ທ່ານຫຼີ​ເຄີ້​ສຽງ​ເດີນ​ທາງ​ອອກ​ຈາກ​ປັກ​ກິ່ງ​ໄປ​ເຂົ້າ​ຮ່ວມບັນ​ດາກອງ​ປະ​ຊຸມ​ສຸດ​ຍອດ​ກ່ຽວ​ກັບ​ການ​ຮ່ວມ​ມື​ອາ​ຊີ​ຕາ​ເວັນ​ອອກ​ ແລະ​ຢ້ຽມ​ຢາມ​ຟິ​ລິບ​ປິນ​ຢ່າງ​ເປັນ​ທາງ​ການ
2017-11-12 12:32:48  cri 
ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳເຊີນ​ຂອງ​ທ່ານ​ດູ​ເຕີ​ເຕ ປະ​ທານ​າ​ທິ​ບໍ​ດີ​ຟິ​ລິບ​ປິນ​ທີ່​ເປັນ​ປະ​ເທດ​ປະ​ທານ​​ວຽນ​ຂອງ​ອາ​ຊຽນ, ຕອນ​ເຊົ້າ​ວັນ​ທີ 12 ພະ​ຈິກ​ນີ້, ທ່ານຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ເດີນ​ທາງ​ອອກ​ຈາກ​ປັກ​ກິ່ງ​ດ້ວຍ​ເຄື່ອງ​ບິນ​ພິ​ເສດໄປ​ນະ​ຄອນຫຼວງ​ມາ​ນີ​ລາ​​ປະ​ເທດ​ຟິ​ລິບ​ປິນ ​ເພື່ອ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດ​ຈີນ-ອາ​ຊຽນ​ ຫຼື ອາ​ຊຽນ+1 ຄັ້ງ​ທີ 20, ກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນກັບ​ຈີນ, ຍີ່​ປຸ່ນ ແລະ​ສ.ເກົາຫຼີ  ຫຼື ອາ​ຊຽນ+3 ຄັ້ງ​ທີ20 ແລະ​ກອງ​ປະ​ຊຸມ​ສຸ​ດຍອດ​ອາ​ຊີ​ຕາ​ເວັນ​ອອກ​ຄັ້ງ​ທີ 12 ພ້ອມ​ທັງ​ຢ້ຽມ​ຢາມ​ຟິ​ລິບ​ປິນ​ຢ່າງ​ເປັນ​ທາງ​ການ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ