"ປື້ມ​ສີ​ຈິ້ນ​ຜິງວ່າ​ດ້ວຍ​ການ​ປົກຄອງ​ປະ​ເທດ​ແລະ​​ບໍ​ລິ​ຫານ​ການ​ເມືອງ" ສະ​ບັບ​ພາ​ສາ​ລາວ​ເລີ່ມ​ພິມ​ຈຳ​ໜ່າຍ​ຢູ່​ວຽງ​ຈັນ
2017-11-10 14:22:29  cri 

ຕາມ​ຂ່າວ CRI: ພິ​ທີປະ​ກາດ​ການ​ພິມ​ຄັ້ງ​ທຳ​ອິດ​ຂອງ "ປື້ມ​ສີ​ຈິ້ນ​ຜິງວ່າ​ດ້ວຍ​ການ​ປົກຄອງ​ປະ​ເທດ​ແລະ​​ບໍ​ລິ​ຫານ​ການ​ເມືອງ" ສະ​ບັບ​ພາ​ສາ​ລາວ​ທີ່​ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ຂອງ​ລັດ​ຖະ​ບານ​ຈີນ, ກົມ​ພາ​ສາ​ຕ່າງ​ປະ​ເທດ​ແຫ່ງ​ຊາດ​ຈີນ​ແລະ​ສະ​ຖານ​ທູດ​ຈີນ​ປະ​ຈຳ​ລາວ​ເປັນ​ເຈົ້າ​ພາບ​ຮ່ວມ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງວຽງ​ຈັນ ສ​ປ​ປ ລາວ​ໃນ​ວັນ​ທີ 9 ພະ​ຈິກ​ນີ້.

​  ທ່ານ​ໂກ່ວ​ເວີ້ຍ​ມິນ, ຮອງ​ຫົວ​ໜ້າ​ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ຂອງ​ລັດ​ຖະ​ບານ​ຈີນກ່າວ​ໃນ​ພິ​ທີ​ດັ່ງ​ກ່າວວ່າ, "ປື້ມ​ສີ​ຈິ້ນ​ຜິງວ່າ​ດ້ວຍ​ການ​ປົກຄອງ​ປະ​ເທດ​ແລະ​​ບໍ​ລິ​ຫານ​ການ​ເມືອງ" ແລະ​ເຫຼັ້ມ​ທີ​ສອງ​ຂອງ​ປື້ມ​ດັ່ງ​ກ່າວ​ທີ່​ພິມ​ຈຳ​ໜ່າຍ​ຢ່າງ​ເປັນ​ທາງ​ການ​​ຫວ່າງ​ມໍ່ໆ​ມາ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ເນື້ອ​ໃນ​ອຸ​ດົມ​ສົມ​ບູນຂອງ​ແນວ​ຄິດ​​ສີ​ຈິ້ນ​ຜິງ​ກ່ຽວ​ກັບ​ສັ​ງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່, ແມ່ນ​ປ່ອງ​ຢ້ຽມ​ທີ່​ສຳ​ຄັນ​ໃຫ້​ປະ​ຊາ​ຄົມ​ໂລກ​ຊອກ​ຮູ້​ແລະ​ເຂົ້າ​ໃຈ​ປະ​ເທດ​ຈີນ​ໃນ​ຍຸກ​ປັດ​ຈຸ​ບັນ​ຢ່າງ​​ຮອບ​ດ້ານ​ແລະພາ​ວະ​ວິ​ໄສ.

   ​ປື້ມ​ດັ່ງ​ກ່າວໄດ້​ຮັບ​ໂຮມ​ຄວາມ​ເວົ້າ, ​ຄຳປາ​ໄສ​, ປາ​ຖະ​ກະ​ຖາ, ການ​ຕອບ​ຄຳ​ຖາມ, ການ​ຊີ້​ແຈງ​ແລະ​ສານອວຍ​ພອນ 79 ບົດ​​ແຕ່​ວັນ​ທີ 15 ພະ​ຈິກ​ປີ 2012 ຫາ​ວັນ​ທີ 13 ມິ​ຖຸ​ນາ​ປີ 2014 ຂອງ​ທ່ານ​ສີ​ຈິ້ນ​ຜິງ. ນັບ​ແຕ່​ປຶ້ມ​ດັ່ງ​ກ່າວ​ພິມ​ຈຳ​ໜ່າຍ​ເມື່ອ​ເດືອນ​ກັນ​ຍາ​ປີ 2014 ​ເປັນ​ຕົ້ນ​ມາ, ໄດ້​ແປ​ເປັນ 24 ພາ​ສາ​ແລະ 27 ສະ​ບັບ, ພິມ​ຈຳ​ໜ່າຍ​ຫຼາຍ​ກວ່າ 6 ລ້ານ 6 ແສນ​ເຫຼັ້ມ​ໃນ​ທົ່ວ​ໂລກ. ​ສ່ວນສະ​ບັບ​ພາ​ສາ​ລາວ​ແມ່ນ​ອົງ​ການ​ພິມ​ຈຳ​ໜ່າຍ​ພ​າ​ສາ​ຕ່າງ​ປະ​ເທດ​ແຫ່ງ​ຊາດ​ຈີນ​ແລະ​​ກົມ​ພິມ​ຈຳ​ໜ່າຍລາວ​ຮ່ວມ​ກັນ​ແປ​ແລະ​ພິມ​ຈຳ​ໜ່າຍ.

1  2  3  4  5  6  7  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ