ໂຮງ​ງານ​ຕັດ​ຫຍິບຫຼາຍ​ຮ້ອຍ​ແຫ່ງ​ຢູ່​ບ້ານ​ຖູ​ຕີ້ເລັ່ງ​ຜະ​ລິດ​ໃຫ້​ທັນ​ວັນ​ພິ​ເສດ 11 ພະ​ຈິກ
2017-11-07 16:07:53  cri 

ໂອ​ກາດວັນ​ທີ 11 ພະ​ຈິກ ເຊິ່ງ​ເປັນ​ວັນ​ໂຄ​ສະ​ນາ​ສິນ​ຄ້າຫຼື​ວັນ​ໂປ​ຣ​ໂມ​ຊັນ​ສຳ​ລັບ​ຮ້ານ​ຄ້າ​ທາງ​ອິນ​ເຕີ​ເນັດ​ໃກ້​ຈະ​ວຽນ​ມາ​ເຖິງ, ​ໂຮງ​ງານ​ຕັດ​ຫຍິບຫຼາຍ​ຮ້ອຍ​ແຫ່ງ​ຢູ່​ບ້ານ​ຖູ​ຕີ້​ຕາ​ແສງ​ອ່ານ​ຈິ້ງເຂດພີ​ຕູ່​​ເມືອງ​ເສິງ​ຕູ່​ແຂວງ​ເສ​ສວນ​ໄດ້​​ກ້າວເຂົ້າ​ສູ່​ໄລ​ຍະຜະ​ລິດ​ທີ່​ໜັກ​ໜ່ວງ​ທີ່​ສຸດ​ໃນ​ປີ​ໜຶ່ງ​ໂດຍ​​ທຸກ​ຄົນ​ຕ້ອງ​ໄດ້​ເຮັດ​ວຽກ​ເພີ່ມ​ເພື່ອ​ເລັ່ງ​ຕັດ​ຫຍິບ​ເສື້ອ​ຜ້າ​ອາ​ພອນ​ໃຫ້​ສຳ​ເລັດ​ແລະ​ມີ​ຄຸນ​ນະ​ພາບ. ບ້ານ​ຖູ​ຕີ້​ຖືກ​ເອີ້ນ​ວ່າ "ບ້ານ​ຖາວ​ປາວ" ເນື່ອງ​ຈາກ​ເປັນ​ບ້ານ​ຜະ​ລິດ​ສິນ​ຄ້າ​ສະ​ເພາະ​ຈຳ​ໜ່າຍ​ທາງ​ອິນ​ເຕີ​ເນັດ​ໂດຍບ້ານ​ດັ່ງ​ກ່າວ​ມີ​ປະ​ຊາ​ກອນ 2000 ກວ່າ​ຄົນ, ແຕ່​​ມີແຮງ​ງານ​ຈາກ​ພາຍນອກເກືອບ 2 ໝື່ນ​ຄົນ.

1  2  3  4  5  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ