ຈີນ​ໃຊ້​ໝາກ​ລຸກ​​ໜັກ​ 70 ​ກິໂລ​ແຂ່ງຂັນ​ກັນ

2017-11-13 16:14:34  cri 

ຫວ່າງ​ມໍ່ໆ​ມາ​ນີ້, ວິທະຍາ​ໄລ​ວິສະວະກຳ​ຊີວະ​ສາດອູ​ຮັ້ນ ​ແຂວງ​ຫູ​ເປີ​ຍ ​ໄດ້​ຈັດ​ມະຫະກຳ​ກິລາ ​ຂຶ້ນຢ່າງ​ຄຶກຄັກ, ​ແຕ່​ສິ່ງ​ທີ່​ພົ້ນ​ເດັ່ນ ຄື ການ​ແຂ່ງຂັນ​ໝາກ​ລຸກ​ຈີນ ​ໂດຍ​ການ​ໃຊ້​ໝາກ​ລຸກ​ໄມ້​ ໃຫຍ່ດ້ວຍ​ເສັ້ນຜ່າ​ສູນ​ກາງ​ຍາວ 0,6 ​ແມັດ, ໜັກປະມານ 70 ກິ​ໂລ ​ແລະກະດານ​ໝາກ​ລຸກກໍ​ມີ​ຂະໜາດ 9X10 ​ແມັດ. ຂະນະ​​ແຂ່ງຂັນ, ບັນດາ​ນັກ​ສຶກສາ​ຈະ​ຕ້ອງ​ຫິ້ວ​ຫູໝາກລຸກ​ທັງ​ສອງ​ຂ້າງເພື່ອ​ເດີນໝາກ. ຢ່າງ​ໃດ​ກໍ​ດີ, ການ​ແຂ່ງຂັນ​ໝາກ​ລຸກ​ແບບ​ນີ້​ນອກຈາກ​ແຂ່ງຂັນດ້ານ​ສະຕິປັນຍາ ​ແລະ​ກຳລັງ​ກາຍ​ແລ້ວ​, ຍັງ​ເປັນ​ການ​ທົດ​ສອບ​ເຖິງ​ຈິດ​ໃຈ​ການ​ຮ່ວມ​ມື​ເປັນໝູ່ຄະນະອີກ​ດ້ວຍ ຈຶ່ງ​ໄດ້​ຮັບ​ຄວາມ​ນິຍົມ​ແລະ​ສົນ​ໃຈ​ຈາກ​ນັກ​ສຶກສາຂອງ​ວິທະຍາ​ໄລ​ດັ່ງກ່າວ.



1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ