ເກີດ​ແຜ່ນດິນ​ໄຫວ​ລະດັບ 7,3 ຣິກ​ເຕີ​ຢູ່ອີຣານ ​ເສຍ​ຊີວິດ​ແລ້ວ 141 ຄົນ
2017-11-13 15:27:19  cri 

​​ໃນເວລາ 21:48 ​ໂມງ​ຂອງ​ວັນ​ທີ 12 ພະຈິກ​ນີ້​ຕາມ​ເວລາ​ທ້ອງ​ຖິ່ນ, ຢູ່​ບໍລິ​ເວນ​ໃກ້​ເມືອງ​ອາສ​ເກຼ ​ແຂວງ​ເຄີ​ມານ​ຊາ ປະ​ເທດອີຣານ ​ໄດ້​ເກີດ​ແຜ່ນດິນ​ໄຫວ​ລະດັບ 7,3 ຣິກ​ເຕີ ​ແລະ​ຈາກ​ເຫດ​ດັ່ງກ່າວ ມາ​ຮອດ​ປັດຈຸບັນມີ​ຜູ້​ເສຍ​ຊີວິດ​ແລ້ວ 141 ຄົນ ​ແລະ ບາດ​ເຈັບ 866 ຄົນ.

​ເນື່ອງ​ຈາກ​ຈຸດ​ສູນ​ກາງ​ແຜ່ນດິນ​ໄຫວ​ຢູ່​ເຂດ​ຊາຍ​ແດນ​ອີຣານ-ອີຣັກ ຈຶ່ງ​ສົ່ງ​ຜົນ​ເຮັດ​ໃຫ້​ປະຊາຊົນ​ອີຣັກ ກໍປະສົບ​ໄພ​ເຊັ່ນ​ດຽວ​ກັນ ​ໂດຍ​ມີ​ຜູ້​ເສຍ​ຊີວິດ​ແລະ​ບາດ​ເຈັບ​ຈຳນວນ​ໜຶ່ງ. ນອກ​ນີ້, ຢູ່ກູ​ເວດ, ອາຣັບ​ເອມີ​ເຣັດ, ຊາ​ອຸດິ ອາຣາ​ເບຍ, ອາ​ເມ​ນີ ​ແລະ ຕວກກີ ​ເປັນຕົ້ນ ກໍ​ຮູ້ສຶກ​ເຖິງ​ແຮງ​ສັ່ນ​ສະ​ເທືອ​ນ​ເຊັ່ນ​ດຽວ​ກັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ