ທ່ານ ສີ​ຈິ້ນ​ຜິງ ເຂົ້າ​ຮ່ວມ​ພິ​ທີ​ມອບ​ຫໍ​ມິດ​ຕະ​ພາບ​ຫວຽດ​ນາມ-ຈີນ​ແລະ​​ເປີດ​ສູນ​ວັດ​ທະ​ນະ​ທຳ​ຈີນ​ທີ່​ຮ່າ​ໂນ້ຍ
2017-11-13 11:12:25  cri 
ວັນ​ທີ 12 ພະ​ຈິກ​ນີ້ ຢູ່​ນະ​ຄອນ​ຫຼວງ​ຮ່າ​ໂນ້ຍ​ປະ​ເທດ​ຫວຽດ​ນາມ, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ, ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ມອບ​ຫໍ​ມິດ​ຕະ​ພາບ​ຫວຽດ​ນາມ-ຈີນ​ແລະ​ເປີດ​ສູນ​ວັດ​ທະ​ນະ​ທຳ​ຈີນ​ຂອງ​ຮ່າ​ໂນ້ຍ.

ຫໍ​ມິດ​ຕະ​ພາບ​ຫວຽດ​ນາມ-ຈີນ​ຕັ້ງ​ຢູ່​ໃນ​ເມືອງ​ຮ່າ​ໂນ້ຍ ກວມ​ເນື້ອ​ທີ່​ກາ​ນ​ກໍ່​ສ້າງ​ປະ​ມານ 1 ໝື່ນ 3.800 ​ຕາ​ແມັດ ແມ່ນ​ໂຄງ​ການ​ຫຼັກ​ໝາຍເປັນ​ຂີດ​ໝາຍ​ການ​ຊ່ວຍເຫຼືອ​ຫວຽດ​ນາມ​ຂອງ​ຈີນ. ສ່ວນ​ສູນ​ວັດ​ທະ​ນະ​ທຳ​ຈີນ​ຂອງ​ຮ່າ​ໂນ້ຍ​ແມ່ນ​ໜ່ວຍ​ງານວັດ​ທະ​ນະ​ທຳ​ທາງ​ການ​ຂອງ​ຈີນ​ປະ​ຈຳ​ຢູ່​ຫວຽດ​ນາມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ