ສື່ມວ​ນ​ຊົນ​ຫວຽດ​ນາມພິມ​ບົດ​ຄວາມ​ຂອງ​ທ່ານ​ສີ​ຈິ້ນ​ຜິງ
2017-11-09 16:47:51  cri 
ກ່ອນ​ຈະ​ຢ້ຽມ​ຢາມ ສ​.ສ ຫວຽດ​ນາມ​ທາງ​ລັດ​ຖະ​ກິດ, ວັນ​ທີ 9 ພະ​ຈິກ​ນີ້, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການສູນ​ກາງ​ພັກ​ກອມ​ນູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ​ໄດ້​ຂຽນ​ບົດ​ຄວາມທີ່​ພາດ​ຫົວ​ຂໍ້​ວ່າ "ເປີດ​ສະ​ພາບ​ການ​ໃໝ່​ແຫ່ງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ຈີນ-ຫວຽດ​ນາມ"​ ລົງໃນ​ໜັງ​ສື​ພິມ​ປະ​ຊາ​ຊົ​ນ​ຫວຽດ​ນາມ.

ບົດ​ຄວາມ​ຊີ້​ອອກວ່າ, ຈີນ​ແລະ​ຫວຽດ​ນາມ​ໄດ້​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ພິ​ເສດ​ຖານ "ສະ​ຫາຍ​ແລະ​ພີ່​ນ້ອງ" ໃນ​ການ​ຕໍ່​ສູ້​ຍາດ​ເອົາ​ຄວາມ​ເປັນ​ເອ​ກະ​ລາດ​ແຫ່ງ​ຊາດ​ແລະ​ການ​ປົດ​ປ່ອຍ​ຊົນ​ຊາດ. ເມື່ອ​ກ້າ​ວ​ເຂົ້າ​ສູ່​ໄລ​ຍະ​ໃໝ່, ພວກ​ເຮົາ​​ມີ​ຄວາມ​ຕ້ອງ​ການ​​ຢ່າງແຮງ​ກ້າກວ່າ​ທຸກໆ​ໄລ​ຍະ​ທີ່​ຜ່ານ​ມາ ​ໃນ​ການຈັບ​ມື​ ແລະ​ຮ່ວມ​ກັນ​ສະ​ແຫວງ​ຫາ​ຄວາມ​ໃຝ່​ຝັນ​ສ້າງ​ປະ​ເທດ​ໃຫ້​ເຂັ້ມ​ແຂງ​ແລະ​ເຮັດ​ໃຫ້​ປະ​ຊາ​ຊົນ​ຮັ່ງ​ມີ​ຂຶ້ນ. ປັດ​ຈຸ​ບັນ, ສະ​ຖາ​ນະ​ການ​ສາ​ກົນ​ແລະ​ພາກ​ພື້ນ​ປ່ຽນ​ແປງ​ເລື້ອຍໆ, ສອງ​ພັກ ແລະ​ສອງ​ລັດ​ຈີນ​ແລະ​ຫວຽດ​ນາມ​ປະ​ເຊີນ​ໜ້າ​ກັບ​ບັນ​ຫາ​ໃໝ່​ແລະ​ສິ່ງ​ທ້າ​ທາຍ​ໃໝ່​ທີ່​ຄື​ກັນ. ຂ້າ​ພະ​ເຈົ້າ​ຫວັງ​​ວ່າ, ​ຈາກ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້, ​ຈະ​ໄດ້ລົງ​ເລິກ​ແລກ​ປ່ຽນ​ຄວາມ​ເຫັນ​ກັບ​ຜູ້​ນຳ ແລະ ເພື່ອນ​ມິດ​ວົງ​ການ​ຕ່າງໆ​ຂອງ​ຫວຽດ​ນາມ, ຮ່ວມ​ກັນ​ຂຸດ​ຄົ້ນ​ຄວາມ​ສາ​ມາ​ດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື, ເພີ່ມ​ພູນ​ຄູນ​ສ້າງ​ມິດ​ຕະ​ພາບ, ລົງ​ເລິກ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ພິ​ເສດ​ລະ​ຫວ່າງ​ສອງ​ປະ​ເທດ ແລະ​ຈັບ​ມື​ກັນ​ສ້າງ​ສະ​ພາບ​ການ​ໃໝ່​ແຫ່ງ​ສາຍ​ພົວ​ພັນ​ຈີນ-ຫວຽດ​ນາມ.

ບົດ​ຄວາມ​ຊີ້​​ໃຫ້​ເຫັນ​ຕື່ມວ່າ, ຈີນ​ສະ​ໜັບ​ສະ​ໜູນ​ຫວຽດ​ນາມ​ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ​ບໍ່​ເປັນ​ທາງ​ການ​ຜູ້​ນຳ​ອາ​ເປັກ​ຄັ້ງ​ທີ 25 ທັງຍິນ​ດີ​ຮ່ວມ​ກັບ​ຫວຽດ​ນາມ​ແລະ​ສະ​ມາ​ຊິກ​ອື່ນໆ ປຶກ​ສາ​ຫາ​ລື​ກັນ​ດ້ວຍ​ຄວາມ​ເປັນ​ຈິງ ກ່ຽວ​ກັບ​ການລົງ​ເລິກ​ຂະ​ບວນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັນ​ທາງ​ເສດ​ຖະ​ກິດ​ພາກ​ພື້ນ, ສ້າງ​ເຂດ​ການ​ຄ້າ​ເສ​ລີ​ອາ​ຊີ​ປາ​ຊີ​ຟິກ ແລະ​ອື່ນໆ ເພື່ອ​ໃຫ້​ໄດ້​ຮັບ​ຜົນ​ສຳ​ເລັດ​ທີ່​ດີ ແລະ​ເພື່ອ​ເປັນ​ການ​ປະ​ກອບ​ສ່ວນ​ອັນ​ຕັ້ງ​ໜ້າ​ຕໍ່​ກາ​ນ​ຊຸກ​ຍູ້​ການ​ພັດ​ທະ​ນາ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຮ່ວມ​ກັນ​ຂອງ​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ