ທ່ານ​ສີ​ຈິ້ນ​ຜິງເຂົ້າ​ຮ່ວມກອງ​ປະຊຸມຜູ້​ນຳ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຂອງAPECແລະ​ກ່າວ​ປາ​ໄສ
2017-11-10 23:16:52  cri 

ວັນ​ທີ 10 ພະ​ຈິກ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມກອງ​ປະຊຸມ​ຜູ້ນຳ​ອຸດສາຫະກຳ​ການ​ຄ້າ​ຂອງ​ອົງການ​ຮ່ວມ​ມື​ເສດຖະກິດ​ອາຊີ​ປາຊີ​ຟິກຫຼືAPEC​ຢູ່​ເມືອງ​ດາ​ນັງ​ ສ​ສ ຫວຽດ​ນາມແລະ​ໄດ້​ກ່າວ​ປາ​ໄສ, ໂດຍມີ​ຫົວ​ເລື່ອງວ່າ "ກຳ​ໂອ​ກາດ​ປ່ຽນ​ແປງ​ຂອງ​ເສດ​ຖະ​ກິດ​ໂລກ, ສະ​ແຫວງ​ຫ​າ​ການ​ພັດ​ທະ​ນາ​ທີ່ໃຫຍ່ກວ່າ​ເກົ່າ​ຂອງ​ອາ​ຊີ​ປາ​ຊີ​ຟິກ." ແລະ​ກ່າວ​ເນັ້ນ​ວ່າ​ໂລກ​ປັດ​ຈຸ​ບັນ​ພວມ​ຢູ່​ຂະ​ບວນ​ການ​ປະ​ຫວັດ​ສາດ​ທີ່ປ່ຽນ​ແປງ​ຢ່າງວ່ອງ​ໄວ, ເສດ​ຖະ​ກິດ​ໂລກ​ພວມ​ເກີດ​​ມີການ​ປ່ຽນ​ແປງ​ທີ່​ເລິກ​ເຊິ່ງກວ່າ​ເກົ່າ. ພວກ​ເຮົາ​ຄວນ​ໄປ​ຕາມ​ກະ​ແສ​ຫຼັກ, ມີ​ຄວາມ​ກ້າ​ຫານ​ຫາບ​ແບກ, ຮ່ວມ​ກັນ​ສ້າງ​ອະ​ນາ​ຄົດ​​ແຈ້ງ​ສະ​ຫວ່າງທີ່​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ການ​ພັດ​ທະ​ນາ​ອາ​ຊີ​ອາ​ຟີ​ຟິກ.

ທ່ານ​ສີ​ຈິ້ນ​ຜິງ ​ກ່າວ​ວ່າ, ທົ່ວ​ໂລກ​ພວມ​ຜະ​ເຊີນ​ກັບ​ການ​ປ່ຽນ​ແປງ​ເລິກ​ເຊິ່ງ​ດ້ານ​ພະ​ລັງ​ແຮງ​​ໃນການ​ເຕີບ​ໂຕ​​ທາງເສດ​ຖະ​ກິດ, ຮູບ​ການ​ພັດ​ທະ​ນາ​ຂອງ​ໂລກ, ຂະ​ບວນ​ການ​ເສດ​ຖະ​ກິດ​ໂລ​ກາ​ພິ​ວັດແລະ​ລະ​ບົບ​ປັບ​ປຸງ​ເສດ​ຖະ​ກິດ​ໂລກ. ອາ​ຊີ​ປາ​ຊີ​ຟິກ​ແມ່ນ​​ພາກ​ສ່ວນ​ໃຫຍ່​ທີ່​ສຸດ​ໃນ​ເສດ​ຖະ​ກິດ​ໂລກ, ກໍ​ແມ່ນ​ແມ່​ແຮງ​ສຳ​ຄັນ​​ອັນໜຶ່ງ​ທີ່​ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ໂລກ​ເຕີບ​ໂຕ. ພວກ​ເຮົາ​ຄວນ​​ວິ​ເຄາະ​ທ່າ​ອຽງ​ພັດ​ທະ​ນາ​ຂອງ​ເສດ​ຖະ​ກິດ​ໂລກ​, ຊອກ​ຫາ​ທິດ​ທາງທີ່​ຖືກ​ຕ້ອງ​ແລະ​ກຳ​ກັບ​ກົດ​ເກນ​ການ​ພັດ​ທະ​ນາ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ເສດ​ຖະ​ກິດ​ໂລກ​ຢ່າງ​ກ້າ​ຫານ.

ໜຶ່ງ, ​ຄວນສືບ​ຕໍ່​ຍຶດ​ໝັ້​ນ​ສ້າງ​ເສດ​ຖະ​ກິດ​ແບບ​ເປີດ​ປະ​ຕູ, ພະ​ຍາ​ຍາມ​ບັນ​ລຸ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ.

ສອງ, ສືບ​ຕໍ່​ສະ​ແຫວງ​ຫາ​ການ​ເຕີບ​ໂຕ​ແບບ​ປະ​ດິດ​ສ້າງ​ໃໝ່, ຂຸດ​ຄົ້ນ​ພ​ະ​ລັງ​ໃໝ່​ໃນ​ການ​ພັດ​ທະ​ນາ.

ສາມ, ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ເຊື່ອມ​ຈອດ​ກັນ, ບັນ​ລຸ​ການ​ພັດ​ທະ​ນາ​ຮ່ວມ​ກັນ.

ສີ່, ສືບ​ຕໍ່​ເພີ່ມ​ຄວາມກວມ​ລວມ​ດ້ານ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ເຮັດ​ໃຫ້​ປະ​ຊາ​ຊົນ​ສາ​ມາດ​ແບ່ງ​ປັນ​ໝາກ​ຜົນ​ການ​ພັດ​ທະ​ນາ​ຮ່ວມ​ກັນ.


ທ່ານ​ສີ​ຈິ້ນ​ຜິງ​ຊີ້​ໃຫ້​ເຫັນ​ວ່າ, ເດືອນ​​ຕຸ​ລາຜ່ານ​ມາ​ນີ້, ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວ​ງ​ປັກ​ກິ່ງ ສ​ປ ຈີນ​ຢ່າງ​ສຳ​ເລັດ​ຜົນ. ກອງ​ປະ​ຊຸມ​ດັ່ງ​ກ່າວ​ໄດ້​ວາງ​ໂຄງ​ການ​ປະ​ຕິ​ບັດ​ງານ​ແລະ​ແຜນ​ຜັງ​ພັດ​ທະ​ນາ​​ຂອງສັ​ງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນໃນ​ຍຸກ​ໃໝ່. ພາຍ​ໃຕ້​ການ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ຊາ​ຊົນ​ຈີນ​ຈະ​ເປີດຂະ​ບວນ​ການ​ພັດ​ທະ​ນາ​​ອັນໃໝ່. ພວກ​ເຮົາ​ຈະ​ລົງ​ເລິກ​ຊຸກ​ຍູ້​ການ​ກໍ່​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ", ປະ​ຕິ​ບັດ​ນະ​ໂຍ​ບາຍ​ທີ່​ເຮັດ​ໃຫ້​ການ​ຄ້າ​ແລະ​ການ​ລົງ​ທຶນ​ຫັນ​ເປັນ​ແບບ​ເສ​ລີ​ແລະ​ສະ​ດວກ​ທີ່​ລະ​ດັບ​ສູງ, ຊຸກ​ຍູ້​ການ​ສ້າງ​ເຄືອ​ຂ່າຍ​ເຂດ​ການ​ຄ້າ​ເສ​ລີ​ທີ່​ອ່ວຍ​ໜ້າ​ໄປ​ສູ່ຕໍ່​ທົ່ວ​ໂລກ.


ພວກ​ເຮົາ​ຈະ​ຍືດ​ໝັ້ນ​ປົກ​ປັກ​ຮັກ​ສາ​ແລະ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນ​ດ້ວຍ​ການ​ພັດ​ທະ​ນາ ເພື່ອ​ບັນ​ລຸ​ເປົ້າ​ໝາຍ​​ຮອດ​ປີ 2020 ຫຼຸດ​ພົ້ນ​ອອກ​ຈາກ​ຄວາ​ມ​ທຸກ​ຍາກ​ໃຫ້​ປະ​ຊາ​ຊົນ​ຜູ້​ທຸກ​ຍາກ​ຢູ່​ຊົນ​ນະ​ບົດ. ວຽກ​ງານ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງ​ຈີນ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ທີ່​ສຳ​ຄັນ ເຊິ່ງ​ໃນ 5 ປີ​ທີ່​ຜ່ານ​ມາ, ໄດ້​ປະ​ຊາ​ຄົ​ນ​ຜູ້​ທຸກ​ຍາກ 60 ລ້ານກວ່າ​ຄົນ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ, ນີ້​ແມ່ນ​ໝາກ​ຜົນ​ທີ່​ໄດ້​ມາ​ຍາກ, ພວກ​ເຮົາ​ພາກ​ພູມ​ໃຈ​ຕໍ່​ໝາກ​ຜົນ​ນີ້​. ການສ້າງ​ເປັນ​ສັງ​ຄົມ​ທີ່​ອີ່ມ​ໜຳ​ສຳ​ລານ ເຊິ່ງ​ຈະ​ກວມ​ລວມ​ປະ​ຊາ​ຊົນ​ຈີນ 1 ຕື້ 300 ລ້ານ​ຄົນ ໂດຍຈະບໍ່​ໃຫ້​ຄົນ​ໜຶ່ງຫຼ້າ​ຫຼັງ​ກວ່າ​ໝູ່. ເຊິ່ງນີ້​ຖື​ເປັນ​ຂະ​ບວນ​ການ​ໃໝ່​ແຫ່ງ​ການ​ສ້າງ​ເປັນ​ການ​ພົວ​ພັນ​ສາ​ກົນ​ແບບ​ໃໝ່ ແລະສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງ​ທົ່ວ​ມວນ​ມະ​ນຸດ.ພວກ​ເຮົາ​ຈະ​ຍຶດ​ໝັ້ນ​ເດີນ​ຕາມ​ເສັ້ນ​ທາງ​ພັດ​ທະ​ນາ​ໂດຍ​ສັນ​ຕິ, ແລະ​ຈະ​ຍຶດ​ໝັ້ນ​ເປັນ​ປັດ​ໄຈ​ສຳ​ຄັນ​ທີ່​ສຸດ​ໃນ​ການ​ຮັກ​ສາ​ສັນ​ຄິ​ພາບ​ແລະ​ຄວາມ​ໝັ້ນ​ຄົງ​ຂອງ​ໂລກ​ກໍ່​ຄື​ຂອງ​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ. ພວກ​ເຮົາ​ຈະ​ຍຶດ​ຖື​ທັດ​ສະ​ນະ​ທີ່​ປຶກ​ສາ​ຫາ​ລື​ຮ່ວມ​ກັນ, ສ້າງ​ສາ​ຮ່ວມ​ກັນ ແລະ​ຊົມ​ໃຊ້​ຮ່ວມ​ກັນ, ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ປະ​ຕິ​ຮູບ​ແລະ​ສ້າງ​ສາ​ລະ​ບຽບ​ການປັບ​ປຸງ​ທົ່ວ​ໂລກ, ຊຸກ​ຍູ້​ລະ​ບຽບ​ການ​ການ​ເມືອງ​ສາ​ກົນ​ເດີນ​ໄປ​ສູ່​ທິດ​ທີ່​ຍຸດ​ຕິ​ທຳ​ແລະ​ສົມ​ເຫດ​ສົມ​ຜົນ​ກວ່າ​ເກົ່າ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ, ສັນ​ຕິ​ພາບ ຄວາມ​ໝັ້ນ​ຄົງ​ແລະ​ວັດ​ຖະ​ນາ​ຖາ​ວອນ​ຂອງ​ອາ​ຊີ​ປາ​ຊີ​ຟິກ​ແມ່ນ​ຂຶ້ນ​ກັບ​ປະ​ຊາ​ຊົນ​ທົ່ວ​ອາ​ຊີ​ປາ​ຊີ​ຟິກ, ອະ​ນາ​ຄົດ​ຂອງ​ອາ​ຊີ​ປາ​ຊີ​ຟິກ​ຕ້ອງ​ອີງ​ອາ​ໃສ​ນຳ​ການ​ຮ່ວມ​ກັນ​ປະ​ດິດ​ສ້າງ​ຂອງ​ປະ​ຊາ​ຊົນ​ອາ​ຊີ​ປາ​ຊີ​ຟິກ. ການ​ພົວ​ພັນ​ໝູ່​ຄູ່​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ​ແລະ​ກັນ, ໂອບ​ເອື້ອຍ​ອາ​ລີ, ຮ່ວມ​ມື​ກັນ ແລະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ​ແມ່ນ ສາຍ​ພົວ​ພັນ​ທາງ​ຈິດ​ໃຈ​ຂອງ​ມະ​ຫາ​ຄອບ​ຄົວ​ອາ​ຊີ​ປາ​ຊີ​ຟິກ, ເປັນ​ການ​ຮັບ​ປະ​ກັນ​ທີ່​ສຳ​ຄັນ​ເພື່ອ​ໃຫ້​ການ​ຮ່ວມ​ມື​ອາ​ຊີ​ປາ​ຊີ​ຟິກ​ເຂົ້າ​ສູ່​ໂຄ​ຈອນ​ທີ່​ຖືກ​ຕ້ອງ. ໃຫ້​ພວກ​ເຮົາ​ຈົ່ງ​ຊຸກ​ຍູ້​ການ​ຮ່ວມ​ມື​ກ້າວ​ໄປ​ໜ້າ​ຢ່າ​ແທ້​ຈິງ, ໃຊ້​ການ​ກະ​ທຳ​ຕົວ​ຈິງ, ຮ່ວມ​ກັນ​ສ້າງ​ອະ​ນາ​ຄົດ​ທີ່​ສວຍ​ງາມກວ່າ​ເກົ່າ​ຂອງ​ອາ​ຊີ​ປາ​ຊີ​ຟິກ.

 

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ