ທ່ານ​ສີ​ຈິ້ນ​ຜິງ​ພົບ​ປະ​ເຈ​ລະກັບ​ທ່ານ​ດູ​ເຕີ​ເຕ
2017-11-12 09:12:05  cri 



ວັນ​ທີ 11 ພະ​ຈິກ​ນີ້​ຢູ່​ທີ່​ດາ​ນັງປະ​ເທດ​ຫວຽດ​ນາມ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ເຈ​ລະ​ຈາກັບ​ທ່ານ​ດູ​ເຕີ​ເຕ ປ​ະ​ທາ​ນາ​ທິ​ບໍ​ດີ​ຟິ​ລິບ​ປິນ.

ທ່ານ​ສີ​ຈິ້ນ​ຜີ​ງ​ຊີ້​ອອກວ່າ, ນັບແຕ່​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ດູ​ເຕີ​ເຕ​ຢ້ຽມ​ຢາມ​ຈີນ​ໃນ​ເດືອນ​ຕຸ​ລາ​ປີ​​ຜ່ານ​ມາ​ເປັນ​ຕົ້ນ​ມາ, ສາຍ​ພົວ​ພັນ​ຈີນ​ກັບ​ຟິ​ລິບ​ປິນ​ໄດ້​ເປີດ​ໜ້າ​ໃໝ່, ສອງ​ຝ່າຍ​ດຳ​ເນີນ​ການ​ຮ່ວມ​ມື​ກັນ​ຢ່າງ​ຕັ້ງ​ໜ້າ, ສາ​ຍ​ພົວ​ພັນ​ສອງ​ປະ​ເທດ​ຂະ​ຫຍາຍ​ຕົວ​ຢ່າງ​ປອດ​ໃສ ແລະ​ໝັ້ນ​ທ່ຽງ ເຊິ່ງ​ໄດ້​ສ້າງ​ຜົນ​ປະ​ໂຫຍດ​ອັນ​ແທ້​ຈິງ​ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ຊາດ ແລະກໍ​ໄດ້​ເປັນ​ການ​ປະ​ກອບ​ສ່ວນ​ອັນ​ສຳ​ຄັນ​ເຂົ້າ​ໃນ​ສັນ​ຕິ​ພາບ ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພ​າກ​ພື້ນ. ມິດ​ຕະ​ພາບ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ເປັນ​ທິດ​ທາງ​ອັນ​ຖືກ​ຕ້ອງ​ທີ່​ຕ້ອງ​ຍຶດ​ໝັ້ນ​ໃນ​ການ​ຂະ​ຫຍາຍ​ສາຍ​ພົວ​ພັນ​ຈີນ​ກັບ​ຟິ​ລິບ​ປິນ. ຈີ​ນ​ຍິນ​ດີ​ຮ່ວມ​ກັບ​ຟິ​ລິບ​ປິນ, ສືບ​ຕໍ່​ກຳ​ແໜ້ນ​ສາຍ​ພົວ​ພັນ​ສອງ​ປະ​ເທດ​ໃນຈາກ​ຄວາມ​ສູງ​ຍຸດ​ທະ​ສາດ ແລະ ມູມແງ່​ຍາວ​ໄກ, ເພີ່ມ​​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​​ທາງການ​ເມືອງ, ປັບ​ປຸງ​ ແລະ​ລົງ​ເລິກ​ການ​ຮ່ວມ​ມື​ກັນ, ສ້າງ​ຜົນ​ງານຫຼາຍກວ່າ​ເກົ່າ​ເພື່ອ​ນຳ​ເອົາ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ຊາດ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ, ປັດ​ຈຸ​ບັນ​ນີ້, ສາຍ​ພົວ​ພັນ​ຈີນ​ກັບ​ປິ​ລິບ​ປິນ​ພວມ​ຢູ່​ໃນ​ຈຸດ​ເລີ່ມ​ໃໝ່​ທາງ​ປະ​ຫວັດ​ສາດ. ສອງ​ຝ່າຍ​ຕ້ອຮັດ​ແໜ້ນການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ, ເພີ່ມ​ຄວາມ​ເຂົ້າ​ໃຈ ແລະ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ​ເພີ່ມ​ທະ​ວີ​ການ​ນຳ​ພາ​ດ້ານ​ຍຸດ​ທະ​ສາດ, ຮັບ​ປະ​ກັນ​ສາຍ​ພົວ​ພັນ​ສອງ​ປະ​ເທດ​ຂະ​ຫຍາຍ​ຕົວ​ຕາມ​ທິດ​ທາງ​​ຖືກ​ຕ້ອງ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ. ໂດຍປິ່ນ​ອ້ອມການ​ເຊື່ອມ​ຕໍ່​ລະ​ຫວ່າງ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ກັບ​ຍຸດ​ທະ​ສາດ​ພັດ​ທະ​ນາ​ຂອງ​ຟິ​ລິບ​ປິນ, ລົງ​ເລິກ ແລະ​ເປີດກວ້າງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ, ກະ​ສິ​ກຳ, ການ​ລົງ​ທຶນ ແລະ​ອື່ນໆ. ຈີນ​ຍິນ​ດີ​ຊ່ວຍ​ເຫຼືອ​ຟິ​ລິບ​ຟິນ​​ໃນ​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ສືບ​ຕໍ່​ສະ​ໜັບ​ສະ​ໜູນ​​​ຄວາມ​ພະ​ຍາ​ຍາມ​ຂອງລັດ​ຖະ​ບານຟິ​ລິບ​ປິນ​ໃນ​ການ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ຂອງ​ປະ​ເທດ​ຕົນ. ຈີນ​ຈະ​​ສືບ​ຕໍ່ຮ່ວມ​ກັບບັນ​ດາ​ປະ​ເທດໃນ​ອາ​ຊ​ຽນ ເພື່ອຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ພັດ​ທະ​ນາ ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ທະ​ເລ​ຈີນ​ໃຕ້.

ທ່ານ​ດູ​ເຕີ​ເຕ​ກ່າວ​ວ່າ, ສາຍ​ພົວ​ພັນ​ຟິ​ລິບ​ປິນ​​ຈີນມີ​ຄວາມ​ສຳ​ຄັນຫຼາຍ, ຟິ​ລິບ​ປິນ​ຖື​ຈີນ​ເປັນ​ເພື່ອນ​ມິດ​​ຈິງ​ໃຈ ແລະຂອບ​ໃຈ​ຈີນ​ທີ່​ຊ່ວຍ​ເຫຼືອຟິ​ລິບ​ປິນ​ໃນ​​ການ​ສ້າງ​ສາ​ເສດ​ຖະ​ກິດ, ການ​ຕໍ່​ຕ້ານ​ລັດ​ທິ​ກໍ່​ການ​ຮ້າຍ, ການ​ຮັກ​ສາ​ຄວາມ​ໝັ້ນ​ຄົງ ແລະ​ອື່ນໆ​. ຟິ​ລິບ​ປິນ​ພະ​ຍາ​ຍາມ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ກ້າວ​ໄປ​ໜ້າ ແລະ​ຍິນ​ດີ​ຮ່ວມ​ກັບ​ຈີນ ປະ​ຕິ​ບັດ​ຕາມ​ຄວາມ​ເຫັນ​ເປັນ​ເອ​ກະ​ພາບ​ກັນ​ທີ່​ສອງ​ຝ່າຍ​ຕົກ​ລົງ​ກັນ, ແກ້​ໄຂ​ບັນ​ຫາ​ທາງ​ທ​ເລ​ຢ່າງ​ເໝາະ​ສົມ​ໂດຍ​ຜ່ານ​ຊ່ອງ​ທາງ​ສອງ​ຝ່າຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ