ອິ​ສ​ຣາ​ແອນ​ຊ້ອມ​ຮົບ​ປະ​ສົ​ມກອງ​ທັບ​ອາ​ກາດ​ຂະ​ໜາດ​ໃຫຍ່, ອິນ​ເດຍ​ເຂົ້າ​ຮ່ວມ​ເປັນ​ຄັ້ງ​ທຳ​ອິດ
2017-11-06 15:40:03  cri 
ກອງທັບ​ອິ​ສ​ຣາ​ແອນ​ໄດ້​​ຊ້ອມ​ຮົບ​ປະ​ສົມ​ກອງ​ທັບ​ອາ​ກາດ​ຂະ​ໜາດ​ໃຫຍ່​ຢູ່​ຖານ​ທັບ​ອາ​ກາດ​ອົ​ຟ​ດາ​ພາກ​ໃຕ້ຂອງ​ປະ​ເທດ​ໃນ​ວັນ​ທີ 5 ພະ​ຈິກ​ນີ້​ດ້ວຍ​ລະ​ຫັດ "ທຸງ​ສີ​ຟ້າ", ໂດຍ​ມີກອງ​ທັບ​ອາ​ກາດ​ອາ​ເມ​ລິ​ກາ, ເກຼັກ, ໂປ​ໂລຍ, ເຢຍ​ລະ​ມັນ, ຝ​ຣັ່ງ, ອີ​ຕາ​ລີ, ອິນ​ເດຍ​ແລະ​ອື່ນໆ​ເຂົ້າ​ຮ່ວມ. ​ສຳ​ລັບອິນ​ເດຍ​ຖື​ວ່າ​ເປັນ​ການ​ເຂົ້າ​ຮ່ວມ​​ຊ້ອມ​ຮົບ​ເປັນ​ຄັ້​ງ​ທຳ​ອິດ, ໂດຍໄດ້​ສົ່ງ​ເຮືອ​ບິນ​ຂົນ​ສົ່ງ C-130J ​ໜຶ່ງ​​ລຳເຂົ້າ​ຮ່ວມ.

ສື່ມວນ​ຊົນ​ອິ​ສ​ຣາ​ແອນ​ລາຍ​ງານ​ວ່າ, ປະ​ເທດ​ເຫຼົ່າ​ນີ້​ໄດ້​ສົ່ງ​​ເຮືອ​ບິນ​ຮົບ, ເຮືອ​ບິນ​ຂົນ​ສົ່ງ​ແລະ​ເຮືອ​ບິນ​ຕື່ມ​ນ້ຳ​ມັນ​ເຂົ້າ​ຮ່ວມ​ໂດຍ​ເຈົ້າ​ໜ້າ​ທີ່​ໜ່ວຍ​ປ້ອງ​ກັນ​ປະ​ເທດ​ອິ​ສ​ຣາ​ແອນ​ກ່າ​ວ​ວ່າ, ເປົ້າ​ໝາຍ​​ຫຼັກ​ກໍ​ເພື່ອ​ຍົກ​ສູງ​ຄວາ​ມ​ສາ​ມາ​ດ​ການ​ສູ້​ຮົບ​ແລະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ປະ​ເທດ​ທີ່​ເຂົ້າ​ຮ່ວມ, ​ແລະບໍ່​ກ່ຽວ​ພັນ​ເຖິງ​ສະ​ຖາ​ນະ​ການ​ຄວາມ​ໝັ້ນ​ຄົງ​ໃດໆ​ໃນ​ປັດ​ຈຸ​ບັນ.

​ກອງ​ທັບ​ອິ​ສ​ຣາ​ແອນ​ໄດ້​ຈັດ​ຕັ້ງ​ການ​ຊ້ອມ​ຮົບ​ດ້ວຍ​ລະ​ຫັດ "ທຸງ​ສີ​ຟ້າ" ເປັນ​ຄັ້ງ​ທີ​ສາມ​ແລະ​ຈັດ​ຂຶ້ນ 2 ປີ​ຕໍ່​ເທື່ອ​ໂດຍ​ເລີ່ມ​ແຕ່​ປີ 2013ເປັ​ນ​ຕົ້ນ​ມາ, ແລະແມ່ນ​ການ​ຊ້ອມ​ຮົບ​ທາງ​ອາ​ກາດ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ພາຍ​ຫຼັງ​ກອງ​ທັບ​ອາ​ກາດ​ອິ​ສ​ຣາ​ແອນ​ສ້າງ​ຕັ້ງ​ຂຶ້ນ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ