ກອງປະຊຸມບໍ່ເປັນທາງການຜູ້ນຳອົງການເອເປັກຄັ້ງທີ 25 ເຜີຍ​ແຜ່​ຖະ​ແຫຼງ​ການ
2017-11-12 16:46:27  cri 
ວັນ​ທີ 11 ພະ​ຈິກນີ້, ກອງປະຊຸມບໍ່ເປັນທາງການຜູ້ນຳອົງການເອເປັກຄັ້ງທີ 25 ໄດ້​ອັດ​ລົງຢູ່ດານັງປະເທດສ.ສ ຫວຽດນາມ. ຖະ​ແຫຼງ​ການ​ທີ່​ເຜີຍ​ເຜ່​ໃນ​ກອງ​ປະ​ຊຸມ​ຮຽກ​ຮ້ອງ​ໃຫ້​ອົງ​ການ​ເສດ​ຖະ​ກິດ​ສະ​ມາ​ຊິກ​ຕ່າງໆ​ຈົ່ງ​ສະ​ໜັບ​ສະ​ໜູນ​ລະ​ບົບ​ການ​ຄ້າ​ຫຼາຍ​ຝ່າຍ.

​ພາຍຫຼັງ​​ກອງ​ປະ​ຊຸມ​ດັ່ງ​ກ່າວ​ອັດ​ລົງ​ແລ້ວ, ທ່ານເຈີນ​ເຕິກກວງ ປະ​ທານກອງປະຊຸມ ບໍ່ເປັນທາງການຜູ້ນຳອົງການເອເປັກຄັ້ງທີ 25, ປະ​ທານ​ປະ​ເທດ​ຫວຽດ​ນາມ​ໃຫ້​ສຳ​ພາດ​ຕໍ່​ສື່ມວນ​ຊົນ​ວ່າ, ກອງ​ປະ​ຊຸມ​ໄດ້​ປຶກ​ສາ​ຫາ​ລືນະ​​ໂຍ​ບາຍ​ແລະ​ຍຸດ​ທະ​ສາດ​ກ່ຽວ​ກັບວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ​ແລະ​ນ້ອຍ, ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ແລະ​ການ​ປະ​ດິດ​ສ້າງໃໝ່, ​​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ທາງ​ດິນ​ຟ້າ​ອາ​ກາດດ້ວຍ​ຮູບ​ການ ເໝາະ​ສົມ, ຫຼຸດ​ຄວາມ​ສ່ຽງ​ຂອງ​ໄພ​ທຳ​ມະ​ຊາດໃຫ້​ໜ້ອຍ​ລົງ ແລະ​ອື່ນໆ.   ​ຖະ​ແຫຼງ​ການ​ທີ່​ເຜີຍ​ແຜ່​ໃນ​ກອງ​ປະ​ຊຸມ​ໄດ້​ລະ​ບຸວ່າ, ຜູ້​ນຳ​​ບັນ​ດາ​ສະ​ມາ​ຊິກອົງ​ການ​ເ​ອ​ເປັກ​ຕັດ​ສິນ​ໃຈດຳ​ເນີນ​ງານຮ່ວມ​ຢ່າງ​ແຂງ​ແຮງ​ແລະ​ສືບ​ເນື່ອງກວ່າ​ເກົ່າ, ເພື່ອ​ເພີ່ມ​ກຳ​ລັງ​ແຮງ​ໃໝ່​ເຂົ້າ​ໃນ​ການ​ຮ່ວມ​ມື​​ຂອງ​ອົງ​ການ​ເອເປັກ, ຊຸກ​ຍູ້​ການ​ເຕີບ​ໂຕ​ແບບ​ຍືນ​ຍົງ, ມີ​ຫົວ​ຄິດປະ​ດິດສ້າງ ແລະ​ໂອບ​ອ້ອມ​ອາ​ລີ, ​ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ພາກ​ພື້ນ​ໃຫ້​​ເຊື່ອມ​ໂຍງ​ເຂົ້າ​ກັນ, ຂຸດ​ຄົ້ນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງ​ພາກ​ສ່ວນ​ການ​ຄ້າ ໂດຍ​ສະ​ເພາະ​ແມ່ນ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງແລະ​ນ້ອຍຢ່າງ​ເຕັມ​ທີ່, ເພີ່ມ​ທະ​ວີ​ຄວາມ​ປອດ​ໄພ​ທາງ​ອາ​ຫານ​ແລະພັດ​ທະ​ນາ​ຂະ​ແໜງ​ການ​ກະ​ສິ​ກຳ​ແບບ​ຍືນ​ຍົງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ