ເປີດສາຍຮູບເງົາຮອບປະຖົມມະເລີກ "ເທດສະການຮູບເງົາດີເດັ່ນຂອງຈີນທົ່ວປະເທດລາວ"
2017-11-06 11:16:50  cri 


ຕາມຂ່າວ CRI: ພິທີ​ເປີດສາຍຮູບເງົາຮອບປະຖົມມະເລີກ "ເທດສະການຮູບເງົາດີເດັ່ນຂອງຈີນທົ່ວປະເທດລາວ"ທີ່ສະຖານທູດຈີນ,ກະຊວງຖະແຫລງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວລາວຮ່ວມກັນເປັນເຈົ້າພາບ ແລະຮ່ວມຈັດໂດຍວິທະຍຸສາກົນແຫ່ງປະເທດຈີນຫຼື CRI ປະຈໍາລາວ ແລະ ກົມຮູບເງົາກະຊວງຖະແຫລງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວລາວ ໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ໃນວັນທີ 5 ພະຈິກ 2017 ນີ້, ໂດຍມີທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວລາວ, ທ່ານ ຫວາງເວີນທຽນ ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປລາວ, ບັນດາຫົວໜ້າກົມ, ນັກຮ້ອງນັກສະແດງທີ່ມີຊື່ສຽງຂອງລາວ ແລະຜູ້ຕາງໜ້າຈາກພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ.


ທ່ານ ຫວາງເວີນທຽນ ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ກ່າວວ່າ,​ ສິ່ງ​ສຳ​ຄັນ​ຂອງການພົວພັນລະຫວ່າງສອງປະເທດ​ກໍ​ຄືປະຊາຊົນມີຄວາມສະໜິດສະໜົມກັນ ແລະ ເຂົ້າອົກເຂົ້າໃຈກັນ. ສຳ​ລັບ"ເທດສະການຮູບເງົາດີເດັ່ນຂອງຈີນທົ່ວປະເທດລາວ" ໃນຄັ້ງນີ້ເປັນກິດຈະກໍາແລກປ່ຽນວັດທະນະທໍາລະຫວ່າງສອງປະເທດທີ່ມີຄວາມໝາຍສໍາຄັນ ແລະ ເຊື່ອໝັ້ນວ່າ,​ຈະເຮັດໃຫ້ການແລກປ່ຽນວັດທະນະທໍາລະຫວ່າງຈີນແລະລາວ ອຸດົມສົມບູນຂຶ້ນຕື່ມ.


ພາຍໃນງານ ໄດ້ສາຍຮູບເງົາດີເດັ່ນຈີນ 2 ເລື່ອງຄື: ໝາປ່າ​ພະຈົນໄພ ແລະ ມະເຮັງ...ຂອງຂວັນວັນເກີດຄົບຮອບ 29 ປີ.  ນອກຈາກນີ້, ຍັງໄດ້ມີການມອບລາງວັນໃຫ້ຜູ້ຊະນະເລີດການປະກວດນັກພາກຮູບເງົາ,ຜູ້ຮ່ວມພາກກັບຊ່ຽວຊານ ແລະ ສິລະປິນຊື່ດັງຂອງປະເທດລາວ. ຫລັງຈາກສາຍຮອບປະຖົມມະເລີກແລ້ວ, ຮູບເງົາ 2 ເລື່ອງນີ້ ຈະສືບຕໍ່ສາຍຢູ່ໂຮງຮູບເງົາ ຊັ້ນ 4 ສູນການຄ້າວຽງຈັນເຊັນເຕີ ແຕ່່ວັນທີ 8-11 ພະຈິກນີ້ ໃນເວລາ 19:00-21:00 ໂດຍບໍ່ເສຍຄ່າ.


"ເທດສະການຮູບເງົາດີເດັ່ນຂອງຈີນທົ່ວປະເທດລາວ"ໃນຄັ້ງນີ້ຈະນໍາເອົາຮູບເງົາດີເດັ່ນຈີນ 2 ເລື່ອງຄື: ໝາປ່າພະຈົນໄພ ແລະ ມະເຮັງ...ຂອງຂວັນວັນເກີດຄົບຮອບ 29 ປີ ສາຍຢູ່ນະຄອນຫລວງວຽງຈັນ ແລະ ອີກ 7 ແຂວງຄື: ແຂວງຊຽງຂວາງ, ຫລວງພະບາງ, ອຸດົມໄຊ, ຫລວງນ້ຳທາ, ຄຳມ່ວນ, ສະຫວັນນະເຂດ ແລະ ແຂວງຈຳປາສັກ ໃນເດືອນພະຈິກຫາເດືອນທັນວາ 2017 ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ