ວັນທີ 3 ພະຈິກນີ້, ທ່ານຫງວຽນຟູຈອງ ເລຂາທິການໃຫຍ່ສູນກາງພັກກອມມູນິດຫວຽດນາມ ແລະທ່ານຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານວາງຢີ້ ລັດຖະມົນຕີກະຊວງການຕ່າງປະເທດຈີນຢູ່ນະຄອນຫຼວງຮາໂນ້ຍ.
ໂອກາດນີ້, ທ່ານຫງວຽນຟູຈອງ ແລະທ່ານຫງວຽນຊວນຟຸກໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດອັນຈົບງາມຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 19 ຂອງພັກກອມມູນິດຈີນ ແລະແນວຄິດສີຈິ້ນຜິງກ່ຽວກັບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ໂດຍກຳນົດເປັນແນວຄິດຊີ້ນຳຂອງພັກກອມມູນິດຈີນ. ທັງໄດ້ກ່າວວ່າ: ຫວຽດນາມຈະຮຽນຮູ້ຈິດໃຈຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 19 ຂອງພັກກອມມູນິດຈີນ, ຖອດຖອນບົດຮຽນ ແລະຊຸກຍູ້ການພັດທະນາສັງຄົມນິຍົມຂອງຕົນ. ຫວຽດນາມຖືສຳຄັນຢ່າງສູງທີ່ທ່ານສີຈິ້ນຜິງ ເລຂາທິການໃຫຍ່ສູນກາງພັກກອມມູນິດຈີນ, ປະທານປະເທດຈີນ ຈະເຂົ້າຮ່ວມກອງປະຊຸມຜູ້ນຳອົງການຮ່ວມມືເສດຖະກິດອາຊີ-ປາຊີຟິກ ແລະຢ້ຽມຢາມຫວຽດນາມ ເຊິ່ງປະເທດຕົນພ້ອມຮັບປະກັນເຮັດໃຫ້ການຢ້ຽມຢາມເທື່ອນີ້ປະສົບຜົນສຳເລັດຢ່າງຈົບງາມ.
ທ່ານວາງຢີ້ສະແດງຄວາມຂອບອົບຂອບໃຈຫວຽດນາມທີ່ຖືສຳຄັນຢ່າງສູງ ແລະກ່າວຊົມເຊີຍຢ່າງຈິງໃຈຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຈີນຄັ້ງທີ 19 ທັງຍົກໃຫ້ເຫັນວ່າ ທ່ານສີຈິ້ນຜິງຈະເດີນທາງຢ້ຽມຢາມຫວຽດນາມ ເຊິ່ງເປັນປະເທດທຳອິດຫຼັງສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຈີນຄັ້ງທີ 19 ໄດ້ສະແດງໃຫ້ເຫັນວ່າ ຈີນໃຫ້ຄວາມສຳຄັນຢ່າງສູງຕໍ່ສາຍພົວພັນລະຫວ່າງສອງປະເທດ ແລະຫວັງວ່າ ຫຼັງການປຶກສາຫາລືດ້ານຍຸດທະສາດເທື່ອນີ້ ຈະເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈກັນທາງການເມືອງ ແລະຊຸກຍູ້ສາຍພົວພັນຂອງສອງພັກ-ສອງລັດໃຫ້ກ້າວຂຶ້ນສູ່ລະດັບໃໝ່.