ວັນທີ 11 ພະຈິກນີ້ ຢູ່ທີ່ດານັງ ທ່ານສີຈິ້ນຜິງ ເລຂາທິການໃຫຍ່ສູນກາງພັກກອມມູນິດຈີນ ປະທານປະເທດ ສປ ຈີນໄດ້ພົບປະກັບທ່ານຫງວນຊວນຟຸກ ນາຍົກລັດຖະມົນຕີ ສສ ຫວຽດນາມ.
ທ່ານສີຈິ້ນຜິງຊີ້ອອກວ່າ, ຈີນສິດທີ່ເອົາໃຈໃສ່ນຳການຂະຫຍາຍການພົວພັນກັບຫວຍດນາມ. ຜ່ານຈາກການຢ້ຽມຢາມຄັ້ງນີ້ ຂ້າພະເຈົ້າຈະແລກປ່ຽນຄຳເຫັນກັບການນຳຫວຽດນາມກ່ຽວກັບການພົວພັນລະຫວ່າງສອງພັກສອງລັດ ແລະບັນຫາທີ່ສົນໃຈຮ່ວມກັນ, ເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຈີນ-ຫວຽດນາມເຂົ້າສູ່ໄລຍະການພັດທະນາອັນໃໝ່.
ທ່ານຫງວນຊວນຟຸກກ່າວວ່າ, ຊົມເຊີຍກອງປະຊຸມໃຫຍ່ຄັ້ງທີ 19 ຂອງພັກກອມມູນິດຈີນໄດ້ກຳນົດແນວຄິດຂອງທ່ານສີຈິ້ນຜິງກ່ຽວກັບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃມ໋, ຊົມເຊີຍທ່ານສີຈິິ້ນຜິງໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ສູນກາງພັກກອມມູນິດຈີນອີກຊຸດໜຶ່ງ, ຂອບໃຈທ່ານສີຈິ້ນຜິງຢ້ຽມຢາມຫວຽດນາມຄັ້ງທຳອິດພາຍຫຼັງໄດ້ໄຂກອງປະຊຸມໃຫຍ່ຄັ້ງທີ 19 ຂອງພັກກອມມູນິດຈີນ. ຫວຽດນາມຖະໜຸຖະໜອມມິດຕະພາບອັນເປັນມູນເຊື້ອກັບຈີນ, ແລະຮູ້ສຶກດີໃຈທີ່ສຸດທີ່ໄດ້ເຫັນເສດຖະກິດສັງຄົມຂອງຈີນມີການພັດທະນາແລະໄດ້ຮັບຜົນສຳເລັດ, ຖືເປັນຜົນງານຂອງພາລະກິດສັງຄົມນິຍົມ. ການທີ່ຍົກລະດັບຂອງການພົວພັນຫວຽດນາ-ຈີນ ກໍ່ແມ່ນການເລືອກທີ່ໃຫ້ບູລິມະສິດຂອງພັກແລະລັດຖະບານຫວຽດນາມ.