ທ່ານ​ສີ​ຈິ້ນ​ຜິງ​ເດີນ​ທາງ​ໄປ​ເຖິງ​ເມືອງ​ດາ​ນັນ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ບໍ່​ເປັນ​ທາງ​ການ​ຂອງ​ຜູ້​ນຳ​ອົງ​ການ​​ອາ​ເປັກ​ແລະ​ຢ້ຽມ​ຢາມ ສ​ສ ຫວຽດ​ນາ​ມ​ທາງ​ລັດ​ຖະ​ກິດ
2017-11-10 16:01:51  cri 

ວັນ​ທີ 10 ພະ​ຈິກນີ້ ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ ສ​ປ ຈີນ ໄດ້​ເດີນ​ທາງ​ໄປ​ຮອດ​ເມືອ​ດາ​ນັງ ສ​ສ ຫວຽດ​ນາມ ເພື່ອ​ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ສຸດຍອດ​ບໍ່​ເປັນ​ທາງ​ການ​ຂອງ​ອົງ​ການ​ເອ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊີ​ປາ​ຊິກ​ຟິກ​ຄັ້ງ​ທີ 25 ແລະ​ຢ້ຽມ​ຢາມ ສ​ສ ຫວຽດ​ນາມ​ທາງ​ລັດ​ຖະ​ກິດ.

ເວ​ລາ 13 ໂມງ​ປາຍ​ຂອງ​ເວ​ລ​ທ້ອງ​ຖີ່ນ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເດີນ​ທາງ​ໄປ​ຮອດ​ສະ​ໜາມ​ບິນ​ສາ​ກົນ​ຂອງ​ເມືອງ​ດາ​ນັງ​ໂດຍ​ຍົນ​ພິ​ເສດ, ທ່ານ​ໄດ້​ກ່າວ​ປາ​ໄສ​ທາງ​ລາຍ​ລັກ​ອັກ​ສອນ​ຢູ່​ສະ​ໜາມ​ບິນ ໂດຍ​ຊີ້​ອອກວ່າ ນັບ​ແຕ່​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ 67 ປີ​ມານີ້ ການ​ພົວ​ພັນ​ຈີນ-ຫວຽດ​ນາມ​ໄດ້​ມີ​ເນື້ອ​ໃນ​ອຸ​ດົມ​ສົມ​ບູນ​ຂຶ້ນ, ລະ​ດັບ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ຍົກ​ສູງ​ຂຶ້ນ​ເລື້ອຍໆ. ເມື່ອ​ເຂົ້າ​ສູ່​ປະ​ຫວັດ​ສາດ​ອັນ​ໃໝ໋, ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ລົງ​ເລິກ​ໄປ​ເລຶ້ອຍໆ, ອັນ​ໄດ້​ນຳ​ເອົາ​ຜົນ​ປະ​ໂຫຍດ​ແທ້​ຈິງ​ໄປ​ຍັງ​ປະ​ຊາ​ຊົນ​ສອງ​ປະ​ເທດ, ແລະ​ກາຍ​ເປັນ​ສ່ວນ​ປະ​ກອບ​ທີ່​ສຳ​ຄັນ​ເພື່ອ​ສັນ​ຕິ​ພາບ ຄວາມ​ໝັ້ນ​ຄົງ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ. ຄວາມ​ເປັນ​ເອ​ກະ​ພາບ​ກັນ​ລະ​ຫວ່າງ​ການ​ນຳ​ສອງ​ພັກ​ສອງ​ລັດ​ພວມ​ໄດ້​ຮັບ​ການ​ຜົນ​ຂະ​ຫຍາຍ​ເປັນ​ກ້າວໆ, ການ​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ​ຈີນ-ຫວຽດ​ນາມ​ກໍ່​ພວມ​ກ້າວ​ໄປ​ສູ່​ລວງ​ກວ້າງ​ແລະ​ລວງ​ເລິກ. ຈີນ​ສຸດ​ທີ່​ເອົາ​ໃຈ​ໃສ່​ນຳ​ການ​ພົວ​ພັນ​ກັບ​ຫວຽດ​ນາ. ຂ້າ​ພະ​ເຈົ້າ​ຄອງ​ຄອຍ​ຈະ​ໄດ້​ພົບ​ປະ​ກັບ​ສະ​ຫາຍ​ເລ​ຂາ​ທິ​ການ​ໃຫຍ່​ຫງຽນ​ຝູ​ຈົ່ງ, ສະ​ຫາຍ​ປະ​ທານ​ປະ​ເທດ​ເຈີນ​ດຶກກວງ​ ແລະ​ຜູ້​ນຳ​ທ່ານ​ອື່ນໆ​ຂອງ​ຫວຽດ​ນາມ ກໍ່​ຄື​ບຸກ​ຄົນ​ໃນ​ວົງ​ການ​ຕ່າງໆ​ຂອງ​ຫວຽດ​ນາມ​ຢ່າງກວ້າງ​ຂວາງ, ເພື່ອ​ລົງ​ເລິກ​ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ບັນ​ຫາ​ສາ​ກົນ​ແລະ​ບັນ​ຫາ​ພາກ​ພື້ນ​ທີ່​ສອງ​ຝ່າຍ​ສົນ​ໃຈ​ຮ່ວມ​ກັນ, ເພີ່ມ​ພູນ​ມິດ​ຕະ​ພາບ​ອັນ​ເປັນ​ມູນ​ເຊື້ອ,  ວາງ​ແຜນ​ພັດ​ທະ​ນາ​ໃນ​ອະ​ນາ​ຄົດ, ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ຈີນ-ຫວຽດ​ນາມ​ຂຶ້ນ​ສູ່​ລະ​ດັບ​ໃໝ່.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ