົງ​ໂຄ​ຈອນ​ໂດຍ​ຈະ​ປົກ​ຄຸມ​ບັນ​ດາ​ປະ​ເທດ​ຢູ່​ລຽບຕາມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"​ແລະຮອດ​ປີ 2020, ຈີນ​ຈະ​ສຳ​ເລັດ​ການ​ສົ່ງ​ດາວ​ທຽມ 30 ກວ່າ​ໜ່ວຍເຊິ່ງ​ຈະ​ປະ​ກອບ​ເປັນ​ເຄືອ​ຂ່າຍ ເພື່ອ​ບັນ​ລຸ​ຄວາມ​ສາ​ມາດ​ການ​ບໍ​ລິ​ການ​ທົ່ວ​ໂລກ.

1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ