ຈັດ​ກິດ​ຈະ​ກຳ​​ການ​ຜ່າ​ຕັດ​ແກ່ນ​ຕາ​ຂຸ້ນ​ຮ່ວມ​ລະ​ຫວ່າງ​ແພດ​ຊ່ຽວ​ຊານ​ຈີນ-ລາວ​ຢູ່​ວຽງ​ຈັນ
2017-11-09 18:21:19  cri 


ແພດຊ່ຽວ​ຊານ​​ພະ​ແນກ​ຕາ​ຈາກ​ໂຮງ​ໝໍ​ເຊ​ເຫີ​ແລະ​ໂຮງ​ໝໍ​ທີ​ໜຶ່ງ​ທີ່​ຂຶ້ນ​ກັບ​ມະ​ຫາ​ວິ​ທະ​ຍາ​ໄລ​ແພດ​ສາດ​ຄຸນ​ມິງ​ແຂວງ​ຢຸນ​ນານ​ຈີນ​ກຳ​ລັງ​ປະ​ຕິ​ບັດ​ການ​ຜ່າ​ຕັດ​ຜູ້​ເປັນ​ພະ​ຍາດ​ແກ່ນ​ຕາ​ຂຸ້ນ 300 ຄົນ​ຈາກ​ທົ່ວ​ປະ​ເທດ​ລາວ​ໂດຍ​ບໍ່​ເກັບ​ຄ່​າ ແລະ​ແມ່ນກິດ​ຈະ​ກຳ​ການ​ຜ່າ​ຕັດ​ແກ່ນ​ຕາ​ຂຸ້ນ​ຮ່ວມ​ລະ​ຫວ່າງ​ແພດ​ຊ່ຽວ​ຊານ​ຈີນ-ລາວ​ຢູ່​ວຽງ​ຈັນ​ເຊິ່ງເປັນ​ໂຄງ​ການ​ຮ່ວມ​ມື​ລະ​ຫວ່າງ​ຂະ​ແໜງ​ການ​ສາ​ທາ​ລະ​ນະ​ສຸກ​ສອງ​ປະ​ເທດ​ແລະ​ເປັນ​ເທື່ອ​ທຳ​ອິດ​ທີ່​ລັດ​ຖະ​ບານ​ຈີນ​ສົ່ງ​ແພດ​ຊ່ຽວ​ຊານ​ພະ​ແນກ​ຕາ​ໄປ​ປິ່ນ​ປົວ ຜູ້​ເປັນ​ພະ​ຍາດ​ແກ່ນ​ຕາ​ຂຸ້ນ​ຢູ່​ລາວ ໂດຍ​ບໍ່​ເກັບ​ຄ່າ​.


ຕອນ​ບ່າຍ​ວັນ​ທີ 8 ພະ​ຈິກ​ນີ້ຢູ່​ໂຮງ​ໝໍ​ມະ​ໂຫ​ສົດ​ ນະ​ຄອນຫຼວງວຽງ​ຈັນ, ທ່ານ​ນາງ​ຈ່າງ​ຊຸ້ນ​ຮ​ວາ ທ່ານ​ໝໍ​ຈາກ​ພະ​ແນກ​ຕາ​ຂອງ​ໂຮງ​ໝໍ​ເຊ​ເຫີ​ປັກ​ກິ່ງ​ພ້ອມ​ເພື່ອນຮ່​ວມ​ງານ​ໄດ້​ຜ່າ​ຕັດ​​ຜູ້​ເປັນ​ພະ​ຍາດ​ແກ່​ນ​ຕາ​ຂຸ້ນ​ໂດຍ​ທ່ານ​ໝໍ​ຈ່າງ​ຊຸ້ນ​ຮ​ວາ​ໄດ້​ໃຊ້​ເວ​ລາ 6-7 ນາ​ທີກໍ​​ສຳ​ເລັດ​ການ​ຜ່າ​ຕັດ​ດັ່ງ​ກ່າວ.
ແມ່​ຕູ້ ​ພັດ​ທຳ​ມະ​ວົງ ອາ​ຍຸ 67 ປີ​ຈາກ​ແຂວງວຽງ​ຈັນ​ໄດ້ເຂົ້​າ​ຜ່າ​ຕັດ​ໃນ​ວັນ​ທີ 7 ພະ​ຈິກ​ນີ້ ແລະ​ວັນ​ທີ 8 ​ກໍໄດ້​ກັບ​​ຄືນມາ​ກວດໃນ​ໂຮງ​ໝໍ.


"ຕົນເອງໄດ້ຍິນຂ່າວຜ່ານທາງວິທະຍຸ, ໂທລະພາບ ວ່າເພິ່ນມີໂຄງການປົວພະຍາດ ແກ່ນຕາຂຸ້ນຢູ່ໂຮງໝໍມະໂຫສົດລະ ແມ່ກໍມາ ແມ່ດີໃຈຫຼາຍທີ່ມີໂຄງການດີໆແບບນີ້ ມັນສາມາດ ເຮັດໃຫ້ຕາດີ ແມ່ເຫັນແຈ້ງດີແລ້ວບາດນີ້, ຮູ້ສຶກວ່າດີໃຈທີ່ສຸດປານວ່າໄດ້ເກີດໃໝ່, ຕາກໍເຫັນ ແຈ້ງດີ ແລະ ລູກກໍ່ດີໃຈຫຼາຍທີ່ເຫັນແມ່ເບິ່ງໄດ້ເຫັນແຈ້ງ. ສໍາລັບໂຄງການນີ້ແມ່ນເພິ່ນຊ່ວຍ ເຫຼືອທຸກຢ່າງທັງຄ່າເດີນທາງ, ຄ່າອາຫານ ຄືເພິ່ນຊ່ວຍໝົດທຸກຢ່າງ, ແມ່ແມ່ນບໍ່ໄດ້ເສຍ ຄ່າຫຍັງ ໃຊ້ຈ່າຍຫຍັງເລີຍ. ທ່ານໝໍເພິ່ນກໍເວົ້າດີຮັບຕ້ອນພວກເຮົາເປັນຢ່າງດີ. ແມ່ດີໃຈຫຼາຍ ຈົນສະອື້ນໃນໃຈພຸ້ນ ຮູ້ສຶກດີທີ່ມີໂຄງການດີໆແບບນີ້ມາຊ່ວຍປະຊາຊົນລາວ ແລະ ກໍ່ຢາກ ໃຫ້ມີໂຄງການແບບນີ້ຕະຫຼອດໄປ."


ໃນ 3 ມື້ຜ່ານມາ, ທ່ານໝໍ​ 6 ທ່ານ​ຈາ​ກ​ໂຮງໝໍ​ເຊ​ເຫີ​ປັກ​ກິ່ງ ​ແລະ​ໂຮງໝໍ​ທີໜຶ່ງ​ຂຶ້ນ​ກັບ​ມະຫາວິທະຍາ​ໄລ​ແພດສາດຄຸນມິ​ງ​ໄດ້​ສຳ​ເລັດ​ການຜ່າ​ຕັດ​ແກ່ນ​ຕາ​ຂຸ້ນໃຫ້ຜູ້​​ເປັນພະຍາດດັ່ງກ່າວ​ນີ້​ແລ້ວ 100 ຄົນ. ຂະນະ​ທີ່​ມື້​ຕໍ່ໆ​ໄປຈະ​ປິ່ນປົວ​ໃຫ້​ອີກ​ປະມານ 200 ຄົນ​.
ທ່ານ​ຈົ່ງ​ຢົງ ຫົວໜ້າ​​ພະ​ແນ​ກຕາ​ຂອງ​ໂຮງໝໍ​ເຊ​ເຫີ​ທີ່​ເປັນຜູ້​ຮັບຜິດຊອບ​​ກິດຈະກຳການ​ຜ່າຕັດ​ແກ່ນ​ຕາ​ຂຸ້ນ​ຮ່ວມ​ລະຫວ່າງ​ແພດ​ຊ່ຽວຊານ​ຈີນ-ລາວກ່າວ​ວ່າ: "ກິດຈະກຳ​ນີ້​ມີ​ຈຸດ​ພິ​ເສດ ຄື ​ເປັນ​ການຜ່າຕັດ​ແກ່ນ​ຕາ​ຂຸ້ນ​​ລະດັບ​ຊາດ. ​ເນື່ອງ​ຈາກ​ລາວ​ເປັນ​ປະ​ເທດ​​ໃກ້​ຄຽງ​ທີ່​ດີ, ພວກ​​ເຮົາ​ຈຶ່ງ​ນຳໃຊ້​​ອຸປະກອນ, ວັດຖຸ ​ແລະ​ແກ້ວຕາ​ທຽ​ມ​ທີ່​ດີ​ທີ່​ສຸດ​ຂອງ​ຈີນ​ເໝືອນ​ດັ່ງ​ຊ່ວຍ​ເຫຼືອ​ອາ​ຟລິ​ກາ​ໃນ​ເມື່ອ​ກ່ອນ ​ແລະ​ຈະ​ມອບ​ໃຫ້ລາວ ​ແນວ​ໃດ​ກໍ​ດີ​ຄາດ​ວ່າ​​ໃນ​ແຕລະ​ປີ, ຊ່ຽວຊານ​ຈາກ​​ແຂວງ​ຢຸນນານຈະ​ເຂົ້າມາ​ຊ່ວຍ​ເຫຼືອ​ຜ່າຕັດ​ຕື່ມ​ອີກ."


ນາງຫຼີ​ແຢ້ນ ຫົວ​ໜ້າ​ພະ​ແນກ​ຕາ​ໂຮງ​ໝໍ​ທີ​ໜຶ່ງ​ສັງ​ກັດ​ມະ​ຫາ​ວິ​ທະ​ຍາ​ໄລ​ແພດ​ສາດ​ຄຸນ​ມິງ ທີ່​ເຄີຍ​ເຂົ້າ​ຮ່ວມ​ກິດຈະກຳການຜ່າຕັດແກ່ນຕາຂຸ້ນ​ຈີນ-ລາວ ຢູ່​ປະ​ເທດ​ອື່ນ​ໃນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ຫວັງວ່າ, ດ້ວຍ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ຂອງ​ຕົນ​ແລະ​ໝູ່​ຮ່ວມ​ງານ ເພື່ອ​ເຮັດ​ໃຫ້​ຄົນ​ເຈັບ​ແກ່ນ​ຕາ​ຂຸ້ນ​ຂອງ​ລາວ​ໄດ້​ເຫັນ​ແສງ​ສະ​ຫວ່າງ​ຄືນໃໝ່​ຫຼາຍ​ຂຶ້ນ.
"ພວກ​ເຮົາ​ໄດ້​​ຈັດກິດຈະກຳຜ່າຕັດແກ່ນຕາຂຸ້ນ​ຈີນ-ລາວ ມາ​ເປັນ​ເວ​ລາຫຼາຍ​ປີ​ແລ້ວ. "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ບໍ່​ພຽງ​ແຕ່​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ເຂດ​ຫ່າງ​ໄກ​ສອກຫຼີກ​ພາຍ​ໃນ​ປະ​ເທດ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ເທດ​ໃນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ຄື​ກັນ. ພວກ​ເຮົາ​ພະ​ຍາ​ຍາມ​ປິ່ນ​ປົວ​ຄົນ​ເຈັບ​ໃນ​ປະ​ເທດ​ລາວ ແລະ​ເຮັດ​ໃຫ້​ຄົນ​ເຈັບຫຼາຍ​ຄົນ​ໄດ້​ເຫັນ​ແ​ສງ​ສະ​ຫວ່າງ ​ເຊິ່ງນີ້​ກໍ​ຄື​ຄວາມ​ປາ​ຖະ​ໜາ​ຂອງ​ພວກ​ເຮົາ."

 


​ນີ້​ແມ່ນ​ກິດ​ຈະ​ກຳ​ລະ​ດັບ​ປະ​ເທດ ທີ່ເປັນ​ການ​ຮ່ວມ​ມື​ລະ​ຫວ່າງ​ຄະ​ນະ​ກຳ​ມະ​ການ​ວາງ​ແຜນ​ຄອບ​ຄົວ​ຈີນ ແລະ ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ລາວ​. ນາງ​ໄພ​ວັນ ໄຊ​ຍະ​ລິດ ຮອງ​ຫົວ​ໜ້າ​ພະ​ແນກ​ຕາ​ໂຮງ​ໝໍ​ມະ​ໂຫ​ສົດ​ກ່າວ​ວ່າ, ຫວັງ​ໃຫ້​ສອງ​ປະ​ເທດ​ ​ຮ່ວມ​ມື​​ໃນ​ລັກ​ສະ​ນະ​ນີ້ຫຼາຍກວ່າ​ເກົ່າ.
"ສປ ຈີນ ໄດ້ນໍາໂຄງການແສງສະຫວ່າງເຂົ້າມາຢູ່ລາວ ກໍຄືພໍ່ແມ່ປະຊາຊົນທີ່ເປັນພະຍາດ ແກ່ນຕາຂຸ້ນ ໂຄງການນີ້ເປັນໂຄງການທີ່ດີສໍາລັບປະຊາຊົນລາວຜູ້ທີ່ດ້ອຍໂອກາດ ທີ່ຍັງບໍ່ທັນ ເຂົ້າເຖິງການປິ່ນປົວ ຈຶ່ງເຮັດໃຫ້ໄດ້ຮັບການປິ່ນປົວ ແລະ ກໍເປັນເຕັກນິກທີ່ທັນສະໄໝເຂົ້າ ໃນການປິ່ນປົວ. ຜູ້ທີ່ເປັນພະຍາດແກ່ນຕາຂຸ້ນທຸກຄົນ ເວລາເປີດຕາອອກມາ, ທຸກຄົນແມ່ນຈະເຫັນແຈ້ງສະຫວ່າງດີ. ສໍາລັບ ທ່ານໝໍລາວກໍ່ຮູ້ສຶກພູມໃຈ ທີ່ໄດ້ບົດຮຽນອັນໃໝ່ໆ. ພວກເຮົາ ຍອມຮັບເລີຍວ່າການແພດຂອງຈີນ ປັດຈຸບັນນີ້ແມ່ນກ້າວໜ້າ ແລະ ທັນສະໄໝຫຼາຍ. ພວກເຮົາຫວັງວ່າໃນອະນາຄົດວິຊາການຂອງລາວເຮົາກໍ່ຈະໄດ້ຮັບຄວາມຮ່ວມມືຊ່ວຍເຫຼືອ ແລະ ເຮັດໃຫ້ວິຊາການທາງລາວເຮົາເຂັມແຂງ."


ຂ່າວ​ແຈ້ງວ່າ, ປີ​ໜ້າ, ຈະ​ສືບ​ຕໍ່​ຈັດກິດຈະກຳການຜ່າຕັດແກ່ນຕາຂຸ້ນ​ຈີນ-ລາວ​​ຢູ່​ລາວຕື່ມ​ອີກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ