ກອງ​ທັບ​ຊີ​ຣີ​ຍຶດຖານ​ທີ່​ໝັ້ນ​ສຳ​ຄັນ​ສຸດ​ທ້າຍ​ຂອງIS​ໄດ້​ແລ້ວ
2017-11-09 11:35:04  cri 
ໂທ​ລະ​ພາບ​​ທາງ​ການ​ຊີ​ຣີ​ລາຍ​ງານ​ໃນ​ວັນ​ທີ 8 ພະ​ຈິກ​ນີ້​ວ່າ: ​ໃນ​ວັນ​ດັ່ງ​ກ່າວ, ກອງ​ທັບ​ລັດ​ຖະ​ບານ​ຊີ​ຣີ​ໄດ້​ອອກ​ມາຖະ​ແຫຼງ​ໂດຍ​ຢືນ​ຢັນ​ວ່າ​ສາ​ມາດ​ຍຶດ​ເມືອງ​ອາ​ບູ ຄາ​ເມນ​ ​ຖານ​ທີ່​ໝັ້ນ​ສຳ​ຄັນ​ຈຸດ​ສຸດ​ທ້າຍ​ຂອງ​ກຸ່ມIS​ໄດ້​ແລ້ວ.

ວັນ​ທີ 8 ພະ​ຈິກ​ນີ້, ກອງ​ທັບ​ຊີ​ຣີ​ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ການ​ບຸກ​ໂຈມ​ຕີ​ກຸ່ມປະ​ກອບ​ອາ​ວຸດ "ລັດ​ອິ​ສ​ລາມ"ຫຼື​IS​ທີ່​ປະ​ຈຳ​ຢູ່​ເມື​ອງ​ອາ​ບູ​ຄາ​ເມນ​​ແລະຫຼັງ​ຍຶດ​ເມືອງ​ດັ່ງ​ກ່າວ​ໄດ້​ຄືນ​ແລ້ວ, ທະ​ຫານ​ລັດ​ຖະ​ບານ​ໄດ້​​ເກັບກູ້​ລະ​ເບີດ​ທີ່​ກຸ່ມ​IS​ຝັງ​ໄວ້ໃນ​ເມືອງ.

ເມືອງ​ອາ​ບູ​ຄາ​ເມນຕັ້ງ​ຢູ່​ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້​ຂອງ​ແຂວງເດ​ເອັ​ຊ​ຊໍພາກ​ຕາ​ເວັນ​ອອກ​ຂອງ​ຊີ​ຣີ ທີ່​​ຢູ່ໃກ້ເຂດ​ຊາຍ​ແດນ​ອີ​ຣັກ ເຊິ່ງ​ເປັນ​ຖານ​ທີ່​ໝັ້ນ​ສຳ​ຄັນ​ຂອງ​ກຸ່ມIS​ປະ​ຈຳ​ຢູ່​ແຂວງ​ດັ່ງ​ກ່າວ. ຫຼັງ​ເມືອງ​ອາ​ບູ​ຄາ​ເມນຖືກ​ຍຶດ​ຄືນ​ໄດ້​ແລ້ວ, ​ເຮັດ​ໃຫ້ກຸ່ມIS​ຍັງ​​ເຫຼືອ​ຖານທີ່​ໝັ້ນ​ນ້ອຍໆ​ບາງ​ແຫ່ງ​ເທົ່າ​ນັ້ນ​​ຢູ່​ປະ​ເທດ​ຊີ​ຣີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ