ຫົວ​ໜ້າ​ບໍ​ລິ​ຫານ​ງານ​ກອງ​ເລ​ຂາAPECເຫັນ​ວ່າ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"​​ມີ​ຄວາມ​ໝາຍ​ສຳ​ຄັນ​ເພື່ອຖອດ​ຖອນ​ບົດ​ຮຽນ
2017-11-08 14:40:26  cri 

ສັບ​ປະ​ດາກອງ​ປະ​ຊຸມ​ຜູ້​ນຳ​ອົງ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊີ​ປາ​ຊີ​ຟິກຫຼືAPEC 2017 ໄດ້​​ເປີດ​ສາກ​ຂຶ້ນ​ຢູ່​ນະ​ຄອນ​ດາ​ນັງ​ປະ​ເທດ​ຫວຽດ​ນາມ.

ທ່ານ​ແອ​ລານ ບອນ​ລາດ ຫົວ​ໜ້າ​ບໍ​ລິ​ຫານ​ງານກອງ​ເລ​ຂາAPEC​ຢືນ​ຢັນ​ໃນ​ວັນ​ທີ 7 ພະ​ຈິກ​ນີ້​ວ່າ: ຈີນ​ໄດ້​ມີ​ສ່ວນ​ຮ່ວມ​​ຫຼາຍ​ທີ່​ສຸດ​​ຕໍ່ແຜນ​ແມ່​ບົດ​ສົ່ງ​ເສີມ​ການ​ເຊື່ອມ​ໂຍງ​ເສດ​ຖະ​ກິດ​ພາກ​ພື້ນ​ເຂົ້າ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນຫຼາຍ​ສະ​ບັບ, ຖື​ວ່າ​ເປັນ​ສະ​ມາ​ຊິກ​ສຳ​ຄັນ​ໜຶ່ງ​ຂອງ​ອົງ​ການAPEC. ຫຼັງ​ກອງ​ປະ​ຊຸມAPEC 2014 ທີ່​ປັກ​ກິ່ງ, ຈີນ​ໄດ້​ຕັ້ງ​ໜ້າ​ຊຸກ​ຍູ້​ທຸກ​ມາດ​ຕະ​ການ​ໃຫ້​ໄດ້​ຮັບ​ຄວາມ​ຄືບ​ໜ້າ ເຊິ່ງ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ໃນ​ດ້ານ​ນີ້.

ທ່ານບອນ​ລາດ​ກ່າວ​ຕື່ມ​ວ່າ: ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"​ເປັນ​ນິ​ຍາມ​ທີ່​ມີ​ເນື້ອ​ໃນ​ກວ້າງ​ຂວາງຫຼາຍ, ແຕ່​ເວົ້າ​ສຳ​ລັບ​ການ​ພັດ​ທະ​ນາAPEC​ໃນ​ອ​ະ​ນາ​ຄົດ​ຂອງ ​ແລະ​ການ​ເຊື່ອມ​ຈອດ​ກັນ​ຂອງ​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ​ແລ້ວ​ມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ການ​ຖອດ​ຖອນ​ບົດ​ຮຽນຈາກ​ຂໍ້​ລິ​ເລີ່ມ​ດັ່ງ​ກ່າວ. ການ​ເຊື່ອມ​ຈອດ​ກັນ​ດ້ານ​ການ​ຄ້າ, ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ແລະດ້ານ​ອື່ນ​ໆໃນ​ຂົງ​ເຂດ​ເສດ​ຖະ​ກິດ​ທີ່​ພັດ​ທະ​ນາ​ໃໝ່, ການ​ແລກ​ປ່ຽນ​ດ້ານ​ນະ​ໂຍ​ບາຍ, ດ້ານ​ວັດ​ທະ​ນະ​ທຳ​ເປັນ​ຕົ້ນ ການ​ແລກ​ປ່ຽນ​ນັກ​ສຶກ​ສາ,ການ​ທ່ອງ​ທ່ຽວ​ໃຫ້​ສະ​ດວກ​ຂຶ້ນກວ່າ​ເກົ່າ​ແລະ​ອື່ນໆ​ລ້ວນ​ແຕ່​ຈະ​ເປັນ​ຫົວ​ຂໍ້​ທີ່​ຈະ​ຫາ​ລື​ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ