ກອງ​ປະ​ຊຸມ​ລະ​ດັບ​ລັດ​ຖະ​ມົນ​ຕີ​ຂອງ​ອົງ​ການ​ອາ​ເປັກ​ເນັ້ນສືບ​ຕໍ່​ຊຸກ​ຍູ້​ການ​ກໍ່​ສ້າງ​ເຂດ​ການ​ຄ້າ​ເສ​ລີ​ອາ​ຊີ​ປາ​ຊິ​ຟິກ
2017-11-11 16:55:32  cri 
ກອງ​ປະ​ຊຸມ​ລະ​ດັບ​ລັດ​ຖະ​ມົນ​ຕີ​ຄັ້ງ​ທີ 29 ຂອງ​ອົງ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊີ​ປາ​ຊີ​ຟິກ​ຫຼື​ອາ​ເປັກ​ໄດ້​ຜ່ານ​ຮັບ​ຮອງ "ຖະ​ແຫຼງ​ການ​ຮ່ວມ​ລັດ​ຖະ​ມົນ​ຕີ", ໂດຍເນັ້ນ​ຈະ​ສືບ​ຕໍ່​ຊຸກ​ຍູ້​ການ​ກໍ່​ສ້າງ​ເຂດ​ການ​ຄ້າ​ເສ​ລີ​ອາ​ຊີ​ປາ​ຊີ​ຟິກ​ແລະ​ປັບ​ປຸງ​ທ່າ​ອຽງ​ພັດ​ທະ​ນາ​ຂອງ​ເຂດ​ການ​ຄ້າ​ເສ​ລີ​ອາ​ຊີ​ປາ​ຊີ​ຟິກ.

ທ່ານ​ຈ່າງ​ຊ້າວ​ກ່າງ, ຫົວ​ໜ້າກົມສາ​ກົນ​ກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ໃນ​ວັນ​ທີ 10 ພະ​ຈິກ​ນີ້​ວ່າ, ກອງ​ປະ​ຊຸມ​ຄັ້ງ​ນີ້​ໄດ້​ສົ່ງ​ສັນ​ຍານ​ສະ​ໜັບ​ສະ​ໜູນ​ລະ​ບົບ​ການ​ຄ້າ​ຫຼາຍ​ຝ່າຍ​ຕໍ່​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ, ໄດ້​ຮັກ​ສາ​ແລະ​ສືບ​ທອດ​ປະ​ເພ​ນີ​ທີ່​ອົງ​ການ​ອາ​ເປັກ​ສະ​ໜັບ​ສະ​ໜູນ​ລະ​ບົບ​ການ​ຄ້າ​ຫຼາຍ​ຝ່າຍ, ໄດ້​ເພີ່ມ​ພະ​ລັງ​ແຮງ​ໃຫ້​ແກ່​ການ​ຊຸກ​ຍູ້​ໃຫ້​ການ​ຄ້າ​ໂລກ​ຫັນ​ເປັນ​ແບບ​ເສ​ລີ.

ກອງ​ປະ​ຊຸມ​ຄັ້ງ​ນີ້​ຍັງ​ໄດ້​ຜ່ານ​ຮັບ​ຮອງ "ຂອບ​​ການ​ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ຄ້າ​ເອ​ເລັກ​ໂຕຼນິກ​ຂ້າມ​ຊາດ​ອາ​ເປັກ", ໂດຍ​ຈະ​ສຸມ​ໃສ່ຊຸກ​ຍູ້​ການ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ນະ​ໂຍ​ບາຍ​ການ​ຄ້າ​ເອ​ເລັກ​ໂຕຼນິກ​ຂ້າມ​ຊາດ​ໃຫ້​ສົມ​ບູນກວ່າ​ເກົ່າ, ຍົກ​ສູງ​ລະ​ດັບ​ການ​ຄ້າ​ຂ້າມ​ຊາ​ດ​ແບບ​ບໍ່​ໃຊ້​ເຈ້ຍ, ເພີ່ມ​ຄວາມ​ສາ​ມາດ​ຂອງວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ​ແລະ​ນ້ອຍເພື່ອ​ເຂົ້າ​ຮ່ວມ​ການ​ຄ້າ​ເອ​ເລັກ​ໂຕຼນິກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ