ຜູ້ນຳອາ​ຊຽນ​ແລະຄູ່​ສົນທະນາ​ຮ່ວມ​ສະຫຼອງວັນ​ຄົບຮອບ 50 ປີ​​ການ​ສ້າງຕັ້ງອາ​ຊຽນ
2017-11-13 11:03:09  cri 

ຕອນ​ຄ່ຳ​ວັນ​ທີ 12 ພະຈິກ​ນີ້, ອາ​ຊຽນ​ໄດ້​ຈັດ​ພິທີ​ສະຫຼອງວັນ​ຄົບຮອບ 50 ປີ​ການ​ສ້າງຕັ້ງອາ​ຊຽນ ຢູ່​ນະຄອນຫຼວງມະນີ​ລາ ປະ​ເທດ​ຟິລິບ​ປິນ ​ໂດຍ​ຜູ້ນຳ​ບັນດາ​ປະ​ເທດ​ອາ​ຊຽນ ​ແລະ ຜູ້ນຳ​ປະ​ເທດ ​ແລະ ​ເຂດ​ແຄວ້ນ​ທີ່​ເປັນຄູ່​ສົນທະນາຂອງ​ອາ​ຊຽນ ທີ່​ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງທີ 31 ​ແລະບັນດາ​ກອງ​ປະ​ຊຸມ​ຜູ້ນຳການ​ຮ່ວມ​ມື​ອາຊີ​ຕາ​ເວັນ​ອອກ ​ເຂົ້າຮ່ວມ.

ທ່ານ​​ໂຣດຣີ​ໂກ ດູ​ເຕີ​ເຕ ປະທາ​ນາ​ທິບໍດີ​ຟິລິບ​ປິນ ​ໄດ້​ປາ​ໄສ​ໃນ​ພິທີ​ດັ່ງກ່າວ​ວ່າ: ​ໃນ​ຖານະ​ເປັນ​ປະ​ເທດ​ໝູນວຽນອາ​ຊຽນປີ 2017 ​ແລະຈາກ​ການ​ປະຕິບັດ​ຕາມຄຳ​ຂວັນ "​ໂອບກອດການ​ປ່ຽນ​ແປງ​ໃໝ່, ​ເຊື່ອມ​ໂຍງ​ກັບ​ໂລກ", ຟິລິບ​ປິນສືບ​ຕໍ່​​ເຮັດ​ວຽກປະສານ​ງານລະຫວ່າງ​ສາມປະຊາ​ຄົມ​ທີ່​ເປັນ​ເສົາ​ຄ້ຳ​ໃຫຍ່​ຂອງ​ອາ​ຊຽນ, ​ເພີ່ມ​ທະວີ​ການ​ເຊື່ອມ​ໂຍງ​ເສດຖະກິດ, ສ້າງ​ຄວາມ​ຮັບ​ຮູ້​ຕໍ່​ການ​ມີຖານະ​ຮ່ວມ​ກັນ, ​ແຕ່​ຂະນະ​ດຽວ​ກັນ​ກໍ​ຮັກສາຄວາມ​ເປັນ​ເຈົ້າຕົນ​ເອງ ​ແລະ ຄວາມຫຼາກຫຼາຍຂອງ​ແຕ່ລະ​ປະ​ເທດ​ເຊັ່ນ​ກັນ.

ທ່ານ​ດູ​ເຕີ​ເຕ ກ່າວ​ຕື່ມ​ວ່າ: ນັບ​ແຕ່​ອາ​ຊຽນ​ໄດ້​ຮັບ​ການສ້າງຕັ້ງຂຶ້ນ​ເປັນຕົ້ນມາ ກໍ​ຖື​ອາ​ຊຽນ​ເປັນ​ແກນ​ນຳ ສ້າງ​ສາຍ​ພົວພັນ​ກັບ​ພາຍ​ນອກຢ່າງ​ມີ​ຄວາມ​ໝາຍ​ແລະສ້າງສັນ. ຂະນະ​ທີ່​ຕໍ່ໜ້າ​ນີ້, ອາ​ຊຽນຈະ​ສືບ​ຕໍ່​ເຊື່ອມ​ໂຍງ​ເຂົ້າກັບ​ໂລກ.

​ໃນ​ກອງ​ປະຊຸມ​ສຸດ​ຍອດ​ເທື່ອ​ນີ້, ຜູ້ນຳ​ອາ​ຊຽນຈະ​ຫາລື​ບັນຫາ​ຕ່າງໆ​ໃນ​ຂະ​ບວນການ​ເຊື່ອມ​ໂຍງ​ຂອງ​ຕົນ ​ແລະ ຫຼັງສຳ​ເລັດ​ກອງ​ປະຊຸມ​ຍັງ​ຈະ​ຈັດ​ກອງ​ປະຊຸມ​ຜູ້ນຳ​ການ​ຮ່ວມ​ມື​ອາຊີ​ຕາ​ເວັນ​ອອກ​ຕ່າງໆ ລວມທັງ​ກອງ​ປະຊຸມ​ຜູ້ນຳ​ຈີນ-ອາ​ຊຽນ ຫຼື 10 ບວກ 1 ຄັ້ງທີ 20, ກອງ​ປະຊຸມຜູ້ນຳ​ອາ​ຊຽນ​-ຈີນ, ຍີ່ປຸ່ນ, ​ສ.​ເກົາຫຼີ ຫຼື 10 ບວກ 3 ຄັ້ງທີ 20​ ​ແລະ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ຄັ້ງທີ 12 ຕື່ມ​ອີກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ