ທ່ານສີ​ຈິ້ນ​ຜິງ​ພົບ​ປະ​ກັບ​ນາ​ຍົກ​ຫວຽດ​ນາມ
2017-11-11 20:17:33  cri 
ວັນ​ທີ 11 ພະ​ຈິກນີ້ ຢູ່​ທີ່​ດາ​ນັງ ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ ສ​ປ ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ຫງວນ​ຊ​ວນ​ຟຸກ ນາ​ຍົກ​ລັດ​ຖະ​ມົນ​ຕີ ສ​ສ ຫວຽດ​ນາມ.

ທ່ານ​ສີ​ຈິ້ນ​ຜິງ​ຊີ້​ອອກວ່າ, ຈີນ​ສິດ​ທີ່​ເອົາ​ໃຈ​ໃສ່​ນຳ​ການ​ຂະ​ຫຍາຍ​ການ​ພົວ​ພັນ​ກັບ​ຫວຍດ​ນາມ. ຜ່ານ​ຈາກ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້ ຂ້າ​ພະ​ເຈົ້າ​ຈະ​ແລກ​ປ່ຽນ​ຄຳ​ເຫັນກັບ​ການ​ນຳ​ຫວຽດ​ນາມ​ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ພັກ​ສອງ​ລັດ ແລະ​ບັນ​ຫາ​ທີ່​ສົນ​ໃຈ​ຮ່ວມ​ກັນ, ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ຈີນ-ຫວຽດ​ນາມ​ເຂົ້າ​ສູ່​ໄລ​ຍະ​ການ​ພັດ​ທະ​ນາ​ອັນ​ໃໝ່.

ທ່ານ​ຫງວນ​ຊວ​ນ​ຟຸກ​ກ່າວ​ວ່າ, ຊົມ​ເຊີຍກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ກຳ​ນົດ​ແນວ​ຄິດ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ກ່ຽວ​ກັບ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃມ໋, ຊົມ​ເຊີຍ​ທ່ານ​ສີ​ຈິິ້ນ​ຜິງ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ອີກ​ຊຸດ​ໜຶ່ງ, ຂອບ​ໃຈ​ທ່ານ​ສີຈິ້ນ​ຜິງ​ຢ້ຽມ​ຢາມ​ຫວຽດ​ນາມ​ຄັ້ງ​ທຳ​ອິດ​ພາຍ​ຫຼັງ​ໄດ້​ໄຂ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ. ຫວຽດ​ນາມ​ຖະ​ໜຸ​ຖະ​ໜອມ​ມິດ​ຕະ​ພາບ​ອັນ​ເປັນ​ມູນ​ເຊື້ອ​ກັບ​ຈີນ, ແລະ​ຮູ້​ສຶກ​ດີ​ໃຈ​ທີ່​ສຸດ​ທີ່​ໄດ້​ເຫັນ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ຈີນ​ມີ​ການ​ພັດ​ທະ​ນາ​ແລະ​ໄດ້​ຮັບ​ຜົນ​ສຳ​ເລັດ, ຖື​ເປັນ​ຜົນ​ງານ​ຂອງ​ພາ​ລະ​ກິດ​ສັງ​ຄົມ​ນິ​ຍົມ. ການ​ທີ່​ຍົກ​ລະ​ດັບ​ຂອງ​ການ​ພົວ​ພັນ​ຫວຽດ​ນາ-ຈີນ ກໍ່​ແມ່ນ​ການ​ເລືອກ​ທີ່​ໃຫ້​ບູ​ລິ​ມະ​ສິດ​ຂອງ​ພັກ​ແລະ​ລັດ​ຖະ​ບານ​ຫວຽດ​ນາມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ