ໂດຍຕອບສະໜອງຕາມຄຳເຊີນຂອງທ່ານ ສີຈິ້ນຜິງ ປະທານປະເທດຈີນ, ທ່ານ ໂດນັນ ທຣຳ ປະທານາທິບໍດີອາເມລິກາໄດ້ເດີນທາງມາເຖິງນະຄອນຫຼວງປັກກິ່ງໃນຕອນບ່າຍວັນທີ 8 ພະຈິກນີ້ແລະເລີ່ມຢ້ຽມຢາມຈີນທາງລັດຖະກິດ.
ນີ້ແມ່ນຄັ້ງທຳອິດທີ່ທ່ານ ໂດນັນ ທຣຳ ຢ້ຽມຢາມຈີນຫຼັງດຳລົງຕຳແໜ່ງປະທານາທິບໍດີອາເມລິກາແຕ່ຕົ້ນປີນີ້ເປັນຕົ້ນມາ ແລະກໍແມ່ນຈີນຕ້ອນຮັບການຢ້ຽມຢາມທາງລັດຖະກິດຂອງຜູ້ນຳຕ່າງປະເທດທ່ານທຳອິດຫຼັງກອງປະຊຸມໃຫຍ່ຂອງພັກກອມມູນິດຈີນຄັ້ງທີ 19 ອັດລົງ ເຊິ່ງນອກຈາກການເຄື່ອນໄຫວທາງລັດຖະກິດແລ້ວ,ຈີນຍັງຈະຈັດການພົບປະບໍ່ເປັນທາງການລະຫວ່າງປະມຸກລັດຂອງສອງປະເທດອີກດ້ວຍ.
ໃນໄລຍະຢ້ຽມຢາມຈີນ,ຜູ້ນຳຈີນແລະອາເມລິກາຈະແລກປ່ຽນຄຳເຫັນທາງຍຸດທະສາດກ່ຽວກັບບັນຫາທີ່ສຳຄັນທີ່ສົນໃຈຮ່ວມກັນ,ເພື່ອບັນລຸຄວາມຮັບຮູ້ທີ່ສຳຄັນໃໝ່ຢ່າງເປັນເອກະພາບບົນພື້ນຖານການພົບປະມະອາລາໂກແລະການພົບປະຮຳເບີກ,ພ້ອມທັງລົງເລິກຄວາມເຂົ້າໃຈກັນແລະເສີມສ້າງມິດຕະພາບລະຫວ່າງສອງຝ່າຍ,ຊຸກຍູ້ການແລກປ່ຽນແລະຮ່ວມມືລະຫວ່າງສອງປະເທດໃນຂົງເຂດຕ່າງໆ ແລະສ້າງອະນາຄົດແຫ່ງການເສີມຂະຫຍາຍສາຍພົວພັນລະຫວ່າງສອງປະເທດໃນຍຸກໃໝ່ໃຫ້ມີຄວາມສົດໃສ.