ຄຳສຳ​ພາດ​​ຂອງເອກ​ອັກ​ຄະ​ລັດ​ຖະ​ທູດ​​ຈີນ​ປະ​ຈຳ​ຫວຽດ​ນາມ​ກ່ອນ​ທ່​ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ຈະ​ຢ້ຽມ​ຢາມ​ຫວຽດ​ນາມ
2017-11-08 17:05:40  cri 

ກ່ອນ​ທ່​ານສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີ​ນ​ຈະ​ເດີນ​ທາງ​ໄປ​​ນະ​ຄອນ​ດາ​ນັງ​ປະ​ເທດ​ຫວຽດ​ນາມ​ເພື່ອ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ບໍ່​ເປັນ​ທາງ​ການ​ຜູ້​ນຳ​ອົງ​ການ​ເອ​ເປັກ​ຄັ້ງ​ທີ 25 ແລະ​ຢ້ຽມ​ຢາມ​ຫວຽດ​ນາມ​ທາງ​ລັດ​ຖະ​ກິດ​ນັ້ນ, ທ່​ານ​ຫົງ​ສ້ຽວ​ຢຸງ ເອ​ກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ຫວຽດ​ນາມ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວ່າ, ນີ້​ແມ່ນ​ຜູ້​ນຳ​ຈີນ​ທີ່​ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ສາ​ກົນ​ຫຼາຍ​ຝ່າຍ​ແລະ​ຢ້ຽມ​ຢາມ​ຕ່າງ​ປະ​ເທດ​​ເປັນຄັ້ງ​ທຳ​ອິດ​ຫຼັງ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ອັດ​ລົງ​​ດ້ວຍ​ຜົນ​ສຳ​ເລັດ​, ແມ່ນການ​ ເປີດ​ສາກວຽກ​ງານ​ການ​ຕ່າງ​ປະ​ເທດ​​ໃນ​ຖາ​ນະປະ​ເທດ​ໃຫຍ່​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ, ຈະ​ສະ​ແດງ​ໃຫ້​ເຫັນ​ເຖິງ​ເນື້ອ​ໃນ​ອັນ​ອຸ​ດົມ​ສົມ​ບູນ​ຂອງວຽກ​ງານ​ການ​ຕ່າງ​ປະ​ເທດ​​ໃນ​ຖາ​ນະປະ​ເທດ​ໃຫຍ່​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່​ຕໍ່​ທົ່ວ​ໂລກ.

ທ່ານ​ຫົງ​ສ້ຽວ​ຢຸງ​ກ່າວ​ວ່າ, ໃນ​ໄລ​ຍະ​ປະ​ຊຸມ​ຢູ່ນະ​ຄອນດາ​ນັງ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ຈະ​ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ສຸ​ດຍອດ​ຜູ້​ນຳ​ອຸດ​ສາ​ຫະ​ກຳ​ການ​ຄ້າ APEC ແລະ​​ປາ​ໄສ, ສະ​ແດງ​ຈຸດ​ຢືນ​ແລະ​ແຜນ​ພັດ​ທະ​ນາ​ຂອງ​ປະ​ເທດ​ຈີນ.

​ເມື່ອ​ກ່າວ​ເຖິງ​​ການ​ຈະ​ຢ້ຽມ​ຢາມ​​ຫວຽດ​ນາ​ມ​ທາງ​ລັດ​ຖະ​ກິດ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ໃນ​ຄັ້ງ​ນີ້, ທ່ານ​ຫົງ​ສ້ຽວ​ຢຸງ​ກ່າວ​ວ່າ, ທ່ານ​ສີ​ຈິ້ນ​ຜິງ​ຈະ​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ຫງວຽນ​ຟູ​ຈອງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ລວມ​ທັງຜູ້​ນຳ​ພັກ​ແລະ​ລັດ​ຫວຽດ​ນາມ​ທ່ານ​ອື່ນໆ, ​ທັງຈະ​ແລກ​ປ່ຽນ​ຄວາມ​ເຫັນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​​​ການລົງ​ເລິກ​ແລກ​ປ່ຽນ​ຍຸດ​ທະ​ສາດ​ລະ​ຫວ່າງ​ພັກ​ແລະ​ລັດ​ສອງ​ປະ​ເທດ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ບົດ​ຮຽນ​ການ​ຄຸ້ມ​ຄອງ​ພັກ​ແລະ​ລັດ, ຊຸກ​ຍູ້​ຍຸ​ດ​ທະ​ສາດ​ພັດ​ທະ​ນາ​​ທີ່ສຳ​ຄັນ​​ເພື່ອ​ການເຊື່ອມ​ຈອດ​ກັນ, ເປີດກວ້າງ​ການ​ຮ່ວມ​ມື​​ໃຫ້​ຕິດ​ແທດ​ຕົວ​ຈິງ, ​ກໍ​ຄື​ການເປີດກວ້າງ​ການ​ແລກ​ປ່ຽນ​ດ້າ​ນ​ວັດ​ທະ​ນະ​ທຳ​ແລະ​ບັນ​ຫາ​ພາກ​ພື້ນ​ແລະ​ສາ​ກົນ​ທີ່​ສອງ​ຝ່າຍ​ສົນ​ໃຈ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ