ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳລາວ​ກ່າວ: ຈີນ-ລາວ​ຈະ​ສືບ​ຕໍ່​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຈີນ-ລາວ​ທີ່​ໝັ້ນ​ແກ່ນທີ່​ສຸດ
2017-11-09 15:10:34  cri 

ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ​ສະ​ຫາຍ​ ບຸນ​ຍັງ ວໍ​ລະ​ຈິດ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ປະ​ທານ​ປະ​ເທດ​ ສ​ປ​ປ ລາວ, ສະ​ຫາຍ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ,  ປະ​ທານ​ປະ​ເທດ​ ສ​ປ ຈີນ​ຈະ​ຢ້ຽມ​ຢາມ ສ​ປ​ປ ລາວ​ທາງ​ລັດ​ຖະ​​ກິດ​ແຕ່​ວັນ​ທີ 13-14 ພະ​ຈິກນີ້ ເຊິ່ງ​ຈະ​ເປັນ​ການ​ຢ້ຽມ​ຢາມ ສ​ປ​ປ ລາວ​ຂອງ​ການ​ນຳ​ສູງ​ສຸດ​ຂອງ​ພັກ​ລັດ​ຈີນ​ໃນ​ຮອບ 11 ປີ​ແລະ​ໃນ​ໂອ​ກາ​ດວ​ດັ່ງ​ກ່າວ. ວັນ​ທີ 7 ພະ​ຈິກນີ້ ທ່ານ​ວາງ​ເວີນ​ທ່ຽນ ເອ​ກອັກ​ຄະ​ລັດ​ຖະ​ທູດ​ຈີນປະ​ຈຳ ສ​ປ​ປ ລາວ​ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ຈີນ​ແລະ​ຕ່າງ​ປະ​ເທດ​ຢູ່​ນະ​ຄອນ​ຫຼວງວຽງ​ຈັນ ໂດຍ​ກ່າ​ວ​ວ່າ, ການ​ຢ້ຽມ​ຢາມ​ຄັ້ງ​ນີ້​​ສະ​ແດງ​ໃຫ້​ເຫັນ​ວ່າ, ພັກ​ແລະ​ລັດ​ຖະ​ບານ​ຈີນ​ໃຫ້​ຄວາມ​ສຳ​ຄັນ​ສູງ​ຕໍ່​ການ​ເສີມຂະ​ຫຍາຍ​​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ຈີນ-ລາວ, ສອງ​ປະ​ເທດ​ຈະ​ສືບ​ຕໍ່​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຈີນ-ລາວ​ທີ່​ໝັ້ນ​ແກ່ນ​ທີ່​ສຸດ.​

ປະ​ເທດ​ລາວ​ແມ່ນ​ປະ​ເທດ​ໜຶ່ງ​ໃນ​ການ​ຢ້ຽມ​ຢາມ​ຕ່າງ​ປະ​ເທດ​ຄັ້ງ​ທຳ​ອິດ​ຂອງ​ສະ​ຫາຍ​ສີ​ຈິ້ນ​ຜິງ​ຫຼັງ​ຈາກ​ສຳ​ເລັດກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ. ທ່ານ​ເອ​ກອັກ​ຄະ​ລັດ​ຖະ​ທູດ ວາງ​ເວີນ​ທ່ຽນ​ເຫັນ​ວ່າ, ການ​ຢ້ຽມ​ຢາມ​ຄັ້ງ​ນີ້​ມີ​ຄວາມ​ໝາຍ​ສຳ​ຄັນ​ຍິ່ງ​ຕໍ່​ສອງ​ພັກ ສອງ​ລັດ​ແລະ​ປະ​ຊາ​ຊົນ​ສອງ​ປະ​ເທດ​ຈີນ-ລາວ. ທ່ານ​ກ່າວ​ວ່າ:

ໜຶ່ງ​​ໄດ້​ສະ​ແດງ​ໃຫ້ເຫັນ​ວ່າ ພັກ​ແລະ​ລັດ​ຖະ​ບານ​ຈີນ​ໃຫ້​ຄວາມ​ສຳ​ຄັນ​ ​ສູງ​ຕໍ່​ການ​ເສີມ​ຂະ​ຫ​ຍາຍ​​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ຈີນ-ລາວ. ຫຼັງ​ຈາກ​​ປິດກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ່ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຢ່າງ​ມີ​ໄຊ, ສະ​ຫາຍ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍູ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ ສ​ປ ຈີນ​ກໍ​ມາ​ຢ້ຽມ​ຢາມ​ລາວ ສະ​ແດງ​ໃຫ້​ເຫັນ​ເຖິງ​ຈຸດນີ້​ຢ່າງ​ເຕັມ​ສ່ວນ; ສອງສະ​ແດງ​ໃຫ້​ເຫັນ​ວ່າ​ຈີນ​ສະ​ໜັບ​ສະ​ໜູນ​ພັກ​ແລະ​ລັດ​ຖະ​ບານ​ລາວ​ຢ່າງ​ເດັດ​ດ່ຽວ. ຈີນ ແລະ​ລາວ​ລ້ວນ​ແຕ່​ແມ່ນ​ປະ​ເທດ​ສັງ​ຄົມ​ນິ​ຍົມ, ມີ​ອຸ​ດົມ​ການ​ຄື​ກັນ ແລະ​ເສັ້ນ​ທາງ​ພັດ​ທະ​ນາ​ຄ້າຍ​ຄື​ກັນ,. ການ​ຢ້ຽມ​ຢາມ​ຂອງ​ສະ​ຫາຍ​ສີ​ຈິ້ນ​ຜິງ​ໃນ​ຄັ້ງ​ນີ້​ຢືນ​ຢັນໃຫ້​ເຫັນ​ແລ້ວ​ວ່າ ຈີນ​ຍິນ​ດີ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ພັກ ແລະ​ລັດ​ຖະ​ບານ​ລາວ, ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ພາ​ລະ​ກິດ​ປ່ຽນ​ແປງ​ໃໝ່ ແລະ​ການ​ສ້າງ​ສັງ​ຄົມ​ນິ​ຍົມ​ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ​ຢ່າງ​​ເດັດ​ດ່ຽວ, ສືບ​ຕໍ່​ສະ​ໜັບສະ​ໜູນ​ລາວ ໃນ​ການ​ຊອກ​ຄົ້ນ​ເສັ້ນ​ທາງ​ພັດ​ທະ​ນາ​ທີ່​ສອດ​ຄ່ອງ​ກັບ​ສະ​ພາບ​ຂອງ​ຊາດ​​ຕົນ​ເອງ.

ໃນ​ບົດ​ລາຍ​ງານ​ຂອງກອງ​ປະ​ຊຸມ​ໃຫ​​ຍ່ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ, ສະ​ຫາຍ​ເລ​ຂາ​ທິ​ການ​ໃຫຍ່​ສີ​ຈິ້​ນ​ຜິງ​ໄດ້​​ຍົກ​ໃຫ້​ເຫັນແຜນ​ການ​ດ້ານ​ຄວາມ​ຕ່າງ​ປະ​ເທດ​ຂອງ​ປະ​ເທດ​ໃຫຍ່​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່ ໂດຍ​ຊີ້​ອອກວ່າ ການ​ຕ່າງ​ປະ​ເທດ​ຂອງ​ປະ​ເທດ​ໃຫຍ່​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​​ຄືຈະ​ຊຸກ​ຍູ້​ການ​ສ້າງ​​ສາຍ​ພົວ​ພັນ​ສາ​ກົນ​ແບບ​ໃໝ່, ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງ​ມວນ​ມະ​ນຸດ. ທ່ານ​ວາງ​ເວີນ​ທ່ຽນ​ກ່າວ​ວ່າ, ຜ່ານ​ຈາກ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້, ສອງ​ຝ່າຍ​ຈະ​ຮ່ວມ​ກັນ​ວາງ​ແຜນ​ອັນ​ຍິ່ງ​ໃຫຍ່​ເພື່ອ​ໃຫ້​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ພັກ​ແລະ​ສອງ​ລັດ​ຂະ​ຫຍາຍ​ຕົວ​​ໃນ​ຍຸກ​ໃໝ່, ກຳ​ນົດຈຸດ​ສຳ​ຄັນ​ຂອງ​ທິດ​ທາງ​ການ​ຮ່ວມ​ມື​​ໃນ​ອະ​ນາ​ຄົດ, ເພື່ອ​ໃຫ້​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ທີ່​ຕ່າງ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ຊ່ວຍ​ເຫຼືອ​ກັນ ແລະ​ຕ່າງ​ຝ່າຍ​ຕ່ງ​ມີ​ຜົນ​ປະ​ໂຫຍດ​ນັ້ນ​ມີ​ເນື້ອ​ໃນ​ອຸ​ດົມ​ສົມ​ບູນ ແລະ​​ຂະ​ຫຍາຍ​ຕົວ​ຕໍ່​ໄປ.

ທ່ານ​​ວາງ​ເວີນ​ທ່ຽນກ່າວ​ວ່າ: "ພາຍ​ໃຕ້​ສະ​ຖາ​ນະ​ການ​ໃໝ່​ຂອງ​ຍຸກ​ໃໝ່, ຈີນ​ຈະ​ສືບ​ຕໍ່​ຍຶດ​ໝັ້ນ​ທິດ​ທາງ "ໝັ້ນ​ຄົງ​ຍາວ​ນານ, ມີ​ມິດ​ຕະ​ພາບ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ, ໄວ້​ເນື້ອ​ເຊື່ອ​ໃຈ​ກັນ ແລະ​ຮ່ວມ​ມື​ຮອບ​ດ້ານ "ແລະ​​ທິດ​ນຳ "4 ດີ"ເປັນ​ການ​ຊີ້​ນຳ, ລົງ​ເລິກ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ກັບ​ລາວ, ສືບ​ຕໍ່​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ທີ່​ໝັ້ນ​ແກ່ນ​ທີ່​ສຸດ ແລະ​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ​ລະ​ຫວ່າງ​ຈີນ-ລາວ."

ເຊັ່ນ​ດຽວ​ກັນ​ກັບ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງເສັ້ນ​ທາງ" ຂອງ​ຈີນ, ລັດ​ຖະ​ບານລາວໄດ້​ວາງ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ທີ່​ຫັນ​ຈາກ​ປະ​ເທດ​ທີ່​ບໍ່​ມີ​ທາງ​ອອກ​ສູ່​ທະ​ເລ​ກາຍ​ເປັນ​ປະ​ເທດ​ທີ່​ເຊື່ອມ​ຕໍ່​ອະ​ນຸ​ພາກ​ພື້ນ. ໃນ​ໄລ​ຍະ​ຈັດ​ເວ​ທີ​ປຶກ​ສາ​ຫາ​ລື​ສຸດຍອດ​ກ່ຽວ​ກັບ​ການ​ຮ່ວມ​ມື​ສາ​ກົນ ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ​ໃນ​ເດືອນ​ພຶດ​ສະ​ພາ​ປີນີ້, ສະ​ຫາຍ​ປະ​ທານ​ສີ​ຈິ້ນ​ຜິງ ແລະ​ສະ​ຫາຍ​ປະ​ທານ​ບຸນ​ຍັງ ວໍ​ລະ​ຈິດ​ໄດ້​​ເປັນ​ເອ​ກະ​ພາບ​ກ່ຽວ​ກັບ​ການ​ຮ່ວມ​ກັນ​ຊຸກ​ຍູ້​ການ​ສ້າງ​ ໜຶ່ງ​ແລວ​ທາງ​ໜຶ່ງ​​ເສັ້ນ​ທາງ. ເຊິ່ງ​ລັດ​ຖະ​ບານ​ສອງ​ປະ​ເທດ​ໄດ້​ເຊັນ​ແຜນ​ການ​ຮ່ວມ​ມື​ສອງ​ຝ່າຍ ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ, ຫຼັກ​ການ​ຊີ້​ນຳ​ການລະ​ດົມ​ທຶນ ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ ແລະ​ເອ​ກະ​ສານ​ອື່ນໆ.

​ທ່ານ​​ກ່າວ​ວ່າ: ຈີນ​ແລະ​ລາວ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ພື້ນ​ຖານ​ໂຄງ​ລ່າງ​ເພື່ອ​ເຊື່ອມ​ຈອດ​ກັນ, ມີ​ຜົນ​ດີ​ຕໍ່​ການ​ແກ້​ໄຂ​ບັນ​ຫາລະ​ບົບຄົມ​ມະ​ນາ​ຄົມ​​ທີ່​ຫຍຸ້ງ​ຍາກ​ຕໍ່ການ​ພັດ​ທະ​ນາເສດ​ຖະ​ກິດ​ຂອງ​ລາວ, ຫຼຸດ​ຕົ້ນ​ທຶນ​ການ​ຈໍ​ລະ​ຈອນ​ສິນ​ຄ້າ​ໃຫ້​​ໜ້ອຍ​ລົງ, ເພື່ອ​ສ້າງ​ປະ​ເທດ​ລາວ​ໃຫ້​ເປັນ​ທາງ​ຜ່ານ​ທາງ​ບຸກ​ຄະ​ລາ​ກອນ ແລະ​ສິນ​ຄ້າ​ຂອງ​ແຫຼມ​ອິນ​​ດູ​ຈີນ, ໃນ​ທີ່​ສຸດ​ກໍ​ບັນ​ລຸ​ຍຸດ​ທະ​ສາດ​ການ​ຫັນ​ຈາກ​ປະ​ເທດ​ທີ່​ບໍ່​ມີ​ທາງ​ອອກ​ສູ່​ທະ​ເລ​ກາຍ​ເປັນ​ປະ​ເທດ​ທີ່​ເຊື່ອມ​ຕໍ່​ອະ​ນຸ​ພາກ​ພື້ນຂອງ​ລາວ, ແລ້ວ​ດຶງ​ດູດ​ໃຫ້​ທຶນ​ຮອນ ເຕັກ​ນິກ​ກ້າວ​ໜ້າ ແລະ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ເຂົ້າ​ສູ່​ປະ​ເທດ​ລາວຫຼາຍກວ່າ​ເກົ່າ. ທາງ​ລົດ​ໄຟ​ຈີນ-ລາວ​ກໍ​ແມ່ນ​ໂຄງ​ການ​ສັນ​ຍະ​ລັກ​ທີ່​​ເຮັດໃຫ້​ຍຸດ​ທະ​ສາດ​ພັດ​ທະ​ນາ​ຂອງ​ສອງ​ປະ​ເທດເຊື່ອມ​ຈອດ​ກັນ, ສະ​ນັ້ນ​​ຈຶ່ງມີ​ຄວາມ​ໝາຍ ແລະ​​ມີບົດ​ບາດ​ສຳ​ຄັນ​ທີ່​ສຸດ. ທາງ​ລົດ​ໄຟ​ຈີນ-ລາວ​ຈະ​ກາຍ​ເປັນ​ສາຍເລືອດ​ທີ່​ເຊື່ອມ​ຕໍ່​ກັບ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ຈີນ-ລາວ, ຍົກ​ລະ​ດັບ​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ບຸກ​ຄະ​ລາ​ກອນ ແລະ​ການ​ຈໍ​ລະ​ຈອນ​ສິນ​ຄ້າ​ຂອງ​ສອງ​ປະ​ເທດ​​ໃຫ້​ເປັນ​ຮູບ​ປະ​ທຳ, ຊຸກ​ຍູ້​ຂະ​ແໜງ​ການ​ຕ່າງໆ​ພັດ​ທະ​ນາ​ໄປ​ພ້ອມ​ກັນ. ຂ້າ​ພະ​ເຈົ້າ​ເຫັນ​ວ່າ, ການ​ສ້າງ​ທາງ​ລົດ​ໄຟ​ຈີນ-ລາວ​ໃຫ້​ສຳ​ເລັດ​ແລະ​​ເປີດ​ບໍ​ລິ​ການ​ຈະ​ສາ​ມາດ​ນຳ​ເອົາ​ຄວາມ​ສະ​ດວກ​ສະ​ບາຍ​ໃນ​ການ​ສ້າງ​​ແລວ​ທາງເສດ​ຖະ​ກິດ​ຈີ​ນ-ລາວ.

ທ່ານ​ວາງ​ເວີນ​ທ່ຽນ​ຍັງ​ກ່າວ​ຕື່ມວ່າ, ປັດ​ຈຸ​ບັນ ລະ​ບົບ​ອຸດ​ສາ​ຫະ​ກຳ​ຂອງ​ລາວ​ຍັງ​ບໍ່​ຄົບ​ຖ້ວນ​ສົມ​ບູນ​ປານ​ໃດ, ຜະ​ລິດ​ຕະ​ພັນ​ຈຳ​ນວນ​​ຫຼາຍຍັງ​ອີງ​​ໃສ່ການ​ນຳ​ເຂົ້າ, ສະ​ນັ້ນ ​ການ​ທີ່ສອງ​ຝ່າຍ​ຮ່ວມ​ມື​ກັນ​​ທາງດ້ານ​ຄວາມ​ສາ​ມາດ​ການ​ຜະ​ລິດ​ໃນ​ຂົງ​ເຂດ​ໄຟ​ຟ້າ​ນ້ຳ​ຕົກ, ພະ​ລັງ​ງານ​ໄຟ​ຟ້າ, ໂທ​ລະ​ຄົມ​ມະ​ນາ​ຄົມ, ກົນ​ຈັກ​​ວິ​ສະ​ວະ​ກຳແລະ​ຂົງ​ເຂດ​ອື່ນໆ​​ເປັນ​ຜົນດີ​ຕໍ່​ການ​ເຮັດ​ໃຫ້​ສອງ​ປະ​ເທດ​ບັນ​ລຸ​ການ​ຍົກ​ລະ​ດັບ​​ຂະ​ແໜງ​ການ​ອຸດ​ສາ​ຫະ​ກຳ​ໄດ້.
ໃນ​ໂອ​ກາດ​ທີ່ ສ​ປ​ປ ລາວ​ກຳ​ນົດ​ປີ 2018 ເປັນ​ປີ​ທ່ອງ​ທ່ຽວ​ລາວ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ວາງ​ເວີນ​ທຽນ​ກ່າວ​ວ່າ, ຈີນ​ຈະ​ຕັ້ງ​ໜ້າ​ປະ​ສານ​ສົມ​ທົບ​ກັບ​ລາວ​ເພື່ອ​ຊຸກ​ຍູ້​ການ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ເພື່ອ​ເປັນຜົນ​ດີ​ຕໍ່​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເ​ສດ​ຖະ​ກິດ, ​ການ​ສ້າງວຽກ​ເຮັດ​ງານ​ທຳ ແລະ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນ.

ທ່ານ​ກ່າວໃນ​ສຸດ​ທ້າຍ​ວ່າ: ໜຶ່ງ​ແມ່ນ​ອີງ​ຕາມ​ຄວາມ​ເປັນ​ເອກພາບ​ກັນ​ຂອງ​ການ​ນຳ​ສອງ​ປະ​ເທດ, ແລ້ວ​ຈະ​ຊ່ວຍ​ເຫຼືອ​ລາວ​ເລັ່ງ​ລັດ​ວາງ​ແຜນ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ລາວ; ສອງ​ແມ່ນ​ເລັ່ງ​ລັດ​​ຊ່ວຍ​ປະ​ເທດ​ລາວ​ສ້າງ​ສະ​ຖາ​ບັນອົບ​ຮົມ​ການ​ທ່ອງ​ທ່ຽວ, ເພື່ອ​ອົບ​ຮົມ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ດ້ານ​ການ​ທ່ອງ​ທ່ຽວ​ໃຫ້​ຫຼາຍ. ພວກ​ເຮົາ​ຍັງ​ຈະ​ເສີມ​ຂະ​ຫຍາຍ​ຊັບ​ພະ​ຍາ​ກອນ​ຂອງມະ​ຫາ​ວິ​ທະ​ຍາ​ໄລ​ຊູ​ໂຈ່ວ​ ແລະ​ສະ​ຖາ​ບັນ​ຂົງ​ຈື້​ຢູ່​ລາວ, ຈັດຊຸດ​ອົບ​ຮົມ​ວິ​ຊາ​ການ​ການ​ທ່ອງ​ທ່ຽວ​ໃຫ້​ປະ​ເທດ​ລາວ; ສາມ​ ​ຈະ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​​ຖອດ​ຖອນ​ບົດ​ຮຽນ​ນຳ​ກັນ, ຕັ້ງ​ໜ້າ​ຊຸກ​ຍູ້​ໃຫ້​ຂະ​ແໜງ​ການ​ທ່ອງ​ທ່ຽວ​ຂອງ​ສອງ​ປະ​ເທດ​ມີ​ການ​ແລກ​ປ່ຽນ​ກັນ, ເພື່ອ​ແບ່ງ​ປັນ​ບົດ​ຮຽນ​ໃນ​ການ​ສ້າງ​ເຂດ​ທ່ອງ​ທ່ຽວ​ລະ​ດັບ​ໜຶ່ງ​ຂອງ​ຈີນ; ສີ່​ ​ຈະ​ສະ​ໜັບ​ສະ​ໜູນ​ລາວ​ດຳ​ເນີນການ​ໂຄ​ສະ​ນາ​ການ​ ​ທ່ອງ​ທ່ຽວ​ ​ລາວ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ຈີນ.

ທ່ານ​ວາງ​ເວີ​ນ​ທ່ຽນ​ຍັງ​ກ່າວ​ວ່າ, ຖ້າ​ວ່າ​ປີ​ໜ້າ ລາວ​ມີ​ແຜນ​ຈັດ​ກິດ​ຈະ​ກຳ​ໂຄ​ສະ​ນາ​ການ​ທ່ອງ​ທ່ຽວ​ລາວ​ຢູ່​ຈີນ​, ສະ​ຖານ​ທູດ​ຈີນ​ປະ​ຈຳ​ລາວ​ຈະ​ສະ​ໜັບ​ສະ​ໜູນ​ແລະ​ຊ່ວຍ​ເຫຼືອ​ຢ່າງ​ແຂງ​ແຮງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ