ທ່ານ ສີ​ຈິ້ນ​ຜິງ ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ ໂດ​ນັນ ທ​ຣຳ
2017-11-09 18:29:40  cri 
    ວັນ​ທີ 9 ພະ​ຈິກນີ້, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ໄດ້​ຈັດ​ພິ​ທີຕ້ອນ​ຮັບ​ທ່ານ ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​​ຢ່າງ​ສົມ​ກຽດ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ ແລະ​ໄດ້​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ ໂດຍ​ສອງ​ຝ່າຍ​ໄດ້​ລົງ​ເລິກ​ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ສາຍ​ພົວ​ພັນ​ສອງ​ປະ​ເທດ ພ້ອມ​ດ້ວຍ​ບັນ​ຫາ​ສາ​ກົນ​ແລະ​ພາກ​ພື້ນ​ທີ່​ສົນ​ໃຈ​ຮ່ວມ​ກັນ ທັງ​ໄດ້​ກຳ​ນົດ​ທິດ​ທາງ​ແຫ່ງ​ການ​ພັດ​ທະ​ນາ​ສາຍ​ພົວ​ພັນ​ສອງ​ຝ່າຍ​ໃນ​ໄລ​ຍະ​ຕໍ່​ໜ້າ​ຢ່າງ​ຈະ​ແຈ້ງ.

    ໂອ​ກາດ​ດັ່ງ​ກ່າວ, ປະ​ມຸກ​ລັດ​ສອງ​ປະ​ເທດ ໄດ້​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ທາງ​ເສດ​ຖະ​ກິດ​ການ​ຄ້າ​ເປັນ​ຈຸດ​ໜັກ ໂດຍ​ສອງ​ຝ່າຍ​ໄດ້​ເຊັນ​ສັນ​ຍາ​ການ​ຄ້າ​ແລະ​ການ​ລົງ​ທຶນ​ສອງ​ຕໍ່​ສອງ​ທີ່​ມີ​ມູນ​ຄ່າຫຼາຍກວ່າ 250 ຕື້​ໂດ​ລາ. ນອກ​ຈາກ​ຫົວ​ຂໍ້​ເສດ​ຖະ​ກິດ​ການ​ຄ້າ​ແລ້ວ, ບັນ​ຫາ​ນິວ​ເຄ​ລຍ​ແຫຼມ​ເກົາຫຼີ ກໍ​ໄດ້​ກາຍ​ເປັນ​ຫົວ​ຂໍ້ຫຼັກ​ໃນ​ການ​ພົບ​ປະ​ເຈ​ລະ​ຈາ​ລະ​ຫວ່າງ​ປະ​ມຸກ​ລັດ​ທັງ​ສອງ. ແນວ​ໃດ​ກໍ​ດີ, ສອງ​ຝ່າຍ​ເຫັນ​ດີ​ເພີ່ມ​ທະ​ວີ​ການ​ຕິດ​ຕໍ່​ພົວ​ພັນ​ແລະ​ປະ​ສານ​ງານ​ໃນ​ບັນ​ຫາ​ສຳ​ຄັນ​ໃນ​ພາກ​ພື້ນ ກໍ​ຄື​ສາ​ກົນ ແລະ​ຮ່ວມ​ມື​ຊຸກ​ຍູ້​ການ​ແກ້​ໄຂ​ບັນ​ຫາ​ຈຸດເຄັ່ງ​ຕຶງ​ທີ່​ກ່ຽວ​ຂ້ອງ​ຢ່າງ​ເໝາະ​ສົມ.

    ທ່ານ ສີ​ຈິ້ນ​ຜິງ ກ່າວ​ໃນ​ໂອ​ກາດ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວຫຼັງ​ການ​ພົບ​ປະ​ວ່າ, ການ​ພົບ​ປະ​ຄັ້ງ​ນີ້ ​ເຕັມ​ໄປ​ດ້ວຍ​ຄວາມ​ສ້າງ​ສັນ ແລະ​ໄດ້​ຮັບ​ຜົນ​ຢ່າງຫຼວງຫຼາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ