ກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ​ຄັ້ງ​ທີ 31 ໄຂ​ຂຶ້ນ​ຢູ່​ຟີ​ລິບ​ປິນ
2017-11-13 16:35:03  cri 
ກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ​ຄັ້ງ​ທີ 31 ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ຢູ່​ນະ​ຄອນຫຼວງ​ມະນີ​ລາ ປະ​ເທດ​ຟີ​ລິບ​ປິນ​ໃນ​ວັນ​ທີ 13 ພະ​ຈິກ​ນີ້.

ຫຼັງກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ, ມ​ະ​ນີ​ລາ​ຍັງ​ຈະ​ຈັດ​ກອງ​ປະ​ຊຸມ​ຜູ້​ນຳ​ການ​ຮ່ວມ​ມື​ອາ​ຊີ​ຕາ​ເວັນ​ອອກ​ຫຼາຍ​ຮອບ ລວມ​ທັງ​ກອງ​ປະ​ຊຸມ​ສຸດຍອດ​ຈີນ-ອາ​ຊຽນ​ຄັ້ງ​ທີ 20, ກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ-ຈີນ,ຍີ່​ປຸ່ນ​ແລະ​ສ ເກົາຫຼີ​ຄັ້ງ​ທີ 20 ແລະ​ກອງ​ປະ​ຊຸມ​ສຸດຍອດ​ອາ​ຊີ​ຕາ​ເວັນ​ອອກ​ຄັ້ງ​ທີ 12. ນອກ​ນີ້, ກອງ​ປະ​ຊຸມ​ສຸດຍອດ​ຂອງ​ສັນ​ຍາ​ວ່າ​ດ້ວຍ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຮອບ​ດ້ານ​ໃນ​ພາກ​ພື້ນຫຼື RCEPກໍ​ຈະ​ຈັດ​ຂຶ້ນ​ໃນ​ໄລ​ຍະ​ດຽວ​ກັນ.

ນອກ​ຈາກ​ຜູ້​ນຳ​ 10ປະ​ເທດ​ອາ​ຊຽນ​ແລ້ວ, ຍັງ​ມີ​ຜູ້​ນຳ ​ຈີນ, ອາ​ເມ​ລິ​ກາ,ຣັດ​ເຊຍ,ຍີ່​ປຸ່ນ,ສ​ເກົາຫຼີ,ກາ​ນາ​ດາ,ອົ​ສ​ຕ​ຣາ​ລີ, ນີວ​ຊີ​ແລນ,ອິນ​ເດຍ​ແລະ​ປະ​ເທດ​ອື່ນໆ​ກໍ​ຄື​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກໍ​ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມຕ່າງໆເຊັ່ນ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ