ທ່ານ​ສີ​ຈິ້ນ​ຜິງ​ເຂົ້າ​ຮ່ວມກອງ​ປະ​ຊຸ​ມ​ບໍ່​ເປັນ​ທາງ​ການ​ຜູ້​ນຳ​ອົງ​ການ​ເອ​ເປັກ​ຄັ້​ງ​ທີ 25 ແລະ​ກ່າວ​ຄຳ​ປາ​ໄສ​ທີ່​ສຳ​ຄັນ
2017-11-12 01:22:02  cri 

ວັນ​ທີ 11 ພະ​ຈິກ​ນີ້, ກອງ​ປະ​ຊຸ​ມ​ບໍ່​ເປັນ​ທາງ​ການ​ຜູ້​ນຳ​ອົງ​ການ​ເອ​ເປັກ​ຄັ້​ງ​ທີ 25 ໄດ້​ຈັດ​ຂຶ້ນ​ຢູ່​ດາ​ນັງ​ປະ​ເທດ​ສ.ສ ຫວຽດ​ນາມ. ທ່ານ​ສີ​ຈິ້ນ​ຜິງ ປ​ະ​ທານ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ດັ່​ງ​ກ່າວ​ທັງ​ກ່າວ​ຄຳ​ປາ​ໄສ​ສຳ​ຄັນ​ທີ່​ມີ​ຫົວ​ຂໍ້​ວ່າ "ຮ່ວມກັນ​​ຂ​ຽນ​ບົດ​ໃໝ່​ແຫ່ງ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​​ໃນພາກ​ພື້ນອາ​ຊີ​ປາ​ຊີ​ຟິກ" ໂດຍ​ກ່າວ​ເນັ້ນ​ວ່າ ຝ່າຍ​ຕ່າງໆ​ຂອງ​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ​ຄວນ​ຍຶດ​ໝັ້ນ​ຊຸກ​ຍູ້​ການ​ປະ​ດິດ​ສ້າງ​ໃໝ່​ຢ່າງ​ບໍ່​ລົດ​ລະ, ເປີດກວ້າງ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຢ່າງ​ເດັດ​ດ່ຽວ​ໜ້ຽວ​ແໜ້ນ, ຕັ້ງ​ໜ້າ​ປະ​ຕິ​ບັດ​ກາ​ນ​ພັດ​ທະ​ນາ​ແບບ​ໂອບ​ອ້ອມ​ອ​າ​ລີ, ເພີ່ມ​ເນື້ອ​ໃນ​ຂອງ​ສາຍ​ພົວ​ພັນ​ຄູ່​ຮວມ​ໃຫ້​ສົມ​ບູນ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ ແລະ​ນຳ​ພາ​ການ​ພັດ​ທະ​ນາ ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຮອບ​ໃໝ່​ໃນ​ທົ່ວ​ໂລກ.


ທ່ານ​ສີ​ຈິ້ນ​ຜີງ​ກ່າວ​ວ່າ, ພວກ​ເຮົາ​ຕ້ອງ​ຮັບ​ຮູ້​ເຖິງ​ເສດ​ຖະ​ກິດ​ໂລກ​ພວມ​ມີ​ການ​ປ່ຽນ​ແປງ​ທີ່​ສຳ​ຄັນ​ຢ່າງ​ເລິກ​ເຊິ່ງ. ຝ່າຍ​ຕ່າງໆ​ໃນ​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ​ຕ້ອງ​ສອດໄປ​ທັນກັບ​ທ່າ​ອ່ຽງ​ການ​ພັດ​ທະ​ນາ, ຖື​ເອົາການ​ກະ​ທຳ​ຕົວ​ຈິງ​ເປັນ​ຈຸດ​ຢືນ, ນຳ​ພາ​ການ​ພັດ​ທະ​ນາ ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຮອບ​ໃໝ່​ໃນ​ທົ່ວ​ໂລກ. ໜຶ່ງ, ຍຶດ​ໝັ້ນ​ຊຸກ​ຍູ້​ການ​ປະ​ດິດ​ສ້າງ​ໃໝ່​ຢ່າງ​ບໍ່​ລົດ​ລະ, ສ້າງ​ກຳ​ລັງ​ຊຸກ​ດັນ​ການ​ພັດ​ທະ​ນາ​ທີ່​ແຂງ​ແຮງ. ສອງ, ເດັດ​ດ່ຽວ​ເປີດກວ້າງ​ການ​ເປີ​ດ​ປະ​ຕູ​ສູ່​ພາຍນອກ​ຢ່າງ​ບໍ່​ຫວັ່ນ​ໄຫວ​ຄອນ​ແຄນ, ສ້າງຊ່ອງ​ຫວ່າງ​ພັດ​ທະ​ນາ​ໃຫ້​ກວ້າງ​ຂວາງກວ່າ​ເກົ່າ. ສາມ, ຕັ້ງ​ໜ້າ​ປະ​ຕິ​ບັດ​ຕາມ​ທັດ​ສະ​ນະ​ການ​ພັດ​ທະ​ນາ​ແບບ​ໂອບ​ອ້ອມ​ອາ​ລີ, ເຮັດ​ໃຫ້​ປະ​ຊາ​ຊົນ​ມີ​ຄວາມ​ຮູ້​ສຶກ​ໄດ້​ຮັບ​ຜົນ​ປະ​ໂຫຍດຫຼາຍ​ຂຶ້ນ. ສີ່, ເພີ່ມ​ເນື້ອ​ໃນ​ຂອງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ໃຫ້​ອຸ​ດົມ​ສົມ​ບູນ​ຂຶ້ນ ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ.


ຜູ້​ນຳ​ຂອງ​ອົງ​ການ​ເສດ​ຖະ​ກິດ​ຕ່າງໆ​ກ່າວ​ວ່າ, ປັດ​ຈຸ​ບັນ, ເສດ​ຖະ​ກິດ​ໂລກ​ມີ​ທ່າ​ອ່ຽງ​ຟື້ນ​ຟູ​ຄືນ​ໃໝ່, ແຕ່​ຄວາ​ມ​ສ່ຽງ ແລະສິ່ງ​ທ້າ​ທາຍ​ຍັງ​ຄົງ​ມີ​ຢູ່. ອົງ​ການ​ເສດ​ຖະ​ກິດ​ໃນ​ພ​າກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ​ຕ້ອງ​ຊຸກ​ຍູ້​ການ​ປະ​ຕິ​ຮູບ​ໂຄງ​ປ​ະ​ກອບ, ບັນ​ລຸ​ການ​ເຕີບ​ໂຕ​ທີ່​ມີ​ລັກ​ສະ​ນະ​ປະ​ດິດ​ສ້າງ​ໃໝ່, ກຳ​ແໜ້ນ​ໂອ​ກາດ​ຂອງ​ເສດ​ຖະ​ກິດ​ທາງ​ອິນ​ເຕີ​ເນັດ ແລະ​ດີ​ຈີ​ຕອນ, ຊຳ​ລະ​ແກ້​ໄຂ​ສາຍ​ພົວ​ພັນ​ລະ​ຫວ່າງວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ກັບ​ການ​ປະ​ກອບ​ອາ​ຊີບ, ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ເປັນ​ກຳ​ລັງ​ຊຸກ​ດັນແຫ່ງ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ ເພື່ອ​ນຳ​ພາ​ໃຫ້​ເສດ​ຖະ​ກິດ​ໂລກ​ເຕີບ​ໂຕ​ຢ່າງ​ຕໍ່​ເນື່ອງ. ຕ້ອງ​ຊຸກ​ຍູ້​ການ​ເຊື່ອມ​ຕໍ່ ແລະ​ເຊື່ອມ​ໂຍງ​ເຂົ້າ​ກັນ, ຊຸກ​ຍູ້​ຂະ​ບວນ​ການ​ສ້າງ​ສາ​ເຂດ​ການ​ຄ້າ​ເສ​ລີ​ອາ​ຊີ​ປາ​ຊີ​ຟິກ, ຊຸກ​ຍູ້​ເສດ​ຖະ​ກິດ​ພາກ​ພື້ນ​ໃຫ້​ເຊື່ອມ​ໂຍງ​ເຂົ້າ​ກັນ. ຝ່າຍ​ຕ່າງໆ​ກ່າວ​ຢ້ຳ​ວ່າ​ສະ​ໜັບ​ສະ​ໜູນ​ເຮັດ​ໃຫ້​ການ​ຄ້າ ແລະ​ການ​ລົງ​ທຶນ​ມີ​ຄວາມເສ​ລີ​ ແລະ​ ມີຄວາມ​ສະ​ດວກ​ສະ​ບາຍກວ່າ​ເກົ່າ, ສະ​ໜັບ​ສະ​ໜູນ​ລະ​ບຽບ​ການການ​ຄ້າຫຼາຍ​ຝ່າຍ, ຊຸກ​ຍູ້​ການ​ພັດ​ທະ​ນາ​ແບບ​ໂອບ​ອ້ອມ​ອາ​ລີ, ເຮັດ​ໃຫ້​ຝ່າຍ​ຕ່າງໆ​ລ້ວນ​ແຕ່​ສາ​ມາດ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​​ຂະ​ບວນການ​ເສດ​ຖະ​ກິດໂລ​ກາ​ພິ​ວັດ.

ກອງ​ປະ​ຊຸມ​ໄດ້​ເຜີຍ​ແຜ່ "ຖະ​ແຫຼງ​ການກອງ​ປະ​ຊຸ​ມ​ບໍ່​ເປັນ​ທາງ​ການ​ຜູ້​ນຳ​ອົງ​ການ​ເອ​ເປັກ​ຄັ້​ງ​ທີ 25".
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ