ຈັດ​ພິ​ທີ​ເປີດ​ໂຕ​​ປຶ້ມ ດຶ່ມ​ນ້ຳ​ສາຍ​ດຽວ​ກັນ-ຄູ່​ມື​ກ່ຽວ​ກັບ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ ຂອງ​ຢູ່​ນະ​ຄອນ​ຫຼວງວຽງ​ຈັນ
2017-11-10 23:48:53  cri 


ຈັດ​ພິ​ທີ​ເປີດ​ໂຕ​​ປຶ້ມ ດຶ່ມ​ນ້ຳ​ສາຍ​ດຽວ​ກັນ-ຄູ່​ມື​ກ່ຽວ​ກັບ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ ຂອງ​ຢູ່​ນະ​ຄອນ​ຫຼວງວຽງ​ຈັນ



ຕາມ​ຂ່າວ CRI: ພິ​ທີ​ເປີດ​ໂຕ ປຶ້ມ ດຶ່ມ​ນ້ຳ​ສາຍ​ດຽວ​ກັນ-ຄູ່​ມື​ກ່ຽວ​ກັບ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳຂອງ​ ແລະ​ພິ​ທີ​ເຊັນ​ສັນ​ຍາ​ການ​ຮ່ວມ​ມື​ລະ​ຫວ່າງ​ກຸ່ມ​ບໍ​ລິ​ສັດ​ພິມ​ຈຳ​ໜ່າຍ​ຢຸນ​ນານ​ຈີນ ແລສຳ​ນັກ​ພິມ​ແລະ​ຈຳ​ໜ່າຍ​ປື້ມ​ແຫ່ງ​ລັດ ສ​ປ​ປ ລາວ ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງວຽງ​ຈັນ​ໃນ​ວັນ​ທີ 10 ພະ​ຈິກນີ້ ເຊິ່ງ​ ທ່ານ​ໂກ​ເວີ້ຍ​ມິນ ຮອງ​ຫົວ​ໜ້າ​ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ຂອງ​ຄະ​ນະ​ລັດ​ຖະ​ບານ​ຈີນ ແລະ​ທ່ານ​ບົວ​ເງິນ ຊາ​ພູ​ວົງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຖະ​ແຫຼງ​ຂ່າວ ວັດ​ທະ​ນະ​ທຳ ແລະ​ທ່ອງ​ທ່ຽວ​ລາວ​ໄດ້​ຮ່ວມ​ກັນ​ເປັນ​ສັກ​ຂີ​ພິ​ຍານ​ໃນ​ພິ​ທີ​ດັ່ງ​ກ່າວ.

ປຶ້ມ ດຶ່ມ​ນ້ຳ​ສາຍ​ດຽວ​ກັນ-ຄູ່​ມື​ກ່ຽວ​ກັບ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ ແມ່ນ​ປື້ມ​ແນະ​ນຳ​ນະ​ໂຍ​ບາຍ​ຕ່າງໆ​ກ່ຽວ​ກັບ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ​ແມ່​ນ້ຳ​ຂອງ, ເຊິ່ງ​ໄດ້​ເນັ້ນ​ເຖິງ 3 ເສົາ​ຄ້ຳ​ການ​ຮ່ວມ​ມື​ໃຫຍ່​ຂອງ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ​-ແມ່​ນ້ຳ​ຂອງ​ຄື: ການ​ເມືອງ​ຄວາມ​ໝັ້ນ​ຄົງ, ເສດ​ຖະ​ກິດ​ກັບ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ສັງ​ຄົມ​ແລະ​ວັດ​ທະ​ນະ​ທຳ, ແລະ​ສຸມ​ໃຫຍ່​ການ​ແນະ​ນຳ​ທິດ​ພັດ​ທະ​ນາ​ທີ່​ໃຫ້​ບູ​ລິມ​ະ​ສິດ 5 ດ້ານ​ຄື: ການ​ເຊື່ອມ​ຈອດ​ກັນ, ຄວາມ​ສາ​ມາດ​ການ​ຜະ​ລິດ, ເສດ​ຖະ​ກິດ​ຂ້າມ​ປະ​ເທດ, ຊັບ​ພະ​ຍາ​ກອນ​ນ້ຳ, ກະ​ສິ​ກຳ ແລະ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ.

ໃນ​ໂອ​ກາດນີ້, ວົງ​ການ​ພິມ​ຈຳ​ໜ່າຍ​ຈີນ-ລາວ​ໄດ້​ເປີດກວ້າງ​ການ​ຮ່ວມ​ມື​ກັນ, ແລະ​ຍົກ​ລະ​ດັບ​ການ​ຮ່ວມ​ມື​ໃຫ້​ສູງ​ຂຶ້ນ ເຊິ່ງ​ໄດ້​ເຜີຍ​ແຜ່​ປຶ້ມ​ທີ່​ສາ​ມາດ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ປະ​ຊາ​ຊົນ​ຈີນ-ລາວ ກໍ່​ຄື​ປະ​ຊາ​ຊົນ​ຢູ່​ທົ່ວ​ພາກ​ພື້ນ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ ເພື່ອ​ຮ່ວມ​ກັນ​ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ອາ​ຊຽ​ນ.

 


1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ