10 ປີ​ຈີນ​ລະ​ບາຍ​ຊຸນ​ເຟີ​ດິ​ອັອກ​ຊິດ​​ຫຼຸດ​ລົງ​ຢ່າງຫຼວງຫຼາຍ
2017-11-10 10:38:50  cri 
ກົມ​ການ​ບິນ​ອະ​ວະ​ກາດ​ອາ​ເມ​ລິ​ກາ, ມະ​ຫາ​ວິ​ທະ​ຍາ​ໄລ​ມາ​ຣີ​ແລນ ແລະ​ກະ​ຊວງ​ສິ່ງ​ແວດ​ລ້ອມ​ແລ​ະ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ກາ​ນາ​ດາ​ຕ່​າງ​ກໍ​ຕີ​ລາ​ຄາວ່າ, 10 ປີ​ຜ່ານ​ມາ, ​ຈີນ​ປະ​ສົບ​ຜົນ​ສຳ​ເລັດ​ໃນການ​ລະ​ບາຍຊຸນ​ເຟີ​ດິ​ອັອກ​ຊິດ​ ເຊິ່ງ​ສາ​ມາດຫຼຸດ​ລົງ​ປະ​ມານ 75%.

ຜົນ​ການ​ສັງ​ເກດ​ຕົວ​ເລກ​ນີ້​ໄດ້​​ພິມ​​ເຜີຍ​ແຜ່​ໃນວາ​ລະ​ສານ "​ລາຍ​ງານ​ພິ​ເສດ​ດ້ານ​ວິ​ທະ​ຍາ​ສາດ" ຂອງ​ກຸ່ມ​ພິມ​ຈຳ​ໜ່າຍ​ສ​ປ​ຣິງ​ເກີທຳ​ມະ​ຊາດ ໂດຍ​ໄດ້​ນຳ​ເອົາ​ຕົວ​ເລກຈາກ​ດາວ​ທຽມ​ຂອງ​ກົມ​ການ​ບິນ​ອະ​ວະ​ກາດ​ອາ​ເມ​ລິ​ກາ​ມາ​ເປີດ​ເຜີຍ​ວ່າ, ການ​ລະ​ບາຍຊຸນ​ເຟີ​ດິ​ອັອກ​ຊິດ​ຂອງ​ຈີນ​ໄດ້ຫຼາຍ​ທີ່​ສຸດ​ໃນ​ປີ 2007 ​ໂດຍ​ມີ​ເກືອບ 37 ລ້ານ​ໂຕນ ​ແລະ​ແຕ່​ລະ​ປີ​ກໍ​ໄດ້ຫຼຸດ​ລົງ ເຊິ່ງ​ມາ​ເຖິງປີ 2016 ຫຼຸດ​ລົງ​ເຖິງ​ລະ​ດັບ​ປະ​ມານ 8 ລ້ານ​ໂຕນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ