ຫວຍ​ອ່ານ​ບັນ​ລຸ​ຜົນ​ການ​ເກັບ​ກ່ຽວດອກ​ເບັນ​ຈະ​ມາດ
2017-11-13 15:53:34  cri 

ວັນ​ທີ 12 ພະ​ຈິກ​ນີ້​, ກະ​ສິ​ກອນເມືອງ​ຫວຍ​ອ່ານ​ແຂວງ​ຈ່ຽງຊູ່ ສ​ປ ຈີນ​ກຳ​ລັງ​ເກັບ​ດອກ​ເບັ​ນ​ຈະ​ມາດ​ຢູ່​ແຄມ​ໜອງ​ປາຍ​ມາ​ເມືອງ​ດັ່ງ​ກ່າວ. ​​ທົ່ງ​ດອກ​ເບັນ​ຈະ​ມາດກວມ​ເນື້ອ​ທີ່​ປະ​ມານ 67 ເຮັກ​ຕາ​ຢູ່​ແຄມ​ໜອງ​ປາຍ​ມາ ເມືອງ​ຫວຍ​ອ່ານໄດ້​ເຂົ້າ​ສູ່​ໄລ​ຍະ​ເກັບ​ກ່ຽວ ໂດຍຫຼາຍ​ມື້​​ຜ່ານ​ມາ, ​ກະ​ສິ​ກອນ​ທ້ອງ​ຖິ່ນ​ດັ່ງ​ກ່າວ​ 100 ກວ່າ​ຄົນໄດ້​ເລັ່ງ​ເກັບ​ດອກ​ເບັນ​ຈະ​ມາດ ເຊິ່ງ​ເປັນ​ພາບ​ຍິ່ງ​ໃ​ຫ​ຍ່​​ຕະ​ການ​ຕາ. ຕາມ​ຊາບ​ວ່າ: ທົ່ງ​ດອກ​ເບັນ​ຈະ​ມາດ​ຜືນ​ນີ້​ຕັ້ງ​ຢູ່​ໃນ​ເຂດ​ນິ​ຄົມ​ອຸ​ດ​ສາ​ຫະ​ກຳ​ຢາ​ພື້ນ​ເມືອງ​ຈີນ​ເພື່ອ​ຮັກ​ສາ​ສຸ​ຂະ​ພາບ​ໜອງ​ປາຍ​ມາ ເປັນ​ຖານ​ປູກດອກ​ເບັນ​ຈະ​ມາດ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ເມືອງ​ຫວຍ​ອ່ານ ທັງ​ເປັນ​ເຂດ​ນິ​ຄົມ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ກະ​ສິ​ກຳ​ທີ່​ທັນ​ສະ​ໄໝ ເຊິ່ງ​ອົງ​ການ​ປົກ​ຄອງ​ເມືອງ​ຫວຍ​ອ່ານ​ໄດ້​ສຸມ​ທຸກ​ຄວາມ​ພະ​ຍາ​ຍາມ​ກໍ່​ສ້າງ​ໃຫ້​ເປັນ​ເຂດ​ນິ​ຄົມ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ກະ​ສິ​ກຳ​ທີ່ກວມ​ເອົາການ​ປູກດອກ​ໄມ້,ປຸງ​ແຕ່​ຢາ​ພື້ນ​ເມືອງ,ການ​ທ່ອງ​ທ່ຽວ​ແລະ​ອື່ນໆ.

1  2  3  4  5  6  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ