ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ລາວ: ລາວ​ໄດ້​ກຽມ​ພ້ອມ​ແລ້ວ​ເພື່ອ​ຕ້ອນ​ຮັບ​ການ​ຢ້ຽມ​ຢາມ​ຂອງ​ທ່ານ​ສີ​ຈິ້ນ​ຜິງ
2017-11-11 16:44:05  cri 

ຕາມ​ຂ່າວ CRI: ວັນ​ທີ 9 ພະ​ຈິກ​ນີ້​ໃນ​ໂອ​ກາດ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ຈີນ​ແລະ​ລາວ, ທ່ານ​ສະ​ເຫຼີມມ​ໄຊ ກົມ​ມະ​ສິດ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ລາວ​ກ່າວ​ວ່າ, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ​ຈະ​ຢ້ຽມ​ຢາມ ສ​ປ​ປ ລາວ​ໃນ​ໄວໆ​ນີ້, ໄດ້​ສະ​ແດງ​ໃຫ້​ເຫັ​ຄວາມ​ຕິດ​ຕະ​ພາບ​ຂອງ​ຈີນ​ຕໍ່​ລາວ, ລາວ​ໄດ້​ກຽມ​ພ້ອມ​ຢ່າງ​ຮອບ​ດ້ານ​ເພື່ອ​ຕ້ອນ​ຮັບ​ການ​ຢ້ຽມ​ຢາມ​ຂອງ​ທ່ານ​ສີ​ຈິ້ນ​ຜິງ.

ທ່ານ​ສະ​ເຫຼີມ​ໄຊ ເຫັນ​ວ່າ, ການ​ຢ້ຽມ​ຢາມ ສ​ປ​ປ ລາວ​ທາງ​ລັດ​ຖະ​ກິດ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ​ມີ​ຄວາມ​ໝາຍ​ປະ​ຫວັດ​ສາດ​ສຳ​ຄັນ​ຕໍ່​ການ​ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ, ປະ​ເທດ​ລາວ​ໄດ້​ຄ່ອງ​ຄອຍ​ການ​ຢ້ຽມ​ຢາມ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ຫຼາຍ. ທ່ານ​ກ່າວ​ວ່າ:

ໃນການຢ້ຽມຢາມຂອງປະທານສີຈິ້ນຜິງໃນຄັ້ງນີ້ເຮົາຖືວ່າເປັນການຈະເປັນການຢ້ຽມຢາມທາງປະຫວັດສາດບໍ່ສະເພາະແຕ່ວ່າເປັນການຢ້ຽມຢາມຂອງປະທານສີຈີ້ນຜິງໃນຖານະທີ່ເປັນເລຂາທິການໃຫ່ຍກໍຄືປະທານປະເທດຈີນ, ແຕ່ແມ່ນການຢ້ຽມຢາມພາຍຫຼັງກອງປະຊຸມໃຫ່ຍ ພັກກອມມູນິດຈີນທີ່ຫາກໍ່ສຳເລັດລົງ. ການຢ້ຽມຢາມຂອງປະທານສີຈີ້ນຜິງແມ່ນເປັນການ ສະແດງໃຫ້ເຫັນເຖິງຄວາມຈິງໃຈຂອງພັກຂອງລັດຖະບານປະຊາຊົນ ຈີນຕໍ່ສປປ ລາວ ແລະ ເປັນການຊີ້ໃຫ້ພວກເຮົາເຫັນຢ່າງຈະແຈ້ງວ່າຈີນແລະລາວ ເປັນປະເທດທີ່ຮ່ວມຊະຕາ ກຳອັນ ດຽວກັນ, ບໍ່ວ່າໃນປະຈຸບັນກໍ່ຄືອະນາຄົດ, ບໍ່ວ່າການນໍາພັກ, ການນຳລັດ ປະຊາຊົນສອງຊາດຍິ່ງ ຈະນັບມື້ນັບເສີມຂະຫຍາຍ,ໜັກແໜ້ນ,ສາມັກຄີແບບອ້າຍນ້ອງ.ພວກເຮົາມີຄວາມພ້ອມໃນທຸກດ້ານ,ບໍ່ວ່າທາງດ້ານຄວາມປອດໄພ,ທາງພິທີການຕ່າງໆເພື່ອໃຫ້ສົມກຽດສົມສັກສີຂອງເພິ່ນ.

ທ່ານ​ສະ​ເຫຼີມ​ໄຊ​ ຊີ້​ວ່າ, ນັບ​ແຕ່​ສ້າງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ເມື່ອ​ເດືອນ​ກັນ​ຍາ​ປີ 2009 ເປັນ​ຕົ້ນ​ມາ, ການ​ຮ່ວ​ມ​ມື​ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ກ່ຽວ​ພັນ​ເຖິງ​ຂົງ​ເຂດ​ຕ່າງໆ, ໄດ້​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ສອ​ງ​ຝ່າຍ. ຄຽງ​ຄູ່​ກັບ​ທ່ານ​ສີ​ຈິ້ນ​ຜິງ ຢ້ຽມ​ຢາມ​ປະ​ເທດ​ລາວ​ທາງ​ລັດ​ຖະ​ກິດ, ສາຍ​ພົວ​ພັນ​ລະ​ຫວ່າງ​ລາວ-ຈີນ​ຈະ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ໃໝ່. ທ່ານ​ກ່າ​ວ​ວ່າ:

ຖ້າ​ເບິ່ງ​ທາງ​ດ້ານ​ການ​ເມືອງ,​ກໍ​ຈະ​ເຫັນ​ວ່າການ​ແລກປ່ຽນຂອງ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຂອງ​ລາວ​ແລະ​ຈີນ​ໄດ້​ມີ​ການຢຽມຢາມ​ເຊິ່ງກັນ​ແລະ​ກັນ, ​ ໄດ້​ສະ​ແດງ​ໃຫ້​ເຫັນ​​ເຖິງຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ການ​ນຳພັກ-ລັດ ກໍ​ຄື​ປະຊາຊົນ​ສອງ​ຊາດ ລາວ-​ຈີນ​ເລື່ອຍໆມາ.    ຖ້າ​ເບິ່ງ​​ທາງ​ດ້ານ​ເສດຖະກິດ​ກໍ​ຈະ​ເຫັນ​ວ່າ​ເສດ​ຖະກິດ​ຂອງ​ທັງ​ສອງ​ປະ​ເທດ​ໄດ້​ມີ​ການ​ຂະຫຍາຍ​ໂຕ​​ຢ່າງ​ກ້າວກະ​ໂດດ, ປີຜ່ານມາ​ແມ່ນ​ເພີ່ມຂຶ້ນຫລາຍກວ່າ 20% ຂອງ​ມູນ​ຄ່າ​ການ ​ຄ້າ​, ​ການ​ລົງທຶນ​ຈາກ​ ສປ ຈີນ ​ເປັນອັນ​ດັບໜຶ່ງ​ໃນ​ຫລາຍໆປີ​ທີ່​ຜ່ານ​ມາ.    ຖ້າ​ເບິ່ງທາງດ້ານ​ການ​ຮ່ວມ​ມື​ການ​ພົວພັນ​ທາງດ້ານວັດທະນະທຳ-​ສັງຄົມ,ເຫັນ​ວ່າ​ມີ​ການ​ຂະຫຍາຍຕົວ​ຢ່າງ​ກວ້າງຂວາງ, ບໍ່​ວ່າ​ຈະ​ແມ່ນ​ການ​ແລກປ່ຽນດ້ານວັດທະນະທຳລາວ-​ຈີ​ນ,ການທ່ອງທ່ຽວ​ເຊິ່ງສະ​ແດງ​ອອກ​ໄດ້​ຈາກ​ນັກ​ທ່ອງ​ທ່ຽວຈີນ​ໄດ້​ເຂົ້າ​ມາ​ທ່ອງ​ທ່ຽວ​ໃນ​ລາວ​ປະຈຸ​ບັນເກືອ​ບລ້ານ​ຄົນ​ແລ້ວ,ນີ້​ກໍ​ແມ່ນໝາກຜົນ​ອີກ​ອັນໜຶ່ງຂອງ​ສອງ​ພັກ​ສອງ​ລັດ​ໃນ​ໄລຍະ​ທີ່​ຜ່ານ​ມາ.     ຜົນສຳ​ເລັດພາຍຫຼັງ​ເຂົ້າ​ຮ່ວມ​ການ​ຮ່ວມ​ສ້າງ "ໜຶ່ງ​ແລວ​ທາງໜຶ່ງ​ເສັ້ນທາງ", ສິ່ງ​ທີ່​ ສປປ ລາວ​ຈະ​ໄດ້​ຮັບ​ມີ​ຫລາຍ​ອັນ.       ການພົວພັນສອງຝ່າຍລະຫວ່າງລາວ-ຈີນນີ້ຈະກ້າວຂື້ນສູ່ໃນລະດັບສູງ, ຈີນແລະ ລາວ ເປັນປະເທດທີ່ຮ່ວມຊະຕາກຳອັນດຽວກັນທີ່ບໍ່ສາມາດຕັດແຍກຈາກກັນໄດ້.

    ທ່ານ​ສະ​ເຫຼີມ​ໄຊ ກ່າວ​ຕື່ມ​ວ່າ, ສະ​ຖາ​ນະ​ການ​ພາກ​ພື້ນ​ແລະ​ສາ​ກົນ​ໃນ​ປັດ​ຈຸ​ບັນ​ສັບ​ສົນ​ຫຼາຍ, ສາຍ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ​ແມ່ນ​ສຳ​ຄັນ​ທີ່​ສຸດ​ຕໍ່​ສອງ​ຝ່າຍ​ຮ່ວມ​ກັນ​ຮັບ​ມື​ກັບ​ການ​ທ້າ​ທາຍ​ຂອງ​ພາກ​ພື້ນ​ກໍ​ຄື​ຂອງ​ໂລກ, ເຊື່ອ​ວ່າ​ການ​ຢ້ຽມ​ຢາມ​ຂອງ​ປະ​ທານ​ສີ​ຈິ້ນ​ຜິງຄັ້ງ​ນີ້​ຈະ​ຊຸກ​ຍູ້​ໃຫ້​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ​ມີ​ຄວາມ​ກ້າວ​ໜ້າ​ຕື່ມ​ອີກ. ທ່ານ​ກ່າວ​ວ່າ:

ການຢ້ຽມຢາມຂອງປະທານສີຈີ້ນຜິງໃນຄັ້ງນີ້ຈະມີການລົງນາມເອກະສານບໍ່ຕໍ່າກວ່າ 17-18 ສະບັບ. ສິ່ງທີ່ຈະຕ້ອງເອົາໃຈໃສ່ໃນແມ່ນປະຕິບັດສິ່ງນີ້ໃຫ້ມັນເກີດດອກອອກຜົນ ແລະຈະນໍາຜົນປະໂຫຍດ ຕົວຈິງມາສູ່ປະຊາຊົນສອງຊາດ, ຈະເຮັດໃຫ້ພວກເຮົາສາມາດປະເຊີນໜ້າກັບສິ່ງທ້າທາຍຕ່າງໆທີ່ຈະເກີດຂື້ນໃນໂລກນີ້ແລະຂົງເຂດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ