ທ່ານ​ສີ​ຈິ້ນ​ຜິງ ແລະ ທ່ານ​ນາງ​ບາ​ເຊ​ເລັດ ປ​ະ​ທາ​ນາ​ທິ​ບໍ​ດີ​ຈີ​ລີ​ເຂົ້າ​ຮ່ວມ​ພິ​ທີ​ລົງ​ນາມ​ອະ​ນຸ​ສັນ​ຍາ​ຍົກ​ລະ​ດັບ​ສັນ​ຍາ​ການ​ຄ້າ​ເສ​ລີ​ຈີນ-ຈີ​ລີ
2017-11-12 09:54:23  cri 


ວັນ​ທີ 11 ພະ​ຈິກ​ນີ້ຢູ່​ທີ່​ດາ​ນັງ​ ສ.ສ ​ຫວຽດ​ນາມ, ທ່ານ​ສີ​ຈິ້ນ​ຜີງ ປະ​ທານ​ປະ​ເທດ​ຈີນ ແລະ ທ່ານ​ນາງ​ເວ​ໂຣ​ນີ​ກາ ບາ​ເຊ​ເລັດ ປະ​ທາ​ນາ​ທິ​ບໍ​ດີ​ຈີ​ລີ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ລົງ​ນາມ​ອະ​ນຸ​ສັນ​ຍາ​ຍົກ​ລະ​ດັບ​ສັນ​ຍາ​ການ​ຄ້າ​ເສ​ລີ​ຈີນ-ຈີ​ລີ.

ທ່ານ​ສີ​ຈິ້ນ​ຜີງ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ການ​ລົງ​ນາມ​ອະ​ນຸ​ສັນ​ຍາ​ຍົກ​ລະ​ດັບ​ສັນ​ຍາ​ການ​ຄ້າ​ເສ​ລີ​ຈີນ-ຈີ​ລີ ໂດຍ​ກ່າວ​ເນັ້ນ​ວ່າ, ນີ້​ເປັນ​ການ​ຍົກ​ລະ​ດັບ​ສັນ​ຍາ​ການ​ຄ້າ​ເສ​ລີ​ສະ​ບັບ​ທຳ​ອິດ​ລະ​ຫວ່າງ​ຈີນ​ກັບ​ປະ​ເທດ​ອາ​ເມ​ລິ​ກາ​ລາ​ຕິນ ເຊິ່ງ​ຈະ​ເພີ່ມ​ກຳ​ລັງ​ຊຸກ​ດັນ​ໃໝ່​ໃຫ້​ແກ່​ການ​ຮ່ວມ​ມື​ຕົວ​ຈິງ​ລະ​ຫວ່າງ​ຈີນ​ກັບ​ຈີ​ລີ ແລະ​ສ້າງ​ຕົວ​ແບບ​ໃໝ່​ໃຫ້​ແກ່​ການ​ຮ່ວ​ມ​ມື​ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ລາ​ຕິນ ທັງ​ຈະ​ເສີມ​ຂະ​ຫຍາຍ​ບົດ​ບາດ​ແບບ​ຢ່າງ​ທີ່​ດີ​ໃນ​ສາ​ກົນ.

ທ່ານ​ນາງ​ບາ​ເຊ​ເລັດ​ກ່າວ​ວ່າ, ສາຍ​ພົວ​ພັນ​ຈີ​ລີ-ຈີນ​ໄດ້​ສ້າງ​ສະ​ຖິ​ຕິ​ຫຼາຍ​ດ້ານ​ໃນ​ການ​ຂະ​ຫຍາຍສາຍ​ພົວ​ພັນ​ລະ​ຫວ່າງ​ອາ​ເມ​ລິ​ກາ​ລາ​ຕິນ​ກັບ​ຈີນ. ຈີ​ລີ​ຍິນ​ດີ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ຈິດ​ໃຈ​ກ້າ​ເປັນ​ຜູ້​ນຳ​ໜ້າ ເພື່ອ​ຊຸກ​ຍູ້​ໃຫ້​ການ​ຮ່ວມ​ມື​ຕົວ​ຈິງ​ລະ​ຫວ່າງ​ຈີ​ລີ​ກັບ​ຈີນ​ກ້າວ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ